ສິ່ງ​ຊ່ວຍ​ສຶກ​ສາ
ແຜນ​ແຫ່ງ​ການ​ໄຖ່


ແຜນ​ແຫ່ງ​ການ​ໄຖ່

ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ, ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ເພື່ອ​ນຳ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ມາ​ໃຫ້​ມະນຸດ. ມັນ​ລວມ​ທັງ​ການ​ສ້າງ, ການ​ຕົກ, ແລະ ການ​ຊົດ​ໃຊ້, ຕະຫລອດ​ທັງ​ກົດ​ທຸກ​ຂໍ້​ທີ່​ພຣະ​ເຈົ້າ​ໄດ້​ປະທານ​ໃຫ້, ພິ​ທີ​ການ, ແລະ ຄຳ​ສອນ. ແຜນ​ຂອງ​ພຣະ​ອົງ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ຜູ້​ຄົນ ທີ່​ຈະ​ໄດ້​ຮັບ​ຄວາມ​ສູງ​ສົ່ງ ແລະ ຢູ່​ນຳ​ພຣະ​ເຈົ້າ​ຕະຫລອດ​ການ (2 ນຟ 2; 9). ພຣະ​ຄຳ​ພີ​ຍັງ​ອ້າງ​ເຖິງ​ແຜນ​ນີ້ ວ່າ​ເປັນ​ແຜນ​ແຫ່ງ​ຄວາມ​ລອດ, ແຜນ​ແຫ່ງ​ຄວາມ​ສຸກ, ແລະ ແຜນ​ແຫ່ງ​ຄວາມ​ເມດ​ຕາ.