ສິ່ງ​ຊ່ວຍ​ສຶກ​ສາ
ແຜ່ນ​ຈາລຶກ​ທອງ​ເຫລືອງ


ແຜ່ນ​ຈາລຶກ​ທອງ​ເຫລືອງ

ບັນ​ທຶກ​ກ່ຽວ​ກັບ​ຊາວ​ຢິວ​ຕັ້ງ​ແຕ່​ຕົ້ນ ເຖິງ 600 ປີ ກ່ອນ ຄ.ສ., ບັນ​ຈຸ​ການ​ຂຽນ​ຫລາຍ​ຢ່າງ​ຂອງ​ສາດ​ສະ​ດາ (1 ນຟ 5:10–16). ບັນ​ທຶກ​ນີ້​ຖືກ​ຮັກ​ສາ​ໄວ້​ໂດຍ​ລາ​ບານ, ໜຶ່ງ​ໃນ​ບັນ​ດາ​ຜູ້​ອາ​ວຸ​ໂສ​ຊາວ​ຢິວ​ໃນ​ເຢຣູ​ຊາເລັມ. ໃນ​ຂະນະ​ທີ່​ລີໄຮ ແລະ ຄອບ​ຄົວ​ຂອງ​ເພິ່ນ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ລີໄຮ​ໄດ້​ສົ່ງ​ລູກ​ຊາຍ​ຂອງ​ເພິ່ນ​ກັບ​ຄືນ​ໄປ​ເຢຣູ​ຊາເລັມ ເພື່ອ​ໄປ​ເອົາ​ບັນ​ທຶກ​ນີ້ (1 ນຟ 3–4). (ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ, ເບິ່ງ “ຄຳ​ອະ​ທິ​ບາຍ​ຫຍໍ້​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍມອນ,” ຊຶ່ງ​ຢູ່​ໃນ​ພຣະ​ຄຳ​ພີ​ມໍມອນ.)