ສິ່ງ​ຊ່ວຍ​ສຶກ​ສາ
ໂຣມ, ສານ​ເຖິງ


ໂຣມ, ສານ​ເຖິງ

ໃນ​ພຣະ​ຄຳ​ພີ​ໃໝ່, ຈົດ​ໝາຍ​ທີ່​ໂປໂລ​ໄດ້​ຂຽນ​ເຖິງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃນ​ກຸງ​ໂຣມ. ເພິ່ນ​ກຳ​ລັງ​ຄິດ​ຈະ​ໄປ​ຢ້ຽມ​ຢາມ​ເຢຣູ​ຊາເລັມ, ຊຶ່ງ​ມີ​ອັນ​ຕະ​ລາຍ​ແນ່​ນອນ. ຖ້າ​ເພິ່ນ​ລອດ​ຊີ​ວິດ​ມາ​ໄດ້, ເພິ່ນ​ຫວັງ​ວ່າ​ເພິ່ນ​ຈະ​ໄດ້​ໄປ​ຢ້ຽມ​ຢາມ​ໂຣມ​ຫລັງ​ຈາກ​ນັ້ນ. ພາກ​ສ່ວນ​ໜຶ່ງ​ຂອງ​ຈົດ​ໝາຍ ແມ່ນ​ຕັ້ງ​ໃຈ​ຈະ​ຕຽມ​ສາດ​ສະ​ໜາ​ຈັກ​ຢູ່​ທີ່​ນັ້ນ ໃຫ້​ພ້ອມ​ທີ່​ຈະ​ຕ້ອນ​ຮັບ​ເພິ່ນ ເມື່ອ​ເພິ່ນ​ໄປ​ເຖິງ. ຈົດ​ໝາຍ​ດັ່ງ​ກ່າວ​ຍັງ​ຖືກ​ຖື​ວ່າ ມີ​ຖ້ອຍ​ຄຳ​ຂອງ​ຄຳ​ສອນ​ບາງ​ຢ່າງ ຊຶ່ງ​ເຄີຍ​ໂຕ້​ຖຽງ​ກັນ ແລະ ໂປໂລ​ນັບ​ຖື​ວ່າ ເວລາ​ນີ້​ມັນ​ໄດ້​ຍຸດ​ຕິ​ລົງ​ແລ້ວ.

ບົດ​ທີ 1 ບັນຈຸ​ຄຳ​ທັກ​ທາຍ​ຂອງ​ໂປໂລ​ຕໍ່​ຊາວ​ໂຣມ. ບົດ​ທີ 2–11 ບັນຈຸ​ຂໍ້​ປະ​ກາດ​ຫລາຍ​ຂໍ້​ກ່ຽວ​ກັບ​ຄຳ​ສອນ ເລື່ອງ​ສັດທາ, ວຽກ​ງານ, ແລະ ພຣະ​ຄຸນ. ບົດ​ທີ 12–16 ບັນຈຸ​ຄຳ​ສອນ​ທີ່​ປະ​ຕິ​ບັດ​ໄດ້ ເລື່ອງ​ຄວາມ​ຮັກ, ໜ້າ​ທີ່, ແລະ ຄວາມ​ສັກ​ສິດ.