ສິ່ງ​ຊ່ວຍ​ສຶກ​ສາ
ໂນອາ, ປິ​ຕຸ​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ


ໂນອາ, ປິ​ຕຸ​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ

ໃນ​ພຣະ​ຄຳ​ພີ​ເດີມ, ລູກ​ຊາຍ​ຂອງ​ລາເມັກ ແລະ ປິ​ຕຸ​ຄົນ​ທີ​ສິບ​ນັບ​ຈາກ​ອາດາມ (ປຖກ 5:29–32). ເພິ່ນ​ໄດ້​ເປັນ​ພະຍານ​ເຖິງ​ພຣະ​ຄຣິດ ແລະ ໄດ້​ສັ່ງ​ສອນ​ການ​ກັບ​ໃຈ​ແກ່​ຄົນ​ລຸ້ນ​ທີ່​ຊົ່ວ​ຮ້າຍ. ເມື່ອ​ຜູ້​ຄົນ​ປະ​ຕິ​ເສດ ຂ່າວ​ສານ​ຂອງ​ເພິ່ນ, ພຣະ​ເຈົ້າ​ຈຶ່ງ​ໄດ້​ບັນ​ຊາ​ເພິ່ນ​ໃຫ້​ສ້າງ​ເຮືອ​ໃຫຍ່​ໃຫ້​ແກ່​ຄອບ​ຄົວ​ຂອງ​ເພິ່ນ ແລະ ສຳ​ລັບ​ສັດ​ທັງ​ຫລາຍ ເມື່ອ​ແຜ່ນ​ດິນ​ໂລກ​ຖືກ​ນ້ຳ​ຖ້ວມ​ເພື່ອ​ທຳ​ລາຍ​ຄົນ​ຊົ່ວ (ປຖກ 6:13–22; ມຊ 8:16–30). ສາດ​ສະ​ດາ​ໂຈເຊັບ ສະມິດ ໄດ້​ສອນ​ວ່າ ໂນອາ​ຄື​ທູດ​ຄັບຣີ​ເອນ ແລະ ຢືນ​ຢູ່​ຄຽງ​ຂ້າງ​ອາດາມ ດຳ​ລົງ​ຂໍ​ກະແຈ​ແຫ່ງ​ຄວາມ​ລອດ.