ສິ່ງ​ຊ່ວຍ​ສຶກ​ສາ
ກິດ​ຈະ​ການ​ຂອງ​ອັກຄະ​ສາວົກ


ກິດ​ຈະ​ການ​ຂອງ​ອັກຄະ​ສາວົກ

ໜັງ​ສື​ເຫລັ້ມ​ນີ້​ແມ່ນ​ພາກ​ທີ​ສອງ​ຂອງ​ການ​ຂຽນ​ໃນ​ສອງ​ພາກ ຊຶ່ງ​ລູກາ​ໄດ້​ຂຽນ​ເຖິງ​ເທ​ໂອ​ຟີ​ໂລ. ພາກ​ທຳ​ອິດ​ຖືກ​ເອີ້ນ​ວ່າ ຂ່າວ​ປະ​ເສີດ​ຕາມ​ລູກາ. ບົດ​ທີ 1–12 ບັນ​ທຶກ​ກິດ​ຈະ​ກຳ​ຂອງ​ການ​ສອນ​ສາດ​ສະ​ໜາ​ທີ່​ສຳ​ຄັນ​ບາງ​ຢ່າງ​ຂອງ​ອັກຄະ​ສາວົກ​ສິບ​ສອງ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ເປໂຕ​ທັນ​ທີ​ຫລັງ​ຈາກ​ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ. ບົດ​ທີ 13–28 ໃຫ້​ໂຄງ​ຮ່າງ​ກ່ຽວ​ກັບ​ການ​ເດີນ​ທາງ​ຈຳນວນ​ໜຶ່ງ​ຂອງ​ອັກຄະ​ສາວົກ​ໂປໂລ ແລະ ວຽກ​ງານ​ເຜີຍ​ແຜ່.