ສິ່ງ​ຊ່ວຍ​ສຶກ​ສາ
ການ​ຟື້ນ​ຄືນ​ພຣະ​ຊົນ, ການ​ຟື້ນ​ຄືນ​ຊີ​ວິດ


ການ​ຟື້ນ​ຄືນ​ພຣະ​ຊົນ, ການ​ຟື້ນ​ຄືນ​ຊີ​ວິດ

ການ​ລວມ​ເຂົ້າ​ກັນ​ຂອງ​ຮ່າງ​ກາຍ​ທີ່​ເປັນ​ວິນ​ຍານ ແລະ ຮ່າງ​ກາຍ​ທີ່​ເປັນ​ເນື້ອ​ໜັງ ແລະ ກະ​ດູກ ຫລັງ​ຈາກ​ຄວາມ​ຕາຍ. ຫລັງ​ຈາກ​ການ​ຟື້ນ​ຄືນ​ຊີ​ວິດ, ວິນ​ຍານ ແລະ ຮ່າງ​ກາຍ ຈະ​ບໍ່​ມີ​ວັນ​ແຍກ​ອອກ​ຈາກ​ກັນ​ອີກ ແລະ ບຸກ​ຄົນ​ນັ້ນ​ຈະ​ກາຍ​ເປັນ​ອະ​ມະ​ຕະ. ທຸກ​ຄົນ​ທີ່​ເກີດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ຈະ​ຟື້ນ​ຄືນ​ຊີ​ວິດ ເພາະ​ພຣະ​ເຢຊູ​ຄຣິດ​ໄດ້​ເອົາ​ຊະນະ​ຄວາມ​ຕາຍ (1 ກຣທ 15:20–22).

ພຣະ​ເຢຊູ​ຄຣິດ​ເປັນ​ຜູ້​ທຳ​ອິດ​ທີ່​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ຢູ່​ເທິງ​ແຜ່ນ​ດິນ​ໂລກ (ກຈກ 26:23; ກລຊ 1:18; ພນມ 1:5). ພຣະ​ຄຳ​ພີ​ໃໝ່​ມີ​ຫລັກ​ຖານ​ພຽງ​ພໍ ວ່າ​ພຣະ​ເຢຊູ​ໄດ້​ລຸກ​ຂຶ້ນ​ດ້ວຍ​ພຣະ​ກາຍ​ຂອງ​ພຣະ​ອົງ: ອຸບ​ມຸງ​ຂອງ​ພຣະ​ອົງ​ເປົ່າ​ວ່າງ, ພຣະ​ອົງ​ໄດ້​ກິນ​ປາ ແລະ ນ້ຳ​ເຜິ້ງ, ພຣະ​ອົງ​ມີ​ພຣະ​ກາຍ​ທີ່​ເປັນ​ເນື້ອ​ໜັງ ແລະ ກະ​ດູກ, ຜູ້​ຄົນ​ໄດ້​ຈັບ​ບາຍ​ພຣະ​ອົງ, ແລະ ທູດ​ໄດ້​ກ່າວ​ວ່າ ພຣະ​ອົງ​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ (ມຣກ 16:1–6; ລກ 24:1–12, 36–43; ຢຮ 20:1–18). ການ​ເປີດ​ເຜີຍ​ຍຸກ​ສຸດ​ທ້າຍ​ຢືນ​ຢັນ​ຄວາມ​ເປັນ​ຈິງ​ຂອງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຄຣິດ ແລະ ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ມະນຸດ​ຊາດ​ທັງ​ປວງ (ແອວ 11:40–45; 40; 3 ນຟ 11:1–17; ຄພ 76; ມຊ 7:62).

ທຸກ​ຄົນ​ຈະ​ບໍ່​ຟື້ນ​ຄືນ​ຊີ​ວິດ​ສູ່​ລັດ​ສະ​ໝີ​ພາບ​ອັນ​ດຽວ​ກັນ (1 ກຣທ 15:39–42; ຄພ 76:89–98), ທັງ​ທຸກ​ຄົນ​ຈະ​ບໍ່​ຟື້ນ​ຄືນ​ຊີ​ວິດ​ໃນ​ເວລາ​ດຽວ​ກັນ (1 ກຣທ 15:22–23; ແອວ 40:8; ຄພ 76:64–65, 85; 88:96–102). ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຢ່າງ​ຫລວງ​ຫລາຍ​ໄດ້​ຟື້ນ​ຄືນ​ຊີ​ວິດ ຫລັງ​ຈາກ​ພຣະ​ຄຣິດ​ໄດ້​ຟື້ນ​ຄືນ​ພຣະ​ຊົນ (ມທ 27:52). ຄົນ​ຊອບ​ທຳ​ຈະ​ຟື້ນ​ຄືນ​ຊີ​ວິດ​ກ່ອນ​ຄົນ​ຊົ່ວ ແລະ ຈະ​ອອກ​ມາ​ໃນ​ການ​ຟື້ນ​ຄືນ​ຊີ​ວິດ​ຄັ້ງ​ທຳ​ອິດ (1 ທສນ 4:16); ຄົນ​ບາບ​ທີ່​ບໍ່​ກັບ​ໃຈ ຈະ​ອອກ​ມາ​ໃນ​ການ​ຟື້ນ​ຄືນ​ຊີ​ວິດ​ຄັ້ງ​ສຸດ​ທ້າຍ (ພນມ 20:5–13; ຄພ 76:85).