ສິ່ງ​ຊ່ວຍ​ສຶກ​ສາ
ໂຮ​ຊັນ​ນາ


ໂຮ​ຊັນ​ນາ

ຈາກ​ຄຳ​ເຮັບເຣີ ມັນ​ໝາຍ​ຄວາມ​ວ່າ “ຂໍ​ໃຫ້​ຊ່ວຍ​ເຫລືອ​ພວກ​ເຮົາ​ແດ່​ທ້ອນ” ແລະ ຖືກ​ໃຊ້​ເປັນ​ຄຳ​ສັນ​ລະ​ເສີນ ແລະ ຄຳ​ອ້ອນ​ວອນ.

ໃນ​ງານ​ລ້ຽງ​ສະ​ຫລອງ​ສະຖານ​ທີ່​ນະມັດ​ສະການ, ຊຶ່ງ​ສະ​ເຫລີມ​ສະ​ຫລອງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນຳ​ພາ​ຊາວ​ອິດສະ​ຣາເອນ​ເຂົ້າ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ, ຜູ້​ຄົນ​ໄດ້​ກ່າວ​ຖ້ອຍ​ຄຳ​ໃນ ເພງ​ສັນ​ລະ​ເສີນ 118 ແລະ ໄດ້​ແກວ່ງ​ກ້ານ​ຕານ. ໃນ​ຕອນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ເຢຣູ​ຊາເລັມ​ຢ່າງ​ຜູ້​ມີ​ໄຊ, ຝູງ​ຊົນ​ໄດ້​ຮ້ອງ​ໂຮ​ວ່າ “ໂຮ​ຊັນ​ນາ” ແລະ ໄດ້​ວາງ​ກ້ານ​ຕານ​ປູ​ທາງ​ໃຫ້​ພຣະ​ເຢຊູ​ເດີນ​ໄປ, ເພື່ອ​ເປັນ​ການ​ສະແດງ​ເຖິງ​ຄວາມ​ເຂົ້າ​ໃຈ​ຂອງ​ເຂົາ​ເຈົ້າ​ວ່າ ພຣະ​ເຢຊູ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ດຽວ​ທີ່​ໄດ້​ປົດ​ປ່ອຍ​ຊາວ​ອິດສະ​ຣາເອນ​ໃນ​ສະ​ໄໝ​ບູ​ຮານ (ພສສ 118:25–26; ມທ 21:9, 15; ມຣກ 11:9–10; ຢຮ 12:13). ຜູ້​ຄົນ​ເຫລົ່າ​ນີ້​ໄດ້​ຮັບ​ຮູ້​ພຣະ​ຄຣິດ​ວ່າ​ເປັນ​ພຣະ​ເມ​ຊີ​ອາ​ທີ່​ເຂົາ​ເຈົ້າ​ໄດ້​ລໍ​ຖ້າ​ມາ​ເປັນ​ເວລາ​ດົນ​ນານ. ຄຳ​ວ່າ ໂຮ​ຊັນ​ນາ ໄດ້​ກາຍ​ເປັນ​ການ​ສະ​ເຫລີມ​ສະ​ຫລອງ​ຂອງ​ພຣະ​ເມ​ຊີ​ອາ ໃນ​ທຸກ​ຍຸກ​ທຸກ​ສະ​ໄໝ (1 ນຟ 11:6; 3 ນຟ 11:14–17). ມີ​ການ​ໂຮ​ຮ້ອງ ໂຮ​ຊັນ​ນາ ຕອນ​ອຸ​ທິດ​ພຣະ​ວິຫານ​ເຄີດແລນ (ຄພ 109:79) ແລະ ບັດນີ້ ມັນ​ກໍ​ເປັນ​ພາກ​ສ່ວນ​ໜຶ່ງ​ໃນ​ການ​ອຸ​ທິດ​ພຣະ​ວິຫານ​ໃນ​ປະ​ຈຸ​ບັນ.