ສິ່ງ​ຊ່ວຍ​ສຶກ​ສາ
ບຸດ​ມະນຸດ


ບຸດ​ມະນຸດ

ຕຳ​ແໜ່ງ​ທີ່​ພຣະ​ເຢຊູ​ຄຣິດ​ໄດ້​ໃຊ້ ເມື່ອ​ກ່າວ​ເຖິງ​ຕົນ​ເອງ (ລກ 9:22; 21:36). ນັ້ນ​ໝາຍ​ຄວາມ​ວ່າ ພຣະ​ຜູ້​ບໍ​ລິ​ສຸດ. ພຣະ​ຜູ້​ບໍ​ລິ​ສຸດ​ເປັນ​ພຣະ​ນາມ​ໜຶ່ງ​ຂອງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິດາ. ເມື່ອ​ພຣະ​ເຢຊູ​ໄດ້​ເອີ້ນ​ຕົນ​ເອງ​ວ່າ ບຸດ​ມະນຸດ, ມັນ​ເປັນ​ການ​ປະ​ກາດ​ຢ່າງ​ເປີດ​ເຜີຍ​ເຖິງ​ຄວາມ​ສຳ​ພັນ​ແຫ່ງ​ສະຫວັນ​ຂອງ​ພຣະ​ອົງ​ນຳ​ພຣະ​ບິດາ. ຕຳ​ແໜ່ງ​ນີ້​ໄດ້​ຖືກ​ພົບ​ເຫັນ​ເລື້ອຍໆ​ໃນ​ພຣະ​ທຳ. ການ​ເປີດ​ເຜີຍ​ຍຸກ​ສຸດ​ທ້າຍ​ຢືນ​ຢັນ​ຄວາມ​ໝາຍ​ພິ​ເສດ ແລະ ຄວາມ​ສັກ​ສິດ​ຂອງ​ພຣະ​ນາມ​ນີ້ ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ (ຄພ 45:39; 49:6, 22; 58:65; ມຊ 6:57).