ສິ່ງ​ຊ່ວຍ​ສຶກ​ສາ
ຊາວ​ຢາເຣັດ


ຊາວ​ຢາເຣັດ

ຜູ້​ຄົນ​ໃນ​ພຣະ​ຄຳ​ພີ​ມໍມອນ ທີ່​ເປັນ​ລູກ​ຫລານ​ຂອງ​ຢາເຣັດ, ນ້ອງ​ຊາຍ​ຂອງ​ລາວ, ແລະ ໝູ່​ເພື່ອນ​ຂອງ​ເຂົາ​ເຈົ້າ (ອທ 1:33–41). ພຣະ​ເຈົ້າ​ໄດ້​ນຳ​ພາ​ເຂົາ​ເຈົ້າ​ຈາກ​ຫໍ​ບາ​ເບນ ໄປ​ຫາ​ອາ​ເມ​ຣິ​ກາ, ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ (ອທ 1:42–43; 2–3; 6:1–18). ເຖິງ​ແມ່ນ​ວ່າ​ຄັ້ງ​ໜຶ່ງ​ປະ​ຊາ​ຊາດ​ຂອງ​ເຂົາ​ເຈົ້າ​ມີ​ຈຳນວນ​ເຖິງ​ໜຶ່ງ​ລ້ານ​ຄົນ, ແຕ່​ທັງ​ໝົດ​ໄດ້​ຖືກ​ທຳ​ລາຍ​ໂດຍ​ສົງ​ຄາມ ຊຶ່ງ​ເກີດ​ຂຶ້ນ​ເນື່ອງ​ດ້ວຍ​ຄົນ​ຊົ່ວ (ອທ 14–15).