ສິ່ງ​ຊ່ວຍ​ສຶກ​ສາ
ໂທ​ມາ


ໂທ​ມາ

ໃນ​ພຣະ​ຄຳ​ພີ​ໃໝ່, ຜູ້​ໜຶ່ງ​ໃນ​ກຸ່ມ​ອັກຄະ​ສາວົກ​ສິບ​ສອງ​ດັ້ງ​ເດີມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ລະຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ຊ່ວງ​ມະຕະ​ຂອງ​ພຣະ​ອົງ. (ມທ 10:2–3; ຢຮ 14:5). ຊື່ໃນ​ພາສາ​ກຣີກ​ແມ່ນ ຝາ​ແຝດ (ຢຮ 20:24–29; 21:2). ເຖິງ​ແມ່ນ​ວ່າ​ໂທ​ມາ​ໄດ້​ສົງ​ໄສ​ເລື່ອງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢຊູ ຈົນ​ເຖິງ​ຕອນ​ທີ່​ລາວ​ໄດ້​ເຫັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ດ້ວຍ​ຕົນ​ເອງ, ແລ້ວ​ບຸກ​ຄະ​ລິກ​ລັກ​ສະ​ນະ​ທີ່​ເຂັ້ມ​ແຂງ​ຂອງ​ລາວ ໄດ້​ເຮັດ​ໃຫ້​ລາວ​ເຕັມ​ໃຈ​ທີ່​ຈະ​ປະ​ເຊີນ​ກັບ​ການ​ຂົ່ມ​ເຫັງ ແລະ ຄວາມ​ຕາຍ ນຳ​ພຣະ​ຜູ້​ເປັນ​ເຈົ້າ (ຢຮ 11:16; 20:19–25).