ສິ່ງ​ຊ່ວຍ​ສຶກ​ສາ
ຕີ​ໂມ​ທຽວ, ສານ​ເຖິງ


ຕີ​ໂມ​ທຽວ, ສານ​ເຖິງ

ໜັງ​ສື​ສອງ​ເຫລັ້ມ​ໃນ​ພຣະ​ຄຳ​ພີ​ໃໝ່. ມັນ​ເປັນ​ໜັງ​ສື​ສະບັບ​ຕົ້ນ​ທີ່​ໂປໂລ​ໄດ້​ຂຽນ​ເຖິງ​ຕີ​ໂມ​ທຽວ.

ຕີ​ໂມ​ທຽວ​ສະບັບ​ທຳ​ອິດ

ໂປໂລ​ໄດ້​ຂຽນ​ສານ​ສະບັບ​ທຳ​ອິດ ຫລັງ​ຈາກ​ລາວ​ໄດ້​ຕິດ​ຄຸກ​ເທື່ອ​ທຳ​ອິດ. ລາວ​ໄດ້​ປະ​ຕີ​ໂມ​ທຽວ​ໄວ້​ເມືອງ​ເອ​ເຟ​ໂຊ, ໂດຍ​ທີ່​ຕັ້ງ​ໃຈ​ຈະ​ກັບ​ຄືນ​ມາ (1 ຕມທ 3:14). ເຖິງ​ຢ່າງ​ໃດ​ກໍ​ຕາມ, ໂປໂລ​ໄດ້​ຮູ້​ສຶກ​ວ່າ ລາວ​ຈະ​ໄປ​ເຖິງ​ຊ້າ, ສະນັ້ນ​ລາວ​ຈຶ່ງ​ໄດ້​ຂຽນ​ເຖິງ​ຕີ​ໂມ​ທຽວ, ບາງ​ທີ​ຈາກ​ມາເກ​ໂດເນຍ (1 ຕມທ 1:3), ເພື່ອ​ແນະນຳ​ຊຸກ​ຍູ້​ລາວ​ໃນ​ການ​ບັນ​ລຸ​ພາ​ລະ​ກິດ​ຂອງ​ລາວ.

ບົດ​ທີ 1 ບັນ​ຈຸ​ຄຳ​ທັກ​ທາຍ​ຂອງ​ໂປໂລ ແລະ ຄຳ​ແນະນຳ​ຂອງ​ລາວ​ນຳ​ອີກ ກ່ຽວ​ກັບ​ການ​ຄາດ​ຄະ​ເນ​ທີ່​ໂງ່​ຈ້າ ຊຶ່ງ​ແຊກ​ຊຶມ​ເຂົ້າ​ມາ​ໃນ​ສາດ​ສະ​ໜາ​ຈັກ. ບົດ​ທີ 2–3 ໃຫ້​ຄຳ​ແນະນຳ​ກ່ຽວ​ກັບ​ການ​ນະມັດ​ສະການ​ໃນ​ສາ​ທາ​ລະ​ນະ ແລະ ກ່ຽວ​ກັບ​ລັກ​ສະ​ນະ ແລະ ການ​ກະ​ທຳ​ຂອງ​ຜູ້​ປົກ​ຄອງ. ບົດ​ທີ 4–5 ບັນ​ຈຸ​ຄຳ​ບັນ​ລະ​ຍາຍ​ກ່ຽວ​ກັບ​ການ​ປະ​ຖິ້ມ​ຄວາມ​ເຊື່ອ​ໃນ​ຍຸກ​ສຸດ​ທ້າຍ ແລະ ແນະນຳ​ຕີ​ໂມ​ທຽວ​ກ່ຽວ​ກັບ​ວິ​ທີ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ຜູ້​ທີ່​ລາວ​ນຳ​ພາ. ບົດ​ທີ 6 ເປັນ​ຄຳ​ແນະນຳ​ເພື່ອ​ພິ​ສູດ​ສັດທາ ແລະ ຫລີກ​ເວັ້ນ​ຈາກ​ຄວາມ​ຮັ່ງ​ມີ​ທາງ​ໂລກ.

ຕີ​ໂມ​ທຽວ​ສະບັບ​ທີ​ສອງ

ໂປໂລ​ໄດ້​ຂຽນ​ຈົດ​ໝາຍ​ສະບັບ​ທີ​ສອງ ລະຫວ່າງ​ທີ່​ລາວ​ໄດ້​ເຂົ້າ​ຄຸກ​ເທື່ອ​ທີ​ສອງ, ບໍ່​ດົນ​ກ່ອນ​ຖືກ​ຂ້າ​ຍ້ອນ​ຄວາມ​ເຊື່ອ. ມັນ​ບັນ​ຈຸ​ຖ້ອຍ​ຄຳ​ສຸດ​ທ້າຍ​ຂອງ​ອັກຄະ​ສາວົກ ແລະ ສະແດງ​ຄວາມ​ກ້າ​ຫານ ແລະ ຄວາມ​ໄວ້​ວາງ​ໃຈ ຊຶ່ງ​ໄດ້​ເຮັດ​ໃຫ້​ລາວ​ປະ​ເຊີນ​ກັບ​ຄວາມ​ຕາຍ.

ບົດ​ທີ 1 ບັນ​ຈຸ​ຄຳ​ທັກ​ທາຍ​ຂອງ​ໂປໂລ ແລະ ຄຳ​ສັ່ງ​ຕໍ່​ຕີ​ໂມ​ທຽວ. ບົດ​ທີ 2–3 ໃຫ້​ຄຳ​ເຕືອນ ແລະ ຄຳ​ແນະນຳ​ຫລາຍ​ຢ່າງ, ພ້ອມ​ດ້ວຍ​ຄຳ​ທ້າ​ທາຍ ທີ່​ຈະ​ປະ​ເຊີນ​ສິ່ງ​ອັນ​ຕະ​ລາຍ​ທີ່​ຢູ່​ຂ້າງ​ໜ້າ. ບົດ​ທີ 4 ເປັນ​ຂ່າວ​ສານ​ເຖິງ​ໝູ່​ເພື່ອນ​ຂອງ​ໂປໂລ, ບັນ​ຈຸ​ຄຳ​ແນະນຳ​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ຈັດ​ການ​ກັບ​ການ​ປະ​ຖິ້ມ​ຄວາມ​ເຊື່ອ.