ສິ່ງ​ຊ່ວຍ​ສຶກ​ສາ
ມະນຸດ


ມະນຸດ

ອ້າງ​ເຖິງ​ມະນຸດ​ຊາດ​ທັງ​ປວງ, ທັງ​ຊາຍ ແລະ ຍິງ​ທຸກ​ຄົນ. ຊາຍ ແລະ ຍິງ​ທັງ​ປວງ​ເປັນ​ລູກ​ທາງ​ວິນ​ຍານ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ. ເມື່ອ​ພວກ​ເຂົາ​ໄດ້​ມາ​ເກີດ​ຢູ່​ໃນ​ໂລກ​ມະຕະ, ພວກ​ເຂົາ​ໄດ້​ຮັບ​ຮ່າງ​ກາຍ​ທີ່​ເປັນ​ມະຕະ. ຮ່າງ​ກາຍ​ເຫລົ່າ​ນີ້​ໄດ້​ຖືກ​ສ້າງ​ຂຶ້ນ​ຕາມ​ຮູບ​ຮ່າງ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ. (ປຖກ 1:26–27). ຊາຍ ແລະ ຍິງ ຜູ້​ຊື່​ສັດ​ໃນ​ການ​ຮັບ​ເອົາ​ພິ​ທີ​ການ​ທີ່​ຈຳ​ເປັນ, ຮັກ​ສາ​ພັນທະ​ສັນ​ຍາ​ຂອງ​ພວກ​ເຂົາ, ແລະ ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ຈະ​ໄດ້​ເຂົ້າ​ໄປ​ໃນ​ຄວາມ​ສູງ​ສົ່ງ​ຂອງ​ພວກ​ເຂົາ ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ.

ມະນຸດ, ລູກ​ທາງ​ວິນ​ຍານ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ

ມະນຸດ, ສັກ​ກະ​ຍະ​ພາບ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ບິດາ​ເທິງ​ສະຫວັນ