ສິ່ງ​ຊ່ວຍ​ສຶກ​ສາ
ອຸລີມ ແລະ ທຸມມີມ


ອຸລີມ ແລະ ທຸມມີມ

ເຄື່ອງ​ມື​ທີ່​ພຣະ​ເຈົ້າ​ໄດ້​ຕຽມ​ໄວ້ ເພື່ອ​ຊ່ວຍ​ເຫລືອ​ມະນຸດ ໃນ​ການ​ຮັບ​ການ​ເປີດ​ເຜີຍ ແລະ ໃນ​ການ​ແປ​ພາ​ສາ. ໃນ​ພາ​ສາ​ເຮັບເຣີ ຄຳ​ນີ້​ໝາຍ​ຄວາມ​ວ່າ “ຄວາມ​ສະ​ຫວ່າງ ແລະ ຄວາມ​ສົມ​ບູນ.” ອຸລີມ ແລະ ທຸມມີມ ປະກອບ​ດ້ວຍ​ຫີນ​ສອງ​ກ້ອນ ທີ່​ຕິດ​ໃນ​ຂອບ​ໂຄ້ງ​ທະ​ນູ​ທີ່​ເຮັດ​ດ້ວຍ​ເງິນ ແລະ ບາງ​ເທື່ອ​ໃຊ້​ກັບ​ແຜ່ນ​ປົກ​ເອິກ (ຄພ 17:1; ຈສ—ປ 1:35, 42, 52). ແຜ່ນ​ດິນໂລກ​ນີ້​ຈະ​ກາຍ​ເປັນ​ອຸລີມ ແລະ ທຸມມີມ​ທີ່​ຍິ່ງ​ໃຫຍ່ ໃນ​ສະພາບ​ທີ່​ບໍ​ລິ​ສຸດ ແລະ ອະ​ມະ​ຕະ​ຂອງ​ມັນ (ຄພ 130:6–9).