ສິ່ງ​ຊ່ວຍ​ສຶກ​ສາ
ກົດ


ກົດ

ພຣະ​ບັນ​ຍັດ ຫລື ກົດ​ຂອງ​ພຣະ​ເຈົ້າ ຊຶ່ງ​ພອນ ແລະ ການ​ລົງ​ໂທດ​ແມ່ນ​ຂຶ້ນ​ຢູ່​ກັບ​ສະຫວັນ ແລະ ແຜ່ນ​ດິນ​ໂລກ. ຜູ້​ທີ່​ເຊື່ອ​ຟັງ​ກົດ​ຂອງ​ພຣະ​ເຈົ້າ​ໄດ້​ຮັບ​ພອນ​ທີ່​ສັນ​ຍາ​ໄວ້. ສາດ​ສະ​ດາ​ໂຈເຊັບ ສະມິດ ໄດ້​ສອນ​ວ່າ ຜູ້​ຄົນ​ຄວນ​ເຊື່ອ​ຟັງ, ໃຫ້​ກຽດ, ແລະ ສະ​ໜັບ​ສະ​ໜູນ​ກົດ​ຂອງ​ແຜ່ນ​ດິນ​ນຳ​ອີກ (ຫຼຊ 1:12).

ກົດ​ຂອງ​ໂມເຊ​ເປັນ​ກົດ​ທີ່​ຕຽມ ເພື່ອ​ນຳ​ຊາຍ ແລະ ຍິງ​ມາ​ສູ່​ພຣະ​ຄຣິດ. ມັນ​ເປັນ​ກົດ​ສັ່ງ​ຫ້າມ, ການ​ສັ່ງ, ແລະ ພິ​ທີ​ການ. ໃນ​ວັນ​ເວລາ​ນີ້​ກົດ​ຂອງ​ພຣະ​ຄຣິດ, ຊຶ່ງ​ເຮັດ​ໃຫ້​ກົດ​ຂອງ​ໂມເຊ​ສຳ​ເລັດ​ຄົບ​ຖ້ວນ, ເປັນ​ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ ຫລື “ກົດ​ບັນ​ຍັດ​ອັນ​ຄົບ​ຖ້ວນ​ຊຶ່ງ​ເຮັດ​ໃຫ້​ມີ​ອິດສະ​ລະ​ພາບ” (ຢກບ 1:25).