ສິ່ງ​ຊ່ວຍ​ສຶກ​ສາ
ຂ່າວ​ລື


ຂ່າວ​ລື

ຊາຕານ​ທ່ອງ​ທ່ຽວ​ໄປ​ມາ​ແຜ່​ຂ່າວ​ລື ແລະ ການ​ຂັດ​ແຍ້ງ—ບາງ​ເທື່ອ​ອີງ​ຕາມ​ຄວາມ​ຈິງ​ບາງ​ສ່ວນ—​ເພື່ອ​ຫັນ​ຜູ້​ຄົນ​ໄປ​ຕໍ່​ຕ້ານ​ພຣະ​ເຈົ້າ ແລະ ຄວາມ​ດີ (ຮລມ 16:22; ຈສ—ປ 1:1). ເຄື່ອງ​ໝາຍ​ຢ່າງ​ໜຶ່ງ​ຂອງ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢຊູ​ຄຣິດ ແມ່ນ​ວ່າ​ຜູ້​ຄົນ​ຈະ​ກ່າວ​ເຖິງ​ສົງ​ຄາມ ແລະ ມີ​ຂ່າວ​ລື​ເລື່ອງ​ສົງ​ຄາມ (ມທ 24:6; ຄພ 45:26; ຈສ—ມ 1:23).