ສິ່ງ​ຊ່ວຍ​ສຶກ​ສາ
ພຣະ​ເຈົ້າ, ຝ່າຍ​ພຣະ​ເຈົ້າ


ພຣະ​ເຈົ້າ, ຝ່າຍ​ພຣະ​ເຈົ້າ

ມີ​ສາມ​ພຣະ​ອົງ​ຢູ່​ໃນ​ຝ່າຍ​ພຣະ​ເຈົ້າ: ພຣະ​ເຈົ້າ, ພຣະ​ບິດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ; ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢຊູ​ຄຣິດ; ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ. ພວກ​ເຮົາ​ເຊື່ອ​ໃນ​ແຕ່​ລະ​ພຣະ​ອົງ (ຫຼຊ 1:1). ຈາກ​ການ​ເປີດ​ເຜີຍ​ຍຸກ​ສຸດ​ທ້າຍ ພວກ​ເຮົາ​ຮຽນ​ຮູ້​ວ່າ ພຣະ​ບິດາ ແລະ ພຣະ​ບຸດ ມີ​ພຣະ​ກາຍ​ທີ່​ເປັນ​ເນື້ອ​ໜັງ ແລະ ກະ​ດູກ ແລະ ວ່າ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ມີ​ພຣະ​ກາຍ​ທີ່​ເປັນ​ພຣະ​ວິນ​ຍານ, ປາດ​ສະ​ຈາກ​ເນື້ອ​ໜັງ ແລະ ກະດູກ (ຄພ 130:22–23). ສາມ​ພຣະ​ອົງ​ນີ້​ເປັນ​ໜຶ່ງ ແລະ ຖືກ​ຕ້ອງ​ປອງ​ດອງ​ກັນ​ຢ່າງ​ສົມ​ບູນ​ແບບ​ໃນ​ຈຸດ​ປະສົງ ແລະ ຄຳ​ສອນ (ຢຮ 17:21–23; 2 ນຟ 31:21; 3 ນຟ 11:27, 36).

ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິດາ

ໂດຍ​ທົ່ວ​ໄປ​ແລ້ວ​ແມ່ນ​ພຣະ​ບິດາ, ຫລື ເອ​ໂລ​ຮິມ, ຜູ້​ທີ່​ກ່າວ​ເຖິງ​ວ່າ​ມີ​ຕຳ​ແໜ່ງ​ເປັນ ພຣະ​ເຈົ້າ. ພຣະ​ອົງ​ຖືກ​ເອີ້ນ​ວ່າ ພຣະ​ບິດາ ເພາະ​ພຣະ​ອົງ​ເປັນ​ພຣະ​ບິດາ​ຂອງ​ວິນ​ຍານ​ຂອງ​ເຮົາ (ຈບຊ 16:22; 27:16; ມລກ 2:10; ມທ 6:9; ອຟຊ 4:6; ຮຣ 12:9). ພຣະເຈົ້າ​ອົງ​ເປັນ​ພຣະ​ບິດາ​ເປັນ​ຜູ້​ປົກ​ຄອງ​ສູງ​ສຸດ​ແຫ່ງ​ຈັກ​ກະ​ວານ. ພຣະ​ອົງ​ມີ​ອຳນາດ​ທັງ​ໝົດ (ປຖກ 18:14; ແອວ 26:35; ຄພ 19:1–3), ຮູ້​ຈັກ​ທຸກ​ຢ່າງ (ມທ 6:8; 2 ນຟ 2:24), ແລະ ປະ​ທັບ​ຢູ່​ໃນ​ທຸກ​ບ່ອນ​ຜ່ານ​ທາງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ (ພສສ 139:7–12; ຄພ 88:7–13, 41). ມະນຸດ​ຊາດ​ມີ​ຄວາມ​ສຳ​ພັນ​ພິ​ເສດ​ກັບ​ພຣະ​ເຈົ້າ​ທີ່​ເຮັດ​ໃຫ້​ມະນຸດ​ແຕກ​ຕ່າງ​ຈາກ​ທຸກ​ສິ່ງ​ທີ່​ໄດ້​ຖືກ​ສ້າງ​ມາ: ຊາຍ ແລະ ຍິງ​ເປັນ​ລູກໆ​ທາງ​ວິນ​ຍານ​ຂອງ​ພຣະ​ເຈົ້າ (ພສສ 82:6; 1 ຢຮ 3:1–3; ຄພ 20:17–18).

ມີ​ບັນ​ທຶກ​ໄວ້​ຫລາຍ​ຕອນ​ເຖິງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິດາ ທີ່​ໄດ້​ມາ​ປະກົດ ແລະ ກ່າວ​ຕໍ່​ມະນຸດ. ພຣະ​ຄຳ​ພີ​ກ່າວ​ວ່າ​ພຣະ​ອົງ​ໄດ້​ກ່າວ​ຕໍ່​ອາດາມ ແລະ ເອວາ (ມຊ 4:14–31) ແລະ ໄດ້​ແນະນຳ​ພຣະ​ເຢຊູ​ຄຣິດ ຫລາຍ​ເທື່ອ (ມທ 3:17; 17:5; ຢຮ 12:28–29; 3 ນຟ 11:3–7). ພຣະ​ອົງ​ໄດ້​ປະກົດ​ຕົວ​ຕໍ່​ສະເຕ​ຟາໂນ (ກຈກ 7:55–56) ແລະ ໂຈເຊັບ ສະມິດ (ຈສ—ປ 1:17). ຕໍ່​ມາ​ພຣະ​ອົງ​ໄດ້​ປະກົດ​ຕົວ​ຕໍ່​ໂຈເຊັບ ສະມິດ ແລະ ຊິດນີ ຣິກ​ດອນ (ຄພ 76:20, 23). ຕໍ່​ຜູ້​ທີ່​ຮັກ​ພຣະ​ເຈົ້າ ແລະ ໄດ້​ຊຳລະ​ລ້າງ​ຕົນ​ເອງ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ, ບາງ​ເທື່ອ​ພຣະ​ເຈົ້າ​ຈະ​ປະທານ​ສິດ​ທິ​ພິ​ເສດ​ໃຫ້​ເຫັນ ແລະ ຮູ້​ດ້ວຍ​ຕົນ​ເອງ​ວ່າ ພຣະ​ອົງ​ເປັນ​ພຣະ​ເຈົ້າ (ມທ 5:8; 3 ນຟ 12:8; ຄພ 76:116–118; 93:1).

ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບຸດ

ພຣະ​ເຈົ້າ​ອົງ​ທີ່​ຮູ້​ຈັກ​ກັນ​ວ່າ ພຣະ​ເຢ​ໂຮ​ວາ ຄື ພຣະ​ບຸດ ພຣະ​ເຢຊູ​ຄຣິດ (ອຊຢ 12:2; 43:11; 49:26; 1 ກຣທ 10:1–4; 1 ຕມທ 1:1; ພນມ 1:8; 2 ນຟ 22:2). ພຣະ​ເຢຊູ​ເຮັດ​ວຽກ​ງານ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພຣະ​ບິດາ ແລະ ເປັນ​ໜຶ່ງ​ຮ່ວມ​ກັບ​ພຣະ​ອົງ. ມະນຸດ​ຊາດ​ທັງ​ປວງ​ເປັນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ພຣະ​ອົງ, ເພາະ​ພຣະ​ອົງ​ເປັນ​ອ້າຍ​ໃຫຍ່​ຂອງ​ລູກໆ​ຂອງ​ເອໂລຮິມ. ຂໍ້​ອ້າງ​ອີງ​ພຣະ​ຄຳ​ພີ​ບາງ​ຂໍ້​ກ່າວ​ເຖິງ​ພຣະ​ອົງ​ໂດຍ​ຄຳ​ທີ່​ວ່າ ພຣະ​ເຈົ້າ. ຍົກ​ຕົວ​ຢ່າງ, ພຣະ​ຄຳ​ພີ​ກ່າວ​ວ່າ “ພຣະ​ເຈົ້າ​ໄດ້​ສ້າງ​ສະຫວັນ ແລະ ແຜ່ນ​ດິນ​ໂລກ” (ປຖກ 1:1), ແຕ່​ແທ້ໆ​ແລ້ວ​ແມ່ນ​ພຣະ​ເຢຊູ ທີ່​ໄດ້​ເປັນ​ພຣະ​ຜູ້​ສ້າງ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິດາ (ຢຮ 1:1–3, 10, 14; ຮຣ 1:1–2).

ພຣະ​ເຈົ້າ​ອົງ​ເປັນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ກໍ​ເປັນ​ພຣະ​ເຈົ້າ​ຄື​ກັນ ແລະ ຍັງ​ຖືກ​ເອີ້ນ​ວ່າ​ພຣະ​ວິນ​ຍານ​ສັກ​ສິດ, ພຣະ​ວິນ​ຍານ, ແລະ ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ນຳ​ອີກ ໃນ​ບັນ​ດາ​ພຣະ​ນາມ ແລະ ຕຳ​ແໜ່ງ​ອື່ນໆ​ທີ່​ຄ້າຍ​ຄື​ກັນ​ນີ້. ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ມະນຸດ​ສາ​ມາດ​ຮູ້​ຈັກ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິດາ ແລະ ຮູ້​ວ່າ​ພຣະ​ເຢຊູ​ຄື ພຣະ​ຄຣິດ (1 ກຣທ 12:3).