ສິ່ງ​ຊ່ວຍ​ສຶກ​ສາ
ອົບ​ພະຍົບ


ອົບ​ພະຍົບ

ໜັງ​ສື​ເຫລັ້ມ​ໜຶ່ງ​ທີ່​ຂຽນ​ໂດຍ​ໂມເຊ​ໃນ​ພຣະ​ຄຳ​ພີ​ເດີມ ທີ່​ບັນ​ຍາຍ​ເຖິງ​ການ​ໜີ​ອອກ​ຈາກ​ເອຢິບ​ຂອງ​ຊາວ​ອິດສະ​ຣາເອນ. ປະຫວັດ​ສາດ​ຕອນ​ຕົ້ນ​ຂອງ​ອິດສະ​ຣາເອນ​ທີ່​ໄດ້​ບັນ​ທຶກ​ໄວ້​ຢູ່​ໃນ​ໜັງ​ສື​ອົບ​ພະ​ຍົບ ສາ​ມາດ​ແຍກ​ອອກ​ເປັນ​ສາມ​ພາກ: (1) ການ​ເປັນ​ຂ້າ​ທາດ​ຂອງ​ຜູ້​ຄົນ​ຢູ່​ໃນ​ເອຢິບ, (2) ການ​ຈາກ​ເອຢິບ​ໄປ​ຂອງ​ເຂົາ​ເຈົ້າ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ໂມເຊ, ແລະ (3) ຄວາມ​ອຸ​ທິດ​ຕົນ​ໃນ​ການ​ຮັບ​ໃຊ້​ຂອງ​ເຂົາ​ເຈົ້າ​ຕໍ່​ພຣະ​ເຈົ້າ​ໃນ​ຊີ​ວິດ​ທາງ​ສາດ​ສະ​ໜາ ແລະ ທາງ​ການ​ເມືອງ​ຂອງ​ເຂົາ​ເຈົ້າ.

ພາກ​ທຳ​ອິດ, ບົດ​ທີ 1:1–15:21, ອະ​ທິ​ບາຍ​ເຖິງ​ການ​ຂົ່ມ​ເຫັງ​ຂອງ​ຊາວ​ອິດສະ​ຣາເອນ​ໃນ​ປະເທດ​ເອຢິບ; ປະຫວັດ​ສາດ​ຕອນ​ຕົ້ນ ແລະ ການ​ເອີ້ນ​ຂອງ​ໂມເຊ; ການ​ອົບ​ພະ​ຍົບ ແລະ ການ​ຈັດ​ຕັ້ງ​ງານ​ປັດ​ສະຄາ; ແລະ ການ​ເດີນ​ທາງ​ໄປ​ຫາ​ທະເລ​ແດງ, ຄວາມ​ພິນາດ​ຂອງ​ກອງ​ທັບ​ຂອງ​ຟາ​ລາ​ໂອ, ແລະ ເພງ​ໄຊ​ຊະນະ​ຂອງ​ໂມເຊ.

ພາກ​ທີ​ສອງ, ບົດ​ທີ 15:22–18:27, ບອກ​ເຖິງ​ການ​ໄຖ່​ຊາວ​ອິດສະ​ຣາເອນ ແລະ ເຫດ​ການ​ທີ່​ເກີດ​ຂຶ້ນ​ລະຫວ່າງ​ການ​ເດີນ​ທາງ​ຈາກ​ທະເລ​ແດງ ໄປ​ຫາ​ພູ​ຊີນາຍ; ນ້ຳ​ຂົມ​ທີ່​ມາຣາ, ການ​ໄດ້​ຮັບ​ນົກ​ຂຸ້ມ ແລະ ເຂົ້າ​ມານາ, ການ​ຮັກ​ສາ​ວັນ​ຊະ​ບາ​ໂຕ, ຂອງ​ປະທານ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ເລື່ອງ​ນ້ຳ​ທີ່​ເຣ​ຟິ​ດິມ, ແລະ ການ​ສູ້​ຮົບ​ຢູ່​ທີ່​ນັ້ນ​ກັບ​ຊາວ​ອາມາ​ລະໄຄ; ການ​ມາ​ເຖິງ​ຄ້າຍ​ຂອງ​ເຢທະໂຣ ແລະ ຄຳ​ແນະນຳ​ຂອງ​ລາວ​ກ່ຽວ​ກັບ​ການ​ປົກ​ຄອງ​ຜູ້​ຄົນ​ຝ່າຍ​ພົນ​ລະ​ເຮືອນ.

ພາກ​ທີ​ສາມ, ບົດ​ທີ 19–40, ກ່ຽວ​ກັບ​ການ​ອຸ​ທິດ​ຖວາຍ​ຂອງ​ຊາວ​ອິດສະ​ຣາເອນ​ຕໍ່​ການ​ຮັບ​ໃຊ້​ພຣະ​ເຈົ້າ ລະຫວ່າງ​ເຫດ​ການ​ທີ່​ສັກ​ສິດ​ຢູ່​ທີ່​ພູ​ຊີ​ນາຍ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕັ້ງ​ຜູ້​ຄົນ​ໄວ້​ເປັນ​ອາ​ນາ​ຈັກ​ໜຶ່ງ​ຂອງ​ປະ​ໂລ​ຫິດ ແລະ ປະ​ຊາ​ຊາດ​ທີ່​ສັກ​ສິດ; ພຣະ​ອົງ​ໄດ້​ມອບ​ພຣະ​ບັນ​ຍັດ​ສິບ​ປະ​ການ; ແລະ ພຣະ​ອົງ​ໄດ້​ໃຫ້​ຄຳ​ແນະນຳ​ກ່ຽວ​ກັບ ສະຖານ​ທີ່​ນະມັດ​ສະການ, ເຄື່ອງ​ໃຊ້, ແລະ ການ​ນະມັດ​ສະການ​ໃນ​ນັ້ນ. ແລ້ວ​ຈາກ​ນັ້ນ​ເປັນ​ເລື່ອງ​ລາວ​ກ່ຽວ​ກັບ​ການ​ເຮັດ​ບາບ​ຂອງ​ຜູ້​ຄົນ​ໃນ​ການ​ນະມັດ​ສະການ​ງົວ​ຄຳ, ແລະ ສຸດ​ທ້າຍ​ແມ່ນ​ເລື່ອງ​ລາວ​ກ່ຽວ​ກັບ​ການ​ສ້າງ​ສະຖານ​ທີ່​ນະມັດ​ສະການ ແລະ ສະ​ບຽງ​ອາຫານ​ສຳ​ລັບ​ພິ​ທີ​ການ.