ສິ່ງ​ຊ່ວຍ​ສຶກ​ສາ
ສາ​ນຸ​ສິດ


ສາ​ນຸ​ສິດ

ຜູ້​ຕິດ​ຕາມ​ຂອງ​ພຣະ​ເຢຊູ​ຄຣິດ ຜູ້​ມີ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ຄຣິດ (ຄພ 41:5). ຄຳ​ວ່າ ສາ​ນຸ​ສິດ ໄດ້​ຖືກ​ໃຊ້​ເພື່ອ​ບັນ​ຍາຍ​ເຖິງ​ອັກຄະ​ສາວົກ​ສິບ​ສອງ ຜູ້​ພຣະ​ຄຣິດ​ໄດ້​ເອີ້ນ​ໃນ​ລະຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ຊ່ວງ​ມະຕະ​ຂອງ​ພຣະ​ອົງ (ມທ 10:1–4). ຄຳ​ວ່າ ສາ​ນຸ​ສິດ ຍັງ​ຖືກ​ໃຊ້​ເພື່ອ​ບັນ​ຍາຍ​ເຖິງ​ຜູ້​ຊາຍ​ສິບ​ສອງ​ຄົນ​ທີ່​ພຣະ​ເຢຊູ​ໄດ້​ເລືອກ​ທີ່​ຈະ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ໃນ​ທ່າມ​ກາງ​ຊາວ​ນີໄຟ ແລະ ຊາວ​ເລມັນ (3 ນຟ 19:4).