ສິ່ງ​ຊ່ວຍ​ສຶກ​ສາ
ໂອບາ​ດີຢາ


ໂອບາ​ດີຢາ

ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ເດີມ ຜູ້​ໄດ້​ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ຄວາມ​ພິນາດ​ຂອງ​ເອໂດມ. ເພິ່ນ​ໄດ້​ທຳ​ນາຍ ອາດ​ເປັນ​ໃນ​ລະຫວ່າງ​ການ​ປົກ​ຄອງ​ຂອງ​ເຢໂຮຣາມ (848–844 ປີ ກ່ອນ ຄ.ສ.) ຫລື ລະຫວ່າງ​ການ​ຮຸກ​ຮານ​ຂອງ​ຊາວ​ບາ​ບີ​ໂລນ 586 ປີ ກ່ອນ ຄ.ສ.

ພຣະທຳ​ໂອບາ​ດີຢາ

ໜັງ​ສື​ເຫລັ້ມ​ໜຶ່ງ​ໃນ​ພຣະ​ຄຳ​ພີ​ເດີມ. ມັນ​ມີ​ພຽງ​ບົດ​ດຽວ. ໃນ​ນັ້ນ, ໂອບາ​ດີຢາ​ໄດ້​ຂຽນ​ກ່ຽວ​ກັບ​ການ​ຕົກ​ຂອງ​ເອໂດມ ແລະ ໄດ້​ທຳ​ນາຍ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ປະ​ທັບ​ຢູ່​ເທິງ​ພູ​ຊີໂອນ.