ສິ່ງ​ຊ່ວຍ​ສຶກ​ສາ
ຊາວ​ເທສະ​ໂລນິກ, ສານ​ເຖິງ


ຊາວ​ເທສະ​ໂລນິກ, ສານ​ເຖິງ

ໜັງ​ສື​ສອງ​ເຫລັ້ມ​ໃນ​ພຣະ​ຄຳ​ພີ​ໃໝ່. ມັນ​ເປັນ​ຈົດ​ໝາຍ​ສະບັບ​ຕົ້ນ​ທີ່​ໂປໂລ ໄດ້​ຂຽນ​ເຖິງ​ຊາວ​ເທ​ສະ​ໂລ​ນິກ ໃນ​ຂະນະ​ທີ່​ລາວ​ຢູ່​ເມືອງ​ໂກຣິນ​ໂທ ລະຫວ່າງ​ການ​ໄປ​ຢ້ຽມ​ຢາມ​ເອີ​ຣົບ​ເທື່ອ​ທຳ​ອິດ​ຂອງ​ລາວ ປະ​ມານ ຄ.ສ. 50. ວຽກ​ງານ​ຂອງ​ລາວ ໃນ​ເມືອງ​ເທ​ສະ​ໂລ​ນິກ ໄດ້​ຖືກ​ບັນ​ຍາຍ​ໄວ້ ໃນ ກິດ​ຈະ​ການ 17. ໂປໂລ ຢາກ​ກັບ​ຄືນ​ໄປ​ເມືອງ​ເທ​ສະ​ໂລ​ນິກ ແຕ່​ບໍ່​ສາ​ມາດ​ເຮັດ​ໄດ້ (1 ທສນ 2:18). ສະນັ້ນ​ລາວ​ຈຶ່ງ​ໄດ້​ສົ່ງ​ຕີ​ໂມ​ທຽວ​ໄປ​ໃຫ້​ກຳ​ລັງ​ໃຈ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ມາ​ລາຍ​ງານ​ລາວ​ກ່ຽວ​ກັບ​ຄວາມ​ທຸກ​ສຸກ​ຂອງ​ສະມາ​ຊິກ. ໂປໂລ​ໄດ້​ຂຽນ​ສານ​ສະບັບ​ທຳ​ອິດ ເນື່ອງ​ດ້ວຍ​ຄວາມ​ຂອບ​ພຣະ​ໄທ​ຂອງ​ລາວ​ສຳ​ລັບ​ການ​ກັບ​ຄືນ​ມາ​ຂອງ​ຕີ​ໂມ​ທຽວ.

ເທ​ສະ​ໂລ​ນິກ ສະບັບ​ທີ​ໜຶ່ງ

ບົດ​ທີ 1–2 ບັນ​ຈຸ​ຄຳ​ທັກ​ທາຍ​ຂອງ​ໂປໂລ ແລະ ຄຳ​ອະ​ທິ​ຖານ​ຂອງ​ລາວ​ສຳ​ລັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ; ບົດ​ທີ 3–5 ໄດ້​ໃຫ້​ຄຳ​ແນະນຳ​ເລື່ອງ​ການ​ເຕີບ​ໂຕ​ທາງ​ວິນ​ຍານ, ຄວາມ​ຮັກ, ແລະ ພົມ​ມະ​ຈັນ, ຄວາມ​ພາກ​ພຽນ, ແລະ ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢຊູ​ຄຣິດ.

ເທ​ສະ​ໂລ​ນິກ ສະບັບ​ທີ​ສອງ

ບົດ​ທີ 1 ບັນ​ຈຸ​ຄຳ​ອະ​ທິ​ຖານ​ສຳ​ລັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ. ບົດ​ທີ 2 ກ່າວ​ເຖິງ​ການ​ປະ​ຖິ້ມ​ຄວາມ​ເຊື່ອ​ທີ່​ຈະ​ເກີດ​ຂຶ້ນ. ບົດ​ທີ 3 ບັນ​ຈຸ​ຄຳ​ອະ​ທິ​ຖານ​ຂອງ​ໂປໂລ ເພື່ອ​ອຸ​ດົມ​ການ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຈະ​ມີ​ໄຊ.