ສິ່ງ​ຊ່ວຍ​ສຶກ​ສາ
ອັກຄະ​ສາວົກ


ອັກຄະ​ສາວົກ

ໃນ​ພາ​ສາ​ກຣີກ, ອັກຄະ​ສາວົກ ໝາຍ​ເຖິງ “ຜູ້​ຖືກ​ສົ່ງ​ໄປ.” ເປັນ​ຕຳ​ແໜ່ງ​ທີ່​ພຣະ​ເຢຊູ​ໄດ້​ມອບ​ໃຫ້​ແກ່​ອັກຄະ​ສາວົກ​ສິບ​ສອງ ຜູ້​ທີ່​ພຣະ​ອົງ​ໄດ້​ເລືອກ ແລະ ໄດ້​ແຕ່ງ​ຕັ້ງ​ໃຫ້​ເປັນ​ສາ​ນຸ​ສິດ​ທີ່​ໃກ້​ຊິດ​ທີ່​ສຸດ ແລະ ເປັນ​ຜູ້​ຊ່ວຍ​ລະຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ (ລກ 6:13; ຢຮ 15:16). ພຣະອົງ​ໄດ້​ສົ່ງ​ເຂົາ​ເຈົ້າ​ໄປ ເພື່ອ​ເປັນ​ຕົວ​ແທນ​ໃຫ້​ແກ່​ພຣະ​ອົງ ແລະ ໃຫ້​ປະ​ຕິ​ບັດ​ແທນ​ພຣະ​ອົງ​ຫລັງ​ຈາກ ພຣະ​ອົງ​ໄດ້​ສະ​ເດັດ​ຂຶ້ນ​ສະຫວັນ. ທັງ​ໃນ​ສະ​ໄໝ​ບູຮານ ແລະ ໃນ​ກຸ່ມ​ອັກຄະ​ສາວົກ​ສິບ​ສອງ ໃນ​ສາດ​ສະ​ໜາ​ຈັກ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ໃນ​ວັນ​ເວລາ​ນີ້, ອັກຄະ​ສາວົກ​ເປັນ​ພະຍານ​ພິ​ເສດ​ຂອງ​ພຣະ​ເຢຊູ​ຄຣິດ​ຕະຫລອດ​ທົ່ວ​ໂລກ ເພື່ອ​ເປັນ​ພະຍານ​ເຖິງ​ຄວາມ​ເປັນ​ພຣະ​ເຈົ້າ​ຂອງ​ພຣະ​ອົງ ແລະ ເຖິງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ​ຈາກ​ຄວາມ​ຕາຍ (ກຈກ 1:22; ຄພ 107:23).

ການ​ເລືອກ​ອັກຄະ​ສາວົກ

ອັກຄະ​ສາວົກ​ໄດ້​ຖືກ​ເລືອກ​ໂດຍ​ພຣະຜູ້​ເປັນ​ເຈົ້າ (ຢຮ 6:70; 15:16).