ສິ່ງ​ຊ່ວຍ​ສຶກ​ສາ
ຟີເລໂມນ, ສານເຖິງ


ຟີເລໂມນ, ສານເຖິງ

ໜັງ​ສື​ໃນ​ພຣະ​ຄຳ​ພີ​ໃໝ່, ເອົາ​ມາ​ຈາກ​ການ​ຂຽນ​ຂອງ​ໂປໂລ. ຈົດ​ໝາຍ​ຂອງ​ໂປໂລ ເຖິງ ຟີເລໂມນ ເປັນ​ຈົດ​ໝາຍ​ສ່ວນ​ຕົວ​ກ່ຽວ​ກັບ​ໂອເນຊີໂມ, ຂ້າ​ທາດ​ຜູ້​ໄດ້​ຂະ​ໂມຍ​ຈາກ​ຟີເລໂມນ​ເຈົ້າ​ນາຍ​ຂອງ​ລາວ, ແລະ ໄດ້​ໜີ​ໄປ​ກຸງ​ໂຣມ. ໂປໂລ​ໄດ້​ສົ່ງ​ລາວ​ກັບ​ໄປ​ຫາ​ເຈົ້າ​ນາຍ​ຂອງ​ລາວ​ຢູ່​ໂກໂລຊາຍ ພ້ອມ​ກັບ​ຕີ​ຂີໂກ, ຜູ້​ຈະ​ເອົາ​ຈົດ​ໝາຍ​ຂອງ​ໂປໂລ​ໄປ​ເມືອງ​ໂກໂລຊາຍ. ໂປໂລ​ໄດ້​ຂໍ​ໃຫ້​ໂອເນ​ຊີໂມ​ໄດ້​ຮັບ​ການອະໄພ​ໂທດ ແລະ ຖືກ​ຮັບ​ເອົາ​ຄືນ​ໃນ​ຖານະ​ເພື່ອນ​ຊາວ​ຄຣິດ​ສະ​ຕຽນ. ໂປໂລ​ໄດ້​ຂຽນ​ຈົດ​ໝາຍ​ສະບັບ​ນີ້ ໃນ​ຂະນະ​ທີ່​ລາວ​ຢູ່​ໃນ​ຄຸກ​ຢູ່​ກຸງ​ໂຣມ​ເປັນ​ເທື່ອ​ທຳ​ອິດ.