ສິ່ງ​ຊ່ວຍ​ສຶກ​ສາ
ໂລດ


ໂລດ

ໃນ​ພຣະ​ຄຳ​ພີ​ເດີມ, ລູກ​ຊາຍ​ຂອງ​ຮາຣານ ແລະ ເປັນ​ຫລານ​ຊາຍ​ຂອງ​ອັບ​ຣາ​ຮາມ (ປຖກ 11:27, 31; ອຣຮ 2:4). ຮາຣານ​ໄດ້​ຕາຍ​ໄປ​ເພາະ​ຄວາມ​ອຶດ​ຢາກ​ຢູ່​ໃນ​ແຜ່ນ​ດິນ​ອູເຣ (ອຣຮ 2:1). ໂລດ​ໄດ້​ໜີ​ຈາກ​ອູເຣ​ໄປ​ກັບ​ອັບ​ຣາ​ຮາມ ແລະ ນາງ​ຊາຣາ ແລະ ໄດ້​ເດີນ​ທາງ​ໄປ​ກັບ​ເພິ່ນ ໄປ​ຫາ​ກາ​ນາ​ອານ (ປຖກ 12:4–5). ໂລດ​ໄດ້​ເລືອກ​ອາ​ໄສ​ຢູ່​ເມືອງ​ໂຊໂດມ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ຜູ້​ສົ່ງ​ຂ່າວ​ມາ​ເຕືອນ​ໂລດ ໃຫ້​ໜີ​ໄປ​ຈາກ​ເມືອງ​ໂຊໂດມ ກ່ອນ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ທຳ​ລາຍ​ມັນ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ຄົນ (ປຖກ 13:8–13; 19:1, 13, 15); ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມຍ​ຂອງ​ໂລດ​ໄດ້​ຫັນ​ຫລັງ​ກັບ​ໄປ​ເບິ່ງ​ການ​ທຳ​ລາຍ ແລະ ໄດ້​ກາຍ​ເປັນ​ເສົາ​ເກືອ (ປຖກ 19:26). ພຣະ​ຄຳ​ພີ​ໃໝ່​ບັນ​ຈຸ​ຂໍ້​ອ້າງ​ອີງ​ກ່ຽວ​ກັບ​ໂລດ (ລກ 17:29; 2 ປຕ 2:6–7). ຊີ​ວິດ​ຂອງ​ລາວ​ຫລັງ​ຈາກ​ທີ່​ໄດ້​ແຍກ​ຕົວ​ອອກ​ຈາກ​ອັບ​ຣາ​ຮາມ ໄດ້​ຖືກ​ບັນ​ຍາຍ​ໄວ້​ໃນ ປຖກ 13, 14, ແລະ 19.