ສິ່ງ​ຊ່ວຍ​ສຶກ​ສາ
ໂຢເຊັບ, ລູກ​ຊາຍ​ຂອງ​ຢາໂຄບ


ໂຢເຊັບ, ລູກ​ຊາຍ​ຂອງ​ຢາໂຄບ

ໃນ​ພຣະ​ຄຳ​ພີ​ເດີມ, ລູກ​ຊາຍ​ກົກ​ຂອງ​ຢາໂຄບ​ກບ​ນາງ​ລາເຊັນ (ປຖກ 30:22–24; 37:3).

ໂຢເຊັບ​ໄດ້​ຮັບ​ເອົາ​ສິດ​ທິ​ຂອງ​ອ້າຍ​ກົກ​ຂອງ​ລາວ​ໃນ​ອິດສະ​ຣາເອນ ເພາະ​ວ່າ​ຣູເບັນ, ລູກ​ຊາຍ​ກົກ​ຂອງ​ຢາໂຄບ​ກັບ​ເມຍ​ຄົນ​ທຳ​ອິດ, ໄດ້​ສູນ​ເສຍ​ສິດ​ທິ​ພິ​ເສດ​ໄປ​ໂດຍ​ການ​ລ່ວງ​ລະເມີດ (1 ຂຄ 5:1–2). ເພາະ​ລາວ​ມີ​ຄ່າ​ຄວນ​ພໍ, ໂຢເຊັບ, ໂດຍ​ທີ່​ເປັນ​ລູກ​ຊາຍ​ກົກ​ຂອງ​ຢາໂຄບ​ກັບ​ເມຍ​ຄົນ​ທີ​ສອງ, ລາວ​ຈຶ່ງ​ເປັນ​ຄົນ​ທີ​ສອງ​ສຳ​ລັບ​ພອນ​ນີ້. ໂຢເຊັບ​ຍັງ​ໄດ້​ຮັບ​ພອນ​ຈາກ​ພໍ່​ຂອງ​ລາວ​ນຳ​ອີກ ບໍ່​ດົນ​ກ່ອນ​ຢາໂຄບ​ໄດ້​ເສຍ​ຊີວິດ​ໄປ (ປຖກ 49:22–26).

ໂຢເຊັບ​ໄດ້​ເປັນ​ຊາຍ​ທີ່​ມີ​ຄຸນ​ສົມ​ບັດ​ດີ, ເປັນ​ຊາຍ​ທີ່ “ຮອບ​ຄອບ ແລະ ສະຫລາດ” (ປຖກ 41:39). ການ​ປະ​ຕິ​ເສດ​ຂອງ​ລາວ​ຕໍ່​ເມຍ​ຂອງ​ໂປ​ຕີ​ຟາ ເປັນ​ຕົວ​ຢ່າງ​ແຫ່ງ​ສັດທາ, ພົມ​ມະ​ຈັນ, ແລະ ຄວາມ​ຊື່​ສັດ​ໃນ​ຕົວ (ປຖກ 39:7–12). ໃນ​ປະເທດ​ເອຢິບ, ເມື່ອ​ໂຢເຊັບ​ໄດ້​ເປີດ​ເຜີຍ​ຕົນ​ເອງ​ໃຫ້​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ຮູ້​ວ່າ ລາວ​ເປັນ​ໃຜ, ລາວ​ໄດ້​ຂອບ​ໃຈ​ເຂົາ​ເຈົ້າ​ແທນ​ທີ່​ຈະ​ກ່າວ​ໂທດ ສຳ​ລັບ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ກັບ​ລາວ. ລາວ​ໄດ້​ເຊື່ອ​ວ່າ ການ​ກະ​ທຳ​ຂອງ​ເຂົາ​ເຈົ້າ​ໄດ້​ຊ່ວຍ​ເຫລືອ​ລາວ​ໃຫ້​ບັນລຸ​ພຣະ​ປະສົງ​ແຫ່ງ​ສະຫວັນ​ຂອງ​ພຣະ​ເຈົ້າ (ປຖກ 45:4–15).

ການ​ເປີດ​ເຜີຍ​ຍຸກ​ສຸດ​ທ້າຍ​ໄດ້​ເປີດ​ເຜີຍ​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ກວ່າ​ຂອງ​ຄອບ​ຄົວ​ຂອງ​ໂຢເຊັບ​ໃນ​ຍຸກ​ສຸດ​ທ້າຍ (ປຈສ, ປຖກ 50:24–38 [ພາກ​ຫ້ອຍ​ທ້າຍ]; 2 ນຟ 3:3–24; 3 ນຟ 20:25–27).