ສິ່ງ​ຊ່ວຍ​ສຶກ​ສາ
ເຈຣອມ


ເຈຣອມ

ໃນ​ພຣະ​ຄຳ​ພີ​ມໍມອນ, ບຸດ​ຂອງ​ເອໂນດ ແລະ ເຫລັນ​ຂອງ​ລີໄຮ. ລາວ​ໄດ້​ຮັກ​ສາ​ບັນ​ທຶກ​ຂອງ​ຊາວ​ນີໄຟ ເປັນ​ເວລາ​ຫົກ​ສິບ​ປີ, 420–361 ປີ ກ່ອນ ຄ.ສ. (ອນ 1:25; ຈຣ 1:13). ລາວ​ເປັນ​ຊາຍ​ທີ່​ຊື່​ສັດ ຜູ້​ໄດ້​ເລືອກ​ທີ່​ຈະ​ບໍ່​ຂຽນ​ຫຍັງ​ຫລາຍ​ກ່ຽວ​ກັບ​ປະຫວັດ​ສາດ (ຈຣ 1:2).

ໜັງສື​ເຈຣອມ

ມີ​ພຽງ​ສິບ​ຫ້າ​ຂໍ້​ຢູ່​ໃນ​ໜັງ​ສື​ນີ້ ໃນ​ພຣະ​ຄຳ​ພີ​ມໍມອນ. ເຈຣອມ​ໄດ້​ບັນ​ທຶກ​ໄວ້​ວ່າ ຊາວ​ນີໄຟ​ສືບ​ຕໍ່​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ຂອງ​ໂມເຊ ແລະ ໄດ້​ລໍ​ຄອຍ​ຢ່າງ​ກະ​ຕື​ລື​ລົ້ນ​ສຳ​ລັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ. ເຂົາ​ເຈົ້າ​ໄດ້​ຖືກ​ນຳ​ພາ​ໂດຍ​ບັນ​ດາ​ກະສັດ​ຜູ້​ມີ​ສັດທາ​ອັນ​ຍິ່ງ​ໃຫຍ່. ເຂົາ​ເຈົ້າ​ໄດ້​ຈະ​ເລີນ​ຮຸ່ງ​ເຮືອງ​ຂຶ້ນ​ເມື່ອ​ເຂົາ​ເຈົ້າ​ເຊື່ອ​ຟັງ​ຕໍ່ ສາດ​ສະ​ດາ, ປະ​ໂລ​ຫິດ, ແລະ ຄູ​ສອນ​ຂອງ​ເຂົາ​ເຈົ້າ.