ສິ່ງ​ຊ່ວຍ​ສຶກ​ສາ
ລຳດັບ​ການ​ສືບ​ເຊື້ອ​ສາຍ


ລຳດັບ​ການ​ສືບ​ເຊື້ອ​ສາຍ

ບັນ​ທຶກ​ໜຶ່ງ​ທີ່​ບອກ​ເຖິງ​ເຊື້ອ​ສາຍ​ໃນ​ຄອບ​ຄົວ. ໃນ​ບ່ອນ​ທີ່​ຕຳ​ແໜ່ງ​ຂອງ​ຖານະ​ປະ​ໂລ​ຫິດ ຫລື ພອນ​ສະ​ເພາະ​ບາງ​ຢ່າງ​ຖືກ​ຈຳ​ກັດ​ໄວ້​ສຳ​ລັບ​ຄອບ​ຄົວ​ໃດ​ຄອບ​ຄົວ​ໜຶ່ງ, ແລ້ວ​ການ​ສືບ​ລຳ​ດັບ​ເຊື້ອ​ສາຍ​ໃນ​ພຣະ​ຄຳ​ພີ​ຈຶ່ງ​ສຳ​ຄັນ​ຫລາຍ (ປຖກ 5; 10; 25; 46; 1 ຂຄ 1–9; ອຊຣ 2:61–62; ນມຢ 7:63–64; ມທ 1:1–17; ລກ 3:23–38; 1 ນຟ 3:1–4; 5:14–19; ຈຣ 1:1–2). ໃນ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ໃນ​ວັນ​ນີ້, ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ດຳ​ເນີນ​ການ​ຄົ້ນ​ຫາ​ເຊື້ອ​ສາຍ​ຂອງ​ຕົນ, ເພື່ອ​ຊອກ​ຫາ​ບັນ​ພະ​ບຸ​ລຸດ​ທີ່​ຖືກ​ຕ້ອງ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ໄດ້​ເຮັດ​ພິ​ທີ​ການ​ຊ່ວຍ​ໃຫ້​ລອດ​ແທນ​ບັນ​ພະ​ບຸ​ລຸດ​ຂອງ​ເຂົາ​ເຈົ້າ. ພິ​ທີ​ການ​ເຫລົ່າ​ນີ້​ໃຊ້​ໄດ້​ກັບ​ຜູ້​ທີ່​ລ່ວງ​ລັບ​ໄປ​ແລ້ວ ທີ່​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ​ຢູ່​ໃນ​ໂລກ​ວິນ​ຍານ (ຄພ 127–128).