ສິ່ງ​ຊ່ວຍ​ສຶກ​ສາ
ການ​ສະ​ເດັດ​ຂຶ້ນ​ສະຫວັນ


ການ​ສະ​ເດັດ​ຂຶ້ນ​ສະຫວັນ

ການ​ຈາກ​ໄປ​ເປັນ​ທາງ​ການ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈາກ​ແຜ່ນ​ດິນ​ໂລກ, ສີ່​ສິບ​ມື້​ຫລັງ​ຈາກ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ. ການ​ສະ​ເດັດ​ຂຶ້ນ​ສະຫວັນ​ໄດ້​ເກີດ​ຂຶ້ນ​ຢູ່​ເທິງ​ພູ​ໝາກ​ກອກ​ເທດ ຢູ່​ຕໍ່​ໜ້າ​ຂອງ​ບັນ​ດາ​ສາ​ນຸ​ສິດ (ມຣກ 16:19; ລກ 24:51). ໃນ​ເວລາ​ນັ້ນ ທູດ​ສອງ​ອົງ​ຈາກ​ສະຫວັນ​ໄດ້​ເປັນ​ພະຍານ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ເດັດ​ກັບ​ມາ​ໃນ​ອະ​ນາ​ຄົດ “ຢ່າງ​ທີ່​ໄດ້​ເຫັນ” (ກຈກ 1:9–12).