ສິ່ງ​ຊ່ວຍ​ສຶກ​ສາ
ລີໄຮ, ບິດາ​ຂອງ​ນີໄຟ


ລີໄຮ, ບິດາ​ຂອງ​ນີໄຟ

ໃນ​ພຣະ​ຄຳ​ພີ​ມໍມອນ, ສາດ​ສະ​ດາ​ຊາວ​ເຮັບເຣີ​ຜູ້​ໄດ້​ນຳ​ພາ​ຄອບ​ຄົວ​ຂອງ​ເພິ່ນ ແລະ ຜູ້​ຕິດ​ຕາມ​ເພິ່ນ​ໜີ​ໄປ​ຈາກ​ເຢຣູ​ຊາເລັມ ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ ໃນ​ຊີກ​ໂລກ​ເບື້ອງ​ຕາ​ເວັນ​ຕົກ ປະ​ມານ 600 ປີ ກ່ອນ ຄ.ສ. ລີໄຮ​ເປັນ​ສາດ​ສະ​ດາ​ຄົນ​ທຳ​ອິດ ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ເພິ່ນ​ໃນ​ພຣະ​ຄຳ​ພີ​ມໍມອນ.

ລີໄຮ​ໄດ້​ໜີ​ຈາກ​ເຢຣູ​ຊາເລັມ​ນຳ​ຄອບ​ຄົວ​ຂອງ​ເພິ່ນ ຕາມ​ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ (1 ນຟ 2:1–4). ເພິ່ນ​ເປັນ​ລູກ​ຫລານ​ຂອງ​ໂຢເຊັບ, ຜູ້​ໄດ້​ຖືກ​ຂາຍ​ໄປ​ປະເທດ​ເອຢິບ (1 ນຟ 5:14). ພຣະຜູ້​ເປັນ​ເຈົ້າ​ໄດ້​ປະທານ​ພາບ​ນິມິດ​ໃຫ້​ແກ່​ເພິ່ນ​ກ່ຽວ​ກັບ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ (1 ນຟ 8:2–35). ລີໄຮ ແລະ ລູກໆ​ຂອງ​ເພິ່ນ​ໄດ້​ສ້າງ​ເຮືອ ແລະ ໄດ້​ຂັບ​ເຮືອ​ໄປ​ຫາ​ຊີກ​ໂລກ​ເບື້ອງ​ຕາ​ເວັນ​ຕົກ (1 ນຟ 17–18). ເພິ່ນ ແລະ ລູກ​ຫລານ​ຂອງ​ເພິ່ນ​ໄດ້​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ແຜ່ນ​ດິນ​ໃໝ່ (1 ນຟ 18:23–25). ກ່ອນ​ເພິ່ນ​ໄດ້​ຕາຍ​ໄປ, ລີໄຮ​ໄດ້​ໃຫ້​ພອນ​ແກ່​ພວກ​ລູກ​ຊາຍ​ຂອງ​ເພິ່ນ ແລະ ໄດ້​ສອນ​ພວກ​ເຂົາ​ກ່ຽວ​ກັບ​ພຣະ​ຄຣິດ ແລະ ການ​ອອກ​ມາ​ຂອງ​ພຣະ​ຄຳ​ພີ​ມໍມອນ​ໃນ​ຍຸກ​ສຸດ​ທ້າຍ (2 ນຟ 1:1–4:12).

ໜັງສື​ລີໄຮ

ໂຈເຊັບ ສະມິດ ໄດ້​ເລີ່ມ​ຕົ້ນ​ດ້ວຍ​ໜັງ​ສື​ລີໄຮ ຕອນ​ເພິ່ນ​ແປ​ພຣະ​ຄຳ​ພີ​ມໍມອນ. ມັນ​ເປັນ​ບັນ​ທຶກ​ທີ່​ມໍມອນ​ໄດ້​ຫຍໍ້​ເຂົ້າ​ກັນ​ຈາກ​ແຜ່ນ​ຈາລຶກ​ຂອງ​ລີໄຮ. ຫລັງ​ຈາກ​ເພິ່ນ​ແປ​ສະບັບ​ຕົ້ນ​ໄດ້ 116 ໜ້າ ຈາກ​ໜັງ​ສື​ນີ້​ແລ້ວ, ໂຈເຊັບ​ໄດ້​ມອບ​ມັນ​ໃຫ້​ແກ່​ມາຕິນ ແຮຣິສ, ຜູ້​ໄດ້​ຊ່ວຍ​ໂຈເຊັບ​ຊົ່ວ​ໄລ​ຍະ​ໜຶ່ງ​ເປັນ​ຜູ້​ຂຽນ​ໃຫ້​ເພິ່ນ ໃນ​ການ​ແປ​ພຣະ​ຄຳ​ພີ​ມໍມອນ. ແລ້ວ​ໜັງ​ສື​ເຫລົ່າ​ນັ້ນ​ໄດ້​ເສຍ​ໄປ. ໂຈເຊັບ​ບໍ່​ໄດ້​ແປ​ໜັງ​ສື​ລີໄຮ​ຄືນ​ອີກ ເພື່ອ​ເອົາ​ມາ​ແທນ​ສະບັບ​ຕົ້ນ​ທີ່​ໄດ້​ເສຍ​ໄປ ແຕ່​ໄດ້​ແປ​ເລື່ອງ​ລາວ​ອື່ນໆ​ທີ່​ກ່ຽວ​ພັນ​ກັນ​ນັ້ນ ຈາກ​ແຜ່ນ​ຈາລຶກ​ຄຳ (ເບິ່ງ ຄຳ​ນຳ​ຕໍ່ ຄພ 3; 10). ເລື່ອງ​ລາວ​ອື່ນໆ​ເຫລົ່າ​ນີ້ ເປັນ​ໜັງສື​ຫົກ​ສະບັບ​ທຳ​ອິດ​ຂອງ​ພຣະ​ຄຳ​ພີ​ມໍມອນ.