ສິ່ງ​ຊ່ວຍ​ສຶກ​ສາ
ຊາ​ມູ​ເອນ, ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ເດີມ


ຊາ​ມູ​ເອນ, ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ເດີມ

ລູກ​ຊາຍ​ຂອງ​ເອນການາ​ກັບ​ນາງ​ຮັນນາ, ຊາ​ມູ​ເອນ​ໄດ້​ເກີດ​ມາ ເພື່ອ​ເປັນ​ຄຳ​ຕອບ​ໃຫ້​ແກ່​ຄຳ​ອະ​ທິ​ຖານ​ຂອງ​ແມ່​ລາວ (1 ຊມອ 1). ຕອນ​ຍັງ​ນ້ອຍ ລາວ​ໄດ້​ຖືກ​ພາ​ໄປ​ຢູ່​ນຳ​ເອລີ, ຜູ້​ເປັນ​ມະຫາ​ປະ​ໂລ​ຫິດ​ຢູ່​ພຣະ​ວິຫານ​ຂອງ​ພຣະ​ເຈົ້າ​ຢູ່​ເມືອງ​ຊີໂລ (1 ຊມອ 2:11; 3:1). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ຊາ​ມູ​ເອນ ຕອນ​ລາວ​ຍັງ​ນ້ອຍ ໃຫ້​ເປັນ​ສາດ​ສະ​ດາ (1 ຊມອ 3). ຫລັງ​ຈາກ​ເອລີ​ໄດ້ຕາຍ​ໄປ, ຊາ​ມູ​ເອນ​ໄດ້​ກາຍ​ເປັນ​ສາດ​ສະ​ດາ ແລະ ຜູ້​ຕັດ​ສິນ​ທີ່​ຍິ່ງ​ໃຫຍ່​ຂອງ​ອິດສະ​ຣາເອນ ແລະ ໄດ້​ສະຖາ​ປະນາ​ກົດ​ໝາຍ, ລະບຽບ, ແລະ ແບບ​ແຜນ​ການ​ນະມັດ​ສະການ​ຝ່າຍ​ສາດ​ສະ​ໜາ ໃນ​ແຜ່ນ​ດິນ​ຄືນ​ມາ​ໃໝ່ (1 ຊມອ 4:15–18; 7:3–17).

1 ຊາ​ມູ​ເອນ 28:5–20 ບັນຈຸ​ເລື່ອງ​ລາວ​ຂອງ​ຊາ​ມູ​ເອນ ທີ່​ໄດ້​ຖືກ​ເອີ້ນ​ເອົາ​ວິນ​ຍານ​ຄືນ​ມາ ໂດຍ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ໝໍ​ຜີ ຢູ່​ເມືອງ​ເອນ​ໂດ​ເຣ ຕາມ​ຄຳ​ຂໍ​ຮ້ອງ​ຂອງ​ກະສັດ​ໂຊນ. ສິ່ງ​ນີ້​ຄົງ​ບໍ່​ແມ່ນ​ພາບ​ນິມິດ​ຈາກ​ພຣະ​ເຈົ້າ, ເພາະ​ວ່າ​ໝໍ​ຜີ ຫລື ຜູ້​ມີ​ເວດ​ມົນ​ຄາ​ຖາ ບໍ່​ມີ​ອຳນາດ​ທີ່​ຈະ​ສັ່ງ​ໃຫ້​ສາດ​ສະ​ດາ​ເຮັດ​ຕາມ​ຄຳ​ຂໍ​ຮ້ອງ​ຂອງ​ພວກ​ເຂົາ.

ໜັງສື​ຂອງ​ຊາ​ມູ​ເອນ​ສະບັບ​ທີ​ໜຶ່ງ ແລະ ສອງ

ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ບາງ​ສະບັບ, ໜັງ​ສື​ຂອງ​ຊາ​ມູ​ເອນ​ສະບັບ​ທີ 1 ແລະ 2 ຖືກ​ຮວມ​ໄວ້​ເປັນ​ປຶ້ມ​ເຫລັ້ມ​ດຽວ​ກັນ. ໃນ​ບາງ​ສະບັບ​ກໍ​ຖືກ​ແຍກ​ເປັນ​ສອງ​ເຫລັ້ມ. ໜັງ​ສື​ສອງ​ເຫລັ້ມ​ນີ້​ໄດ້​ຮວບ​ຮວມ​ປະຫວັດ​ສາດ​ເປັນ​ເວລາ​ປະ​ມານ 130 ປີ, ຈາກ​ຕອນ​ຊາ​ມູ​ເອນ​ເກີດ ຈົນ​ເຖິງ​ກ່ອນ​ການ​ສິ້ນ​ຊີ​ວິດ​ຂອງ​ກະສັດ​ດາວິດ.

ພຣະ​ທຳ​ຊາ​ມູ​ເອນ​ທີ​ໜຶ່ງ

ບົດ​ທີ 1–3 ບັນ​ຍາຍ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສາບ​ແຊ່ງ ແລະ ລົງ​ໂທດ​ຄອບ​ຄົວ​ຂອງ​ເອລີ ແລະ ໄດ້​ເອີ້ນ​ຊາ​ມູ​ເອນ ໃຫ້​ເປັນ​ມະຫາ​ປະ​ໂລ​ຫິດ ແລະ ຜູ້​ຕັດ​ສິນ. ບົດ​ທີ 4–6 ບອກ​ກ່ຽວ​ກັບ​ຫີບ​ຄຳ​ໝັ້ນ​ສັນ​ຍາ ໄດ້​ຕົກ​ຢູ່​ໃນ​ກຳ​ມື​ຂອງ​ຊາວ​ຟີລິດ​ສະຕິນ. ບົດ​ທີ 7–8 ບັນ​ທຶກ​ຄຳ​ເຕືອນ​ຂອງ​ຊາ​ມູ​ເອນ ກ່ຽວ​ກັບ​ການ​ມີ​ພຣະ​ປອມ ແລະ ມີ​ກະສັດ​ທີ່​ຊົ່ວ​ຮ້າຍ. ບົດ​ທີ 9–15 ບັນ​ຍາຍ​ເຖິງ​ການ​ແຕ່ງ​ຕັ້ງ​ໂຊນ​ໃຫ້​ເປັນ​ກະສັດ ແລະ ການ​ປົກ​ຄອງ​ຂອງ​ເພິ່ນ​ໃນ​ຖານະ​ກະສັດ. ບົດ​ທີ 16–31 ເລົ່າ​ປະຫວັດ​ຂອງ​ດາວິດ ແລະ ການ​ມີ​ອຳນາດ​ຂອງ​ເພິ່ນ—​ຊາ​ມູ​ເອນ​ໄດ້​ເຈີມ​ດາວິດ ຜູ້​ໄດ້​ຂ້າ​ໂກລີ​ອາດ. ໂຊນ​ກຽດ​ຊັງ​ດາວິດ, ແຕ່​ດາວິດ​ປະ​ຕິ​ເສດ​ບໍ່​ຍອມ​ຂ້າ​ໂຊນ ເຖິງ​ແມ່ນ​ເພິ່ນ​ມີ​ໂອ​ກາດ​ທີ່​ຈະ​ເຮັດ​ກໍ​ຕາມ.

ພຣະທຳຊາ​ມູ​ເອນ​ທີ​ສອງ

ໜັ​ງ​ສື​ບັນ​ຈຸ​ລາຍ​ລະ​ອຽດ​ເລື່ອງ​ການ​ປົກ​ຄອງ​ດາວິດ ໃນ​ຖານະ​ກະສັດ​ຂອງ​ຢູ​ດາ ແລະ ໃນ​ທີ່​ສຸດ ຂອງ​ອິດສະ​ຣາເອນທັງ​ໝົດ. ບົດ​ທີ 1–4 ສະແດງ​ໃຫ້​ເຫັນ​ເຖິງ​ການ​ດີ້ນ​ລົນ​ລະຫວ່າງ​ຜູ້​ຕິດ​ຕາມ​ຂອງ​ດາວິດ, ຫລັງ​ຈາກ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ຂອງ​ຢູ​ດາ, ແລະ ຜູ້​ຕິດ​ຕາມຂອງ​ໂຊນ. ບົດ​ທີ 5–10 ສະແດງ​ໃຫ້​ເຫັນ ວິ​ທີ​ທີ່​ດາວິດ​ກາຍ​ເປັນ​ຜູ້​ມີ​ພະ​ລັງ​ຕະຫລອດ​ທົ່ວ​ແຜ່ນ​ດິນ. ບົດ​ທີ 11–21 ສະແດງ​ໃຫ້​ເຫັນ​ຄວາມ​ເສື່ອມ​ໂຊມ​ຂອງ​ພະ​ລັງ​ທາງ​ວິນ​ຍານ​ຂອງ​ດາວິດ ເພາະການ​ບາບ ແລະ ການ​ກະບົດ​ຂອງ​ເພິ່ນ ພາຍ​ໃນ​ຄອບ​ຄົວ​ຂອງ​ເພິ່ນ​ເອງ. ບົດ​ທີ 22–24 ບັນ​ຍາຍ​ເຖິງ​ຄວາມ​ພະ​ຍາ​ຍາມ​ຂອງ​ດາວິດ ທີ່​ຈະ​ຄືນ​ດີ​ກັບ​ພຣະ​ຜູ້​ເປັນ​ເຈົ້າ.