ສິ່ງ​ຊ່ວຍ​ສຶກ​ສາ
ຄຳ​ນຳ


ຄູ່​ມື​ພຣະ​ຄຳ​ພີ

ຄູ່​ມື​ພຣະ​ຄຳ​ພີ​ໃຫ້​ຄຳ​ອະ​ທິ​ບາຍ​ກ່ຽວ​ກັບ​ຄຳ​ສອນ, ຫລັກ​ທຳ, ຜູ້​ຄົນ, ແລະ ສະຖານ​ທີ່ ຊຶ່ງ​ໄດ້​ຖືກ​ຂັດ​ເລືອກ​ມາ​ຈາກ​ພຣະ​ຄຣິ​ສ​ຕະ​ທຳ​ຄຳ​ພີ​ທີ່​ສັກ​ສິດ, ພຣະ​ຄຳ​ພີ​ມໍມອນ, ຄຳ​ສອນ ແລະ ພັນທະ​ສັນ​ຍາ, ແລະ ໄຂ່​ມຸກ​ອັນ​ລ້ຳ​ຄ່າ. ມັນ​ຍັງ​ໄດ້​ຈັດ​ຫາ​ຂໍ້​ອ້າງ​ອີງ​ພຣະ​ຄຳ​ພີ​ທີ່​ສຳ​ຄັນ​ໃຫ້​ທ່ານ ເພື່ອ​ສຶກ​ສາ​ແຕ່​ລະ​ຫົວ​ຂໍ້​ນຳ​ອີກ. ຄູ່​ມື​ສາ​ມາດ​ຊ່ວຍ​ເຫລືອ​ທ່ານ​ໃນ​ການ​ສຶກ​ສາ​ພຣະ​ຄຳ​ພີ​ຂອງ​ທ່ານ​ເປັນ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ. ມັນ​ສາ​ມາດ​ຊ່ວຍ​ເຫລືອ​ທ່ານ​ໃນ​ການ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ, ສຶກ​ສາ​ຫົວ​ຂໍ້​ຕ່າງໆ​ໃນ​ພຣະ​ຄຳ​ພີ, ຕຽມ​ຄຳ​ປາ​ໄສ ແລະ ບົດ​ຮຽນ, ແລະ ເພີ່ມ​ຄວາມ​ຮູ້​ແຈ້ງ ແລະ ປະຈັກ​ພະຍານ​ຂອງ​ທ່ານ​ໃນ​ພຣະ​ກິດ​ຕິ​ຄຸນ.

ແຜນ​ພາບ​ຕໍ່​ໄປ​ນີ້​ອະ​ທິ​ບາຍ​ຫົວ​ຂໍ້​ເປັນ​ຕົວ​ຢ່າງ​ໃນ​ຄູ່​ມື​ພຣະ​ຄຳ​ພີ

ຮູບ​ພາບ
ຕົວ​ຢ່າງ

ແຜ່ນ​ດິນ​ໂລກ

ດາວ​ພະເຄາະ​ທີ່​ເຮົາ​ອາ​ໄສ​ຢູ່, ໄດ້​ຖືກ​ສ້າງ​ຂຶ້ນ​ໂດຍ​ພຣະ​ເຈົ້າ​ຜ່ານ​ພຣະ​ເຢຊູ​ຄຣິດ ເພື່ອ​ໃຫ້​ມະນຸດ​ໃຊ້​ໃນ​ຊ່ວງ​ຢູ່​ໃນ​ການ​ທົດ​ລອງ​ທີ່​ເປັນ​ມະຕະ. ຈຸດ​ໝາຍ​ປາຍ​ທາງ​ຂອງ​ມັນ​ແມ່ນ​ເພື່ອ​ຈະ​ໄດ້​ຮຸ່ງ​ເຫລື້ອມ ແລະ ສູງ​ສົ່ງ (ຄພ 77:1–2; 130:8–9). ແຜ່ນ​ດິນ​ໂລກ​ຈະ​ກາຍ​ເປັນ​ມູນ​ມໍ​ລະ​ດົກ​ນິ​ລັນ​ດອນ​ຂອງ​ຜູ້​ທີ່​ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ຄ່າ​ຄວນ​ຕໍ່​ລັດ​ສະ​ໝີ​ພາບ​ຊັ້ນ​ສູງ (ຄພ 88:14–26). ເຂົາ​ເຈົ້າ​ຈະ​ຊື່ນ​ຊົມ​ກັບ​ທີ່​ປະ​ທັບ​ຂອງ​ພຣະ​ບິດາ ແລະ ພຣະ​ບຸດ (ຄພ 76:62).

ໄດ້​ຖືກ​ສ້າງ​ຂຶ້ນ​ສຳ​ລັບ​ມະນຸດ

ອີດສະເຕີ

ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ

ຫົວ​ຂໍ້​ເປັນ​ອັກ​ສອນ​ຕົວ​ໜາ.

ຫົວ​ຂໍ້​ຮ່ວມ​ດ້ວຍ​ຄວາມ​ໝາຍ​ສັ້ນໆ

ບາງ​ຫົວ​ຂໍ້​ຈະ​ມີ​ຫົວ​ຂໍ້​ຫຍ່ອຍ. ຫົວ​ຂໍ້​ເຫລົ່າ​ນີ້​ເປັນ​ຕົວ​ເນີ້ງ.

ຂໍ້​ອ້າງ​ອີງ​ພຣະ​ຄຳ​ພີ​ທີ່​ກ່ຽວ​ຂ້ອງ​ຈະ​ຢູ່​ໃນ​ວົງ​ເລັບ.

ບາງ​ເທື່ອ​ຂໍ້​ມູນ​ກ່ຽວ​ກັບ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ຈະ​ບໍ່​ຢູ່​ໃນ​ຫົວ​ຂໍ້​ທີ່​ທ່ານ​ຄົ້ນຫາ. ຄຳ​ວ່າ ເບິ່ງ ທີ່​ເປັນ​ຕົວ​ເນີ້ງ​ຈະ​ພາ​ທ່ານ​ໄປ​ຫາ​ຫົວ​ຂໍ້​ທີ່​ມີ​ຂໍ້​ມູນ​ດັ່ງ​ກ່າວ.

ບາງ​ເທື່ອ​ຫົວ​ຂໍ້​ອື່ນໆ​ຢູ່​ໃນ​ຄູ່​ມື​ມີ​ຂໍ້​ມູນ​ທີ່​ກ່ຽວຂ້ອງ​ກັບ​ຫົວ​ຂໍ້​ທີ່​ທ່ານ​ກຳລັງ​ສຶກສາ. ຄຳ​ວ່າ ເບິ່ງ … ນຳ​ອີກ ທີ່​ເປັນ​ຕົວ​ເນີ້ງ ຈະ​ພາ​ທ່ານ​ໄປ​ຫາ​ຫົວ​ຂໍ້​ທີ່​ກ່ຽວ​ຂ້ອງ​ເຫລົ່າ​ນັ້ນ.

ຂໍ້​ອ້າງ​ອີງ​ພຣະ​ຄຳ​ພີ​ທີ່​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ຄວາມ​ໝາຍ​ທີ່​ຢູ່​ໃນ​ວົງ​ເລັບ.

ຂໍ້​ອ້າງ​ອີງ​ພຣະ​ຄຳ​ພີ​ແຕ່​ລະ​ຂໍ້​ຈະ​ຢູ່​ຂ້າງ​ຫລັງ​ຂໍ້​ຄວາມ​ສັ້ນໆ​ທີ່​ຍົກ​ມາ​ຈາກ​ພຣະ​ຄຳ​ພີ ຫລື ຂໍ້​ຄວາມ​ສະ​ຫລຸບ​ຂອງ​ພຣະ​ຄຳ​ພີ.

ຄຳ​ວ່າ ເບິ່ງ ທີ່​ເປັນ​ຕົວ​ເນີ້ງ (ຫລື ເບິ່ງ … ນຳ​ອີກ) ຕິດ​ຕາມ​ດ້ວຍ​ເຄື່ອງ​ໝາຍ​ຂີດ ຈະ​ບອກ​ທ່ານ​ວ່າ ຂໍ້​ມູນ​ນັ້ນ​ຢູ່​ໃນ​ຫົວ​ຂໍ້​ຫຍ່ອຍ (“ທີ່​ສຸດ​ຂອງ​ໂລກ”) ຂອງ​ຫົວ​ຂໍ້​ໃຫຍ່ (“ໂລກ”).