ສິ່ງ​ຊ່ວຍ​ສຶກ​ສາ
ຮາ​ບາ​ກຸກ


ຮາ​ບາ​ກຸກ

ສາດ​ສະ​ດາ​ຂອງ​ພຣະ​ຄຳ​ພີ​ເດີມ​ໃນ​ຢູດາ ຜູ້​ໄດ້​ກ່າວ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ຄົນ ທີ່​ອາດ​ເປັນ​ໃນ​ລະຫວ່າງ​ການ​ປົກ​ຄອງ​ຂອງ​ເຢໂຮຍ​ອາກິນ (ປະມານ 600 ປີ ກ່ອນ ຄ.ສ.).

ພຣະທຳ​ຮາ​ບາ​ກຸກ

ບົດ​ທີ 1 ແມ່ນ​ການ​ສົນ​ທະ​ນາ​ລະຫວ່າງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ສາດ​ສະ​ດາ​ຂອງ​ພຣະ​ອົງ, ຄ້າຍ​ຄື​ກັບ​ເລື່ອງ​ລາວ​ໃນ ເຢເຣມີຢາ 12 ແລະ ຄພ 121. ຮາ​ບາ​ກຸກ​ບໍ່​ສະບາຍ​ໃຈ​ທີ່​ເບິ່ງ​ຄື​ວ່າ ຄົນ​ຊົ່ວ​ຈະ​ເລີນ​ຮຸ່ງ​ເຮືອງ. ໃນບົດ​ທີ 2 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະນຳ​ຮາ​ບາ​ກຸກ​ໃຫ້​ມີ​ຄວາມ​ອົດ​ທົນ—ຄົນ​ທ່ຽງ​ທຳ​ຕ້ອງ​ຮຽນ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ໂດ​ຍ​ສັດທາ. ບົດ​ທີ 3 ບັນ​ທຶກ​ຄຳ​ອະ​ທິ​ຖານ​ຂອງ​ຮາ​ບາ​ກຸກ ຊຶ່ງ​ໃນ​ນັ້ນ​ເພິ່ນ​ໄດ້​ຮັບ​ຮູ້​ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ.