ສິ່ງ​ຊ່ວຍ​ສຶກ​ສາ
ມາ​ລາ​ກີ


ມາ​ລາ​ກີ

ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ເດີມ ຜູ້​ໄດ້​ຂຽນ ແລະ ທຳ​ນາຍ ປະ​ມານ 430 ປີ ກ່ອນ ຄ.ສ.

ພຣະ​ທຳ​ມາ​ລາ​ກີ

ໜັງ​ສື ຫລື ການ​ທຳ​ນາຍ​ຂອງ​ມາ​ລາ​ກີ ເປັນ​ໜັງ​ສື​ເຫລັ້ມ​ສຸດ​ທ້າຍ​ຢູ່​ໃນ​ພຣະ​ຄຳ​ພີ​ເດີມ. ເບິ່ງ​ຄື​ວ່າ ມີ​ເນື້ອ​ໃຫຍ່​ໃຈ​ຄວາມ​ຢູ່​ສີ່​ຢ່າງ​ຄື: (1) ບາບ​ຂອງ​ຊາວ​ອິດສະ​ຣາເອນ—ມາ​ລາ​ກີ 1:6–2:17; 3:8–9; (2) ການ​ພິ​ພາກ​ສາ​ທີ່​ຈະ​ມາ​ສູ່​ຊາວ​ອິດສະ​ຣາເອນ ເພາະ​ການ​ບໍ່​ເຊື່ອ​ຟັງ​ຂອງ​ພວກ​ເຂົາ—ມາ​ລາ​ກີ 1:14; 2:2–3, 12; 3:5; (3) ຄຳ​ສັນ​ຍາ​ສຳ​ລັບ​ການ​ເຊື່ອ​ຟັງ—ມາ​ລາ​ກີ 3:10–12, 16–18; 4:2–3; ແລະ (4) ການ​ທຳ​ນາຍ​ທີ່​ກ່ຽວ​ກັບ​ຊາວ​ອິດສະ​ຣາເອນ—ມາ​ລາ​ກີ 3:1–5; 4:1, 5–6 (ຄພ 2; 128:17; ຈສ—ປ 1:37–39).

ໃນ​ການ​ທຳ​ນາຍ​ຂອງ​ເພິ່ນ, ມາ​ລາ​ກີ​ໄດ້​ຂຽນ​ເຖິງ​ໂຢຮັນ​ບັບຕິ​ສະໂຕ (ມລກ 3:1; ມທ 11:10), ກົດ​ສ່ວນ​ສິບ (ມລກ 3:7–12), ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ (ມລກ 4:5), ແລະ ການ​ກັບ​ມາ​ຂອງ​ເອລີ​ຢາ (ມລກ 4:5–6; ຄພ 2; 128:17; ຈສ—ປ 1:37–39). ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ອ້າງ​ເຖິງ ມາ​ລາ​ກີ ບົດ​ທີ 3 ແລະ 4 ທັງ​ໝົດ​ແກ່​ຊາວ​ນີໄຟ (3 ນຟ 24–25).