ສິ່ງ​ຊ່ວຍ​ສຶກ​ສາ
ວິນ​ຍານ


ວິນ​ຍານ

ພາກ​ສ່ວນ​ນັ້ນ​ຂອງ​ການ​ເປັນ​ຢູ່​ກ່ອນ​ມາ​ເກີດ​ໃນ​ໂລກ​ມະຕະ, ໄດ້​ມາ​ຢູ່​ໃນ​ຮ່າງ​ກາຍ​ທີ່​ມີ​ເນື້ອ​ໜັງ ໃນ​ໄລ​ຍະ​ຊ່ວງ​ມະຕະ, ແລະ ເປັນ​ຢູ່​ຫລັງ​ຈາກ​ຄວາມ​ຕາຍ ຊຶ່ງ​ເປັນ​ຕົນ​ຕົວ​ຈົນ​ເຖິງ​ການ​ຟື້ນ​ຄືນ​ຊີ​ວິດ. ທຸກ​ສິ່ງ​ທີ່​ມີ​ຊີ​ວິດ​ຢູ່—ມະນຸດ​ຊາດ, ສັດ​ສາ​ວາ​ສິ່ງ, ແລະ ພືດ​ພັນ—​ເຄີຍ​ເປັນ​ວິນ​ຍານ ກ່ອນ​ຊີ​ວິດ​ໃດໆ ເກີດ​ຂຶ້ນ​ໃນ​ໂລກ​ນີ້ (ປຖກ 2:4–5; ມຊ 3:4–7). ຮ່າງ​ກາຍ​ທີ່​ເປັນ​ວິນ​ຍານ ມີ​ລັກ​ສະ​ນະ​ທີ່​ຄ້າຍ​ຄື​ກັນ​ກັບ​ຮ່າງ​ກາຍ​ທີ່​ມີ​ເນື້ອ​ໜັງ (1 ນຟ 11:11; ອທ 3:15–16; ຄພ 77:2; 129). ວິນ​ຍານ​ເປັນ​ສານ, ແຕ່​ມັນ​ລະ​ອຽດ ແລະ ບໍ​ລິ​ສຸດ​ກວ່າ ວັດ​ຖຸ ຫລື ສານ​ທີ່​ເປັນ​ມະຕະ​ໃດໆ (ຄພ 131:7).

ທຸກ​ຄົນ​ເປັນ​ບຸດ ແລະ ທິດາ​ແທ້ໆ​ຂອງ​ພຣະ​ເຈົ້າ, ທີ່​ໄດ້​ເກີດ​ເປັນ​ວິນ​ຍານ​ນຳ​ບິດາ​ມານດານ​ແຫ່ງ​ສະຫວັນ ກ່ອນ​ໄດ້​ມາ​ເກີດ​ນຳ​ພໍ່​ແມ່​ມະຕະ​ຢູ່​ໃນ​ແຜ່ນ​ດິນ​ໂລກ (ຮຣ 12:9). ແຕ່​ລະ​ຄົນ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ມີ​ວິນ​ຍານ​ທີ່​ເປັນ​ອະ​ມະ​ຕະ ນອກ​ເໜືອ​ໄປ​ຈາກ​ຮ່າງ​ກາຍ​ທີ່​ເປັນ​ເນື້ອ​ໜັງ ແລະ ກະ​ດູກ. ດັ່ງ​ທີ່​ບາງ​ເທື່ອ​ໄດ້​ຖືກ​ອະ​ທິ​ບາຍ​ໃນ​ພຣະ​ຄຳ​ພີ, ວິນ​ຍານ ແລະ ຮ່າງ​ກາຍ ທັງ​ສອງ​ຮ່ວມ​ເຂົ້າ​ເປັນ​ຈິດ​ວິນ​ຍານ (ປຖກ 2:7; ຄພ 88:15; ມຊ 3:7, 9, 19; ອຣຮ 5:7). ວິນ​ຍານ​ສາ​ມາດ​ມີ​ຊີ​ວິດ​ຢູ່​ປາດ​ສະ​ຈາກ​ຮ່າງ​ກາຍ, ແຕ່​ຮ່າງ​ກາຍ​ບໍ່​ສາ​ມາດ​ມີ​ຊີ​ວິດ​ຢູ່​ປາດ​ສະ​ຈາກ​ວິນ​ຍານ (ຢກບ 2:26). ຄວາມ​ຕາຍ​ທາງ​ຮ່າງ​ກາຍ ເປັນ​ການ​ແຍກ​ວິນ​ຍານ​ອອກ​ຈາກ​ຮ່າງ​ກາຍ. ໃນ​ການ​ຟື້ນ​ຄືນ​ຊີ​ວິດ, ວິນ​ຍານ​ຈະ​ຮ່ວມ​ເຂົ້າ​ກັບ​ຮ່າງ​ກາຍ​ທີ່​ເປັນ​ເນື້ອ​ໜັງ ແລະ ກະ​ດູກ ທີ່​ມັນ​ເຄີຍ​ເປັນ​ໃນ​ຊ່ວງ​ມະຕະ, ໂດຍ​ມີ​ຄວາມ​ແຕກ​ຕ່າງ​ທີ່​ສຳ​ຄັນ​ຢູ່​ສອງ​ຢ່າງ: ມັນ​ຈະ​ບໍ່​ແຍກ​ອອກ​ຈາກ​ກັນ​ອີກ​ຈັກ​ເທື່ອ, ແລະ ຮ່າງ​ກາຍ​ທີ່​ເປັນ​ເນື້ອ​ໜັງ ຈະ​ເປັນ​ອະ​ມະ​ຕະ ແລະ ດີ​ພ້ອມ​ທຸກ​ຢ່າງ (ແອວ 11:45; ຄພ 138:16–17).

ຜີ​ມານ​ຮ້າຍ