ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 129


ພາກ​ທີ 129

ຄຳ​ແນະນຳ​ທີ່​ມອບ​ໃຫ້​ໂດຍ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ນາວູ, ລັດ​ອິ​ລິ​ນອຍ, ວັນທີ 9 ເດືອນ​ກຸມພາ, 1843, ໂດຍ​ເຮັດ​ໃຫ້​ຮູ້​ເຖິງ​ຂໍ​ກະແຈ​ທີ່​ສຳ​ຄັນ​ສາມ​ປະ​ການ ຊຶ່ງ​ບອກ​ໃຫ້​ຮູ້​ເຖິງ​ລັກ​ສະ​ນະ​ທີ່​ຖືກ​ຕ້ອງ​ຂອງ​ເຫລົ່າ​ທູດ ແລະ ວິນ​ຍານ​ຂອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.

1–3, ມີ​ທັງ​ຮ່າງ​ກາຍ​ທີ່​ຟື້ນ​ຄືນ​ຊີ​ວິດ ແລະ ຮ່າງ​ກາຍ​ທີ່​ເປັນ​ວິນ​ຍານ​ໃນ​ສະຫວັນ; 4–9, ຂໍ​ກະແຈ​ໄດ້​ຖືກ​ມອບ​ໃຫ້​ເພື່ອ​ວ່າ​ຜູ້​ສົ່ງ​ຂ່າວ​ຈາກ​ອີກ​ເບື້ອງ​ໜຶ່ງ​ຂອງ​ມ່ານ​ຈະ​ຖືກ​ແຈ້ງ​ໃຫ້​ຮູ້​ວ່າ​ເປັນ​ຜູ້​ໃດ.

1 ມີ​ຮ່າງ​ກາຍ​ສອງ​ປະ​ເພດ​ຢູ່​ໃນ ສະຫວັນ, ນັ້ນ​ຄື: ເຫລົ່າ​ທູດ, ຜູ້​ໄດ້ ຟື້ນ​ຄືນ​ຊີ​ວິດ​ແລ້ວ, ໂດຍ​ມີ​ຮ່າງ​ກາຍ​ທີ່​ເປັນ​ເນື້ອ​ໜັງ ແລະ ກະ​ດູກ—

2 ຍົກ​ຕົວ​ຢ່າງ, ພຣະ​ເຢຊູ​ໄດ້​ກ່າວ​ວ່າ: ຈົ່ງ​ຄຳ​ເບິ່ງ​ຕົວ​ເຮົາ ແລະ ພວກ​ເຈົ້າ​ກໍ​ຈະ​ຮູ້, ເພາະ​ວ່າ​ຜີບໍ່​ມີ ເນື້ອ​ໜັງ, ບໍ່​ມີ​ກະ​ດູກ​ດັ່ງ​ທີ່​ພວກ​ເຈົ້າ​ເຫັນ​ເຮົາ​ມີ​ຢູ່​ນີ້.

3 ປະ​ເພດ​ທີ​ສອງ: ວິນ​ຍານ​ຂອງ​ຄົນ ທ່ຽງ​ທຳ​ທີ່​ຖືກ​ເຮັດ​ໃຫ້​ດີ​ພ້ອມ, ເຂົາ​ເຈົ້າ​ເປັນ​ຜູ້​ທີ່​ບໍ່​ໄດ້​ຟື້ນ​ຄືນ​ຊີ​ວິດ​ເທື່ອ, ແຕ່​ໄດ້​ຮັບ​ລັດ​ສະ​ໝີ​ພາບ​ອັນ​ດຽວ​ກັນ​ນັ້ນ​ເປັນ​ມູນ​ມໍ​ລະ​ດົກ.

4 ເມື່ອ​ຜູ້​ສົ່ງ​ຂ່າວ​ມາ​ບອກ​ວ່າ ເຂົາ​ມີ​ຂ່າວ​ສານ​ຈາກ​ພຣະ​ເຈົ້າ, ຈົ່ງ​ຍື່ນ​ມື​ຂອງ​ທ່ານ​ອອກ​ໄປ ແລະ ຂໍ​ໃຫ້​ເຂົາ​ຈັບ​ມື​ກັບ​ທ່ານ.

5 ຖ້າ​ຫາກ​ເຂົາ​ເປັນ​ທູດ ເຂົາ​ຈະ​ເຮັດ​ເຊັ່ນ​ນັ້ນ, ແລະ ທ່ານ​ຈະ​ສຳ​ພັດ​ມື​ຂອງ​ເຂົາ.

6 ຖ້າ​ຫາກ​ເຂົາ​ເປັນ​ວິນ​ຍານ​ຂອງ​ຄົນ​ທ່ຽງ​ທຳ​ທີ່​ຖືກ​ເຮັດ​ໃຫ້​ດີ​ພ້ອມ ເຂົາ​ຈະ​ມາ​ໃນ​ລັດ​ສະ​ໝີ​ພາບ​ຂອງ​ເຂົາ; ເພາະ​ມັນ​ເປັນ​ທາງ​ດຽວ​ເທົ່າ​ນັ້ນ​ທີ່​ເຂົາ​ສາ​ມາດ​ມາ​ປະກົດ—

7 ຈົ່ງ​ຂໍ​ໃຫ້​ເຂົາ​ຈັບ​ມື​ກັບ​ທ່ານ, ແຕ່​ເຂົາ​ຈະ​ບໍ່​ເຄື່ອນ​ໄຫວ, ເພາະ​ມັນ​ເປັນ​ການ​ກົງ​ກັນ​ຂ້າມ​ກັບ​ລະບຽບ​ຂອງ​ສະຫວັນ​ທີ່​ຄົນ​ທ່ຽງ​ທຳ​ຈະ​ຫລອກ​ລວງ; ແຕ່​ເຂົາ​ຍັງ​ຈະ​ບອກ​ຂ່າວ​ສານ​ຂອງ​ເຂົາ.

8 ຖ້າ​ຫາກ​ເປັນ ມານ​ທີ່​ມາ​ດັ່ງ​ທູດ​ແຫ່ງ​ຄວາມ​ສະ​ຫວ່າງ, ເມື່ອ​ທ່ານ​ຂໍ​ຈັບ​ມື​ກັບ​ມັນ, ມັນ​ຈະ​ຍື່ນ​ມື​ມາ​ຈັບ​ມື​ທ່ານ, ແລະ ທ່ານ​ຈະ​ບໍ່​ສຳ​ພັດ​ຫຍັງ; ສະນັ້ນ​ທ່ານ​ຈຶ່ງ​ສັງ​ເກດ​ເຫັນ​ມັນ.

9 ນີ້​ຄື​ຂໍ​ກະແຈ​ທີ່​ສຳ​ຄັນ​ສາມ​ປະ​ການ ຊຶ່ງ​ໂດຍ​ຂໍ​ກະແຈ​ເຫລົ່າ​ນີ້ ທ່ານ​ຈະ​ຮູ້​ໄດ້​ວ່າ ການ​ປະ​ຕິ​ບັດ​ໃດ​ມາ​ຈາກ​ພຣະ​ເຈົ້າ.