ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 116


ພາກ​ທີ 116

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ແກ່ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ໃກ້ ເຮືອ​ນາຍ​ໄວ້, ໃນ​ສະຖານ​ທີ່ ທີ່​ຖືກ​ເອີ້ນ​ວ່າ ສະ​ປຣິງ​ຮຽວ, ເຂດ​ເດ​ວີສ໌, ລັດ​ມີ​ເຊີຣີ, ວັນທີ 19 ເດືອນ​ພຶດສະພາ, 1838.

1 ສະ​ປຣິງ​ຮຽວ ໄດ້​ຖືກ​ຕັ້ງ​ຊື່ ອາດາມ-ອອນ​ໄດ-ອາ​ມັນ ໂດຍ​ພຣະ​ຜູ້​ເປັນ​ເຈົ້າ, ເພາະ​ພຣະ​ອົງ​ໄດ້​ກ່າວ​ວ່າ ມັນ​ເປັນ​ສະຖານ​ທີ່ ທີ່ ອາດາມ​ຈະ​ມາ​ຢ້ຽມ​ຢາມ​ຜູ້​ຄົນ​ຂອງ​ເພິ່ນ, ຫລື ຜູ້​ມີ​ຊີ​ວິດ​ຢູ່​ຕະຫລອດ​ໄປ​ຈະ​ນັ່ງ, ດັ່ງ​ທີ່​ດາ​ນີ​ເອນ ຜູ້​ເປັນ​ສາດ​ສະ​ດາ​ໄດ້​ກ່າວ​ໄວ້.