ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 30


ພາກ​ທີ 30

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ແກ່​ເດວິດ ວິດເມີ, ພີເຕີ ວິດເມີ ຜູ້ລູກ, ແລະ ຈອນ ວິດເມີ, ທີ່​ເມືອງ​ເຟແອດ, ລັດ​ນິວຢອກ, ເດືອນ​ກັນຍາ 1830, ຫລັງ​ຈາກ​ກອງ​ປະ​ຊຸມ​ໃຫຍ່​ສາມ​ມື້​ທີ່​ເມືອງ​ເຟແອດ, ແຕ່​ກ່ອນ​ທີ່​ພວກ​ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ແຍກ​ຍ້າຍ​ກັນ​ໄປ. ໃນ​ຕອນ​ທຳ​ອິດ ຂໍ້​ຄວາມ​ເຫລົ່າ​ນີ້​ໄດ້​ຖືກ​ພິມ​ເປັນ​ການ​ເປີດ​ເຜີຍ​ສາມ​ເລື່ອງ; ສາດ​ສະ​ດາ​ໄດ້​ໂຮມ​ມັນ​ເຂົ້າ​ກັນ​ເປັນ​ພາກ​ດຽວ​ສຳ​ລັບ​ຄຳ​ສອນ ແລະ ພັນທະ​ສັນ​ຍາ ຊຸດ​ສະບັບ 1835.

1–4, ເດວິດ ວິດເມີ ຖືກ​ຕີ​ສອນ​ສຳ​ລັບ​ການ​ບໍ່​ໄດ້​ຮັບ​ໃຊ້​ຢ່າງ​ພາກ​ພຽນ; 5–8, ພີເຕີ ວິດເມີ ຜູ້ລູກ, ຕ້ອງ​ໄປ​ກັບ​ອໍ​ລີ​ເວີ ຄາວ​ເດີຣີ ເພື່ອ​ເຜີຍ​ແຜ່​ສາດ​ສະ​ໜາ​ຕໍ່​ຊາວ​ເລມັນ; 9–11, ຈອນ ວິດເມີ ຖືກ​ເອີ້ນ​ໃຫ້ ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ.

1 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ, ເດວິດ, ວ່າ​ເຈົ້າ​ໄດ້ ຢ້ານ​ກົວ​ມະນຸດ ແລະ ບໍ່​ໄດ້ ວາງ​ໃຈ​ໃນ​ເຮົາ​ເພື່ອ​ພະ​ລັງ​ດັ່ງ​ທີ່​ເຈົ້າ​ຄວນ​ຈະ​ເຮັດ.

2 ແຕ່​ຈິດ​ໃຈ​ຂອງ​ເຈົ້າ​ຢູ່​ນຳ​ເລື່ອງ​ທີ່​ເປັນ​ຂອງ ໂລກ​ຫລາຍ​ກວ່າ​ເລື່ອງ​ທີ່​ເປັນ​ຂອງ​ເຮົາ, ພຣະ​ຜູ້​ສ້າງ​ຂອງ​ເຈົ້າ, ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ທີ່​ເຈົ້າ​ຖືກ​ເອີ້ນ; ແລະ ເຈົ້າ​ບໍ່​ໄດ້​ເອົາ​ໃຈ​ໃສ່​ກັບ​ພຣະ​ວິນ​ຍານ​ຂອງ​ເຮົາ, ແລະ ຄົນ​ທີ່​ເຮົາ​ໄດ້​ແຕ່ງ​ຕັ້ງ​ໄວ້​ເໜືອ​ເຈົ້າ, ແຕ່​ຖືກ​ຊັກ​ຈູງ​ໄປ​ໂດຍ​ຜູ້​ຄົນ​ທີ່​ເຮົາ​ບໍ່​ໄດ້​ບັນ​ຊາ.

3 ດັ່ງ​ນັ້ນ, ເຈົ້າ​ຈຶ່ງ​ຖືກ​ປະ​ໃຫ້​ທູນ​ຖາມ​ຈາກ​ເຮົາ​ເພື່ອ​ຕົວ​ເອງ, ແລະ ໄຕ່​ຕອງ​ເຖິງ​ເລື່ອງ​ທີ່​ເຈົ້າ​ໄດ້​ຮັບ.

4 ແລະ ບ່ອນ​ພັກ​ເຊົາ​ຂອງເຈົ້າຈະ​ເປັນ​ເຮືອນ​ຂອງ​ພໍ່​ເຈົ້າ, ຈົນ​ກວ່າ​ເຮົາ​ຈະ​ມອບ​ບັນ​ຍັດ​ໃຫ້​ແກ່​ເຈົ້າ​ຕື່ມ​ອີກ. ແລະ ເຈົ້າ​ຈົ່ງ​ເອົາ​ໃຈ​ໃສ່​ຕໍ່ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ສາດ​ສະ​ໜາ​ຈັກ, ແລະ ຕໍ່​ໂລກ, ແລະ ໃນ​ພາກ​ພື້ນ​ຕ່າງໆ​ທີ່​ອ້ອມ​ຮອບ. ອາແມນ.

5 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ, ພີເຕີ, ວ່າ​ເຈົ້າ​ຈົ່ງ ເດີນ​ທາງ​ໄປ​ກັບອໍ​ລີ​ເວີ ອ້າຍ​ນ້ອງ​ຂອງ​ເຈົ້າ; ເພາະ ເວລາ​ມາ​ເຖິງ​ແລ້ວ ຊຶ່ງ​ເຮົາ​ເຫັນ​ສົມ​ຄວນ​ທີ່​ເຈົ້າ​ຈະ​ເປີດ​ປາກ​ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ; ສະນັ້ນ, ຢ່າ​ສູ່​ຢ້ານ, ແຕ່​ຈົ່ງ ເອົາ​ໃຈ​ໃສ່​ຕໍ່​ຖ້ອຍ​ຄຳ ແລະ ຄຳ​ແນະນຳ​ຂອງ​ອ້າຍ​ນ້ອງ​ຂອງ​ເຈົ້າ, ຊຶ່ງ​ລາວ​ຈະ​ມອບ​ໃຫ້​ແກ່​ເຈົ້າ.

6 ແລະ ເຈົ້າ​ຈົ່ງ​ເປັນ​ທຸກ​ໃນ​ຄວາມ​ທຸກ​ທໍ​ລະ​ມານ​ທັງ​ໝົດ​ຂອງ​ລາວ, ໂດຍ​ຍົກ​ໃຈ​ຂອງ​ເຈົ້າ​ຂຶ້ນ​ຫາ​ເຮົາ​ໃນ​ຄຳ​ອະ​ທິ​ຖານ ແລະ ສັດທາ​ສະເໝີ, ເພື່ອ​ການ​ປົດ​ປ່ອຍ​ຂອງ​ລາວ ແລະ ຂອງ​ເຈົ້າ; ເພາະ​ເຮົາ​ໄດ້​ມອບ​ພະ​ລັງ​ໃຫ້​ແກ່​ລາວ ເພື່ອ​ເສີມ​ສ້າງ ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ຂຶ້ນໃນ​ບັນ​ດາ ຊາວ​ເລມັນ;

7 ແລະ ບໍ່​ມີ​ຄົນ​ໃດ​ທີ່​ເຮົາ​ໄດ້​ແຕ່ງຕັ້ງ​ໃຫ້​ເປັນ​ທີ່​ປຶກ​ສາ ຂອງ​ລາວ​ໃນ​ສາດ​ສະ​ໜາ​ຈັກ, ກ່ຽວ​ກັບ​ເລື່ອງ​ຂອງ​ສາດ​ສະ​ໜາ​ຈັກ, ຍົກ​ເວັ້ນ​ແຕ່​ອ້າຍ​ນ້ອງ​ຂອງ​ລາວ, ໂຈເຊັບ ສະມິດ, ຜູ້ລູກ.

8 ດັ່ງ​ນັ້ນ, ຈົ່ງ​ເອົາ​ໃຈ​ໃສ່​ຕໍ່​ສິ່ງ​ເຫລົ່າ​ນີ້ ແລະ ຈົ່ງ​ພາກ​ພຽນ​ໃນ​ການ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ແລະ ເຈົ້າ​ຈະ​ໄດ້​ຮັບ​ພອນ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ. ອາແມນ.

9 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ ຈອນ, ວ່າ​ນັບ​ຈາກ​ເວລາ​ນີ້​ໄປ ເຈົ້າ​ຈົ່ງ​ອອກ​ໄປ ປະ​ກາດ ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ຄື​ກັບ​ວ່າ ສຽງ​ແກ.

10 ແລະ ການ​ທຳ​ງານ​ຂອງ​ເຈົ້າ​ຈະ​ເປັນ​ຢູ່​ທີ່​ເຮືອນ​ຂອງ​ອ້າຍ​ນ້ອງ​ຂອງ​ເຈົ້າ ຟີ​ລິບ ເບີ​ໂລ, ແລະ ໃນ​ພາກ​ພື້ນ​ທີ່​ອ້ອມ​ຮອບ, ແທ້​ຈິງ​ແລ້ວ, ບ່ອນ​ໃດ​ກໍ​ຕາມ​ທີ່​ຄົນ​ຈະ​ຟັງ​ເຈົ້າ, ຈົນ​ກວ່າ​ເຮົາ​ຈະ​ບັນ​ຊາ​ເຈົ້າ​ໃຫ້​ໄປ​ຈາກ​ທີ່​ນັ້ນ.

11 ແລະ ການ​ທຳ​ງານ​ທັງ​ໝົດ​ຂອງ​ເຈົ້າ​ຈະ​ເປັນ​ຢູ່​ໃນ​ຊີໂອນ, ດ້ວຍ​ສຸດ​ຈິດ​ວິນ​ຍານ​ຂອງ​ເຈົ້າ, ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ; ແທ້​ຈິງ​ແລ້ວ, ເຈົ້າ​ຈະ​ເປີດ​ປາກ​ຂອງ​ເຈົ້າ​ໃນ​ອຸ​ດົມ​ການ​ຂອງ​ເຮົາ​ສະເໝີ, ໂດຍ​ບໍ່ ຢ້ານ​ວ່າ ມະນຸດ ຈະ​ສາ​ມາດ​ເຮັດ​ຫຍັງ, ເພາະ​ເຮົາ ຢູ່​ນຳ​ເຈົ້າ. ອາແມນ.