ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 80


ພາກ​ທີ 80

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ໃຫ້​ແກ່​ສະ​ຕີບ​ເວັນ ເບີ​ແນັດ, ທີ່​ເມືອງ​ໄຮຣຳ, ລັດ​ໂອ​ໄຮ​ໂອ, ວັນທີ 7 ເດືອນ​ມີນາ, 1832.

1–5, ສະ​ຕີບ​ເວັນ ເບີ​ແນັດ ແລະ ອີ​ເດັນ ສະມິດ ໄດ້​ຖືກ​ເອີ້ນ​ໃຫ້​ສັ່ງ​ສອນ​ໃນ​ບ່ອນ​ໃດ​ກໍ​ຕາມ​ທີ່​ເຂົາ​ເຈົ້າ​ເລືອກ.

1 ຕາມ​ຄວາມ​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ກັບ​ເຈົ້າ ຜູ້​ຮັບ​ໃຊ້​ຂອງ​ເຮົາ ສະ​ຕີບ​ເວັນ ເບີ​ແນັດ: ເຈົ້າ​ຈົ່ງ​ອອກ​ໄປ, ເຈົ້າ​ຈົ່ງ​ອອກ​ໄປ​ໃນ​ໂລກ ແລະ ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ແກ່​ມະນຸດ​ສະ​ໂລກ​ທັງ​ໝົດ​ທີ່​ໄດ້​ຍິນ​ສຽງ​ຂອງ​ເຈົ້າ.

2 ແລະ ຕາບ​ໃດ​ທີ່​ເຈົ້າ​ຍັງ​ປາດ​ຖະ​ໜາ​ເພື່ອນ​ຮ່ວມ​ງານ, ເຮົາ​ຈະ​ມອບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ອີ​ເດັນ ສະມິດ ໃຫ້​ເຈົ້າ.

3 ດັ່ງ​ນັ້ນ, ເຈົ້າ​ຈົ່ງ​ອອກ​ໄປ ແລະ ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ບໍ່​ວ່າ​ຈະ​ໄປ​ເໜືອ ຫລື ໃຕ້, ໄປ​ພາກ​ຕາ​ເວັນ​ອອກ ຫລື ຕາ​ເວັນ​ຕົກ, ມັນ​ບໍ່​ສຳ​ຄັນ, ເພາະ​ເຈົ້າ​ບໍ່​ສາ​ມາດ​ໄປ​ຜິດ​ທາງ.

4 ສະນັ້ນ, ຈົ່ງ​ປະ​ກາດ​ສິ່ງ​ທີ່​ເຈົ້າ​ໄດ້​ຍິນ, ແລະ ເຊື່ອ​ຢ່າງ​ແທ້​ຈິງ, ແລະ ຮູ້​ວ່າ​ເປັນ​ຄວາມ​ຈິງ.

5 ຈົ່ງ​ເບິ່ງ, ນີ້​ຄື​ພຣະ​ປະສົງ​ຂອງ​ພຣະ​ອົງ​ຜູ້​ໄດ້ ເອີ້ນ​ເຈົ້າ, ພຣະ​ຜູ້​ໄຖ່​ຂອງ​ເຈົ້າ, ແມ່ນ​ແຕ່​ພຣະ​ເຢຊູ​ຄຣິດ. ອາແມນ.