ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 55


ພາກ​ທີ 55

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ແກ່​ວິວລຽມ ດັບ​ເບິນ​ຢູ ແຟ້ວສ໌, ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 14 ເດືອນ​ມິຖຸນາ, 1831. ວິວລຽມ ດັບ​ເບິນ​ຢູ ແຟ້ວສ໌ ຜູ້​ເປັນ​ນັກ​ພິມ, ແລະ ຄອບ​ຄົວ​ຂອງ​ລາວ​ຫາ​ກໍ​ມາ​ເຖິງ​ເມືອງ​ເຄີດແລນ, ແລະ ສາດ​ສະ​ດາ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ​ລາວ.

1–3, ວິວລຽມ ດັບ​ເບິນ​ຢູ ແຟ້ວສ໌ ໄດ້​ຖືກ​ເອີ້ນ ແລະ ໄດ້​ຖືກ​ເລືອກ​ໃຫ້​ຮັບ​ບັບຕິ​ສະມາ, ໄດ້​ຖືກ​ແຕ່ງ​ຕັ້ງ​ເປັນ​ແອວເດີ, ແລະ ໃຫ້​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ; 4, ລາວ​ຕ້ອງ​ຂຽນ​ປຶ້ມ​ສຳ​ລັບ​ເດັກ​ນ້ອຍ​ໃນ​ໂຮງ​ຮຽນ​ຂອງ​ສາດ​ສະ​ໜາ​ຈັກ; 5–6, ລາວ​ຕ້ອງ​ເດີນ​ທາງ​ໄປ​ລັດ​ມີ​ເຊີຣີ, ຊຶ່ງ​ຈະ​ເປັນ​ເຂດ​ບ່ອນ​ທຳ​ງານ​ຂອງ​ລາວ.

1 ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ກັບ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ ວິວລຽມ, ແທ້​ຈິງ​ແລ້ວ, ແມ່ນ​ແຕ່ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທັງ ແຜ່ນ​ດິນ​ໂລກ, ເຈົ້າ​ໄດ້​ຖືກ​ເອີ້ນ ແລະ ໄດ້​ຖືກ​ເລືອກ; ແລະ ຫລັງ​ຈາກ​ເຈົ້າ​ໄດ້​ຮັບ ບັບຕິ​ສະມາ​ໂດຍ​ນ້ຳ​ແລ້ວ, ຊຶ່ງ​ຖ້າ​ຫາກ​ເຈົ້າ​ເຮັດ​ເພາະ​ການ​ທີ່​ເຫັນ​ແກ່​ລັດ​ສະ​ໝີ​ພາບ​ຂອງ​ເຮົາ​ແຕ່​ຢ່າງ​ດຽວ, ເຈົ້າ​ຈະ​ໄດ້​ຮັບ​ການ​ປົດ​ບາບ​ຂອງ​ເຈົ້າ ແລະ ໄດ້​ຮັບ​ພຣະ​ວິນ​ຍານ​ສັກ​ສິດ​ໂດຍ​ການ​ວາງ ມື;

2 ແລະ ຈາກ​ນັ້ນ​ເຈົ້າ​ຈະ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໂດຍ​ມື​ຂອງ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ ໃຫ້​ເປັນ​ແອວເດີ​ສຳ​ລັບ​ສາດ​ສະ​ໜາ​ຈັກ​ນີ້, ເພື່ອ​ສັ່ງ​ສອນ​ການ​ກັບ​ໃຈ ແລະ ການ​ປົດ​ບາບ​ໂດຍ​ແບບ​ແຜນ​ຂອງ​ການ​ບັບຕິ​ສະມາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່.

3 ແລະ ຄົນ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຈະ​ວາງ​ມື​ໃສ່, ຖ້າ​ຫາກ​ເຂົາ​ສຳ​ນຶກ​ຜິດ​ຢູ່​ຕໍ່​ໜ້າ​ເຮົາ, ເຈົ້າ​ຈະ​ມີ​ອຳນາດ​ທີ່​ຈະ​ມອບ​ພຣະ​ວິນ​ຍານ​ສັກ​ສິດ​ໃຫ້.

4 ແລະ ອີກ​ເທື່ອ​ໜຶ່ງ, ເຈົ້າ​ຈະ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ຊ່ວຍ​ເຫລືອ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ອໍ​ລີ​ເວີ ຄາວ​ເດີຣີ ເຮັດ ວຽກ​ງານ​ເລື່ອງ​ການ​ພິມ, ແລະ ການ​ເລືອກ ແລະ ການ​ຂຽນ ປຶ້ມ​ສຳ​ລັບ​ໂຮງ​ຮຽນ​ໃນ​ສາດ​ສະ​ໜາ​ຈັກ​ນີ້, ເພື່ອ​ວ່າ​ເດັກ​ນ້ອຍໆ​ຈະ​ໄດ້​ຮັບ​ຄຳ​ແນະນຳ​ຢູ່​ຕໍ່​ໜ້າ​ເຮົາ​ນຳ​ອີກ ດັ່ງ​ທີ່​ໜ້າ​ພໍ​ໃຈ​ສຳ​ລັບ​ເຮົາ.

5 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ເພາະ​ເຫດ​ນີ້​ເຈົ້າ​ຈະ​ຕ້ອງ​ອອກ​ເດີນ​ທາງ​ໄປ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ, ແລະ ຊິດນີ ຣິກ​ດອນ, ເພື່ອ​ວ່າ​ເຈົ້າ​ຈະ​ໄດ້ ຕັ້ງ​ຮາກ​ຖານ​ຢູ່​ໃນ ແຜ່ນ​ດິນ​ມູນ​ມໍ​ລະ​ດົກ​ຂອງ​ເຈົ້າ ເພື່ອ​ເຮັດ​ວຽກ​ງານ​ນີ້.

6 ແລະ ອີກ​ເທື່ອ​ໜຶ່ງ, ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ໂຄ ອອກ​ເດີນ​ທາງ​ໄປ​ກັບ​ພວກ​ເຂົາ​ຄື​ກັນ. ສ່ວນ​ທີ່​ເຫລືອ​ຢູ່​ຈະ​ຖືກ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ໃນ​ພາຍ​ໜ້າ, ແມ່ນ​ແຕ່​ດັ່ງ​ທີ່​ເຮົາ​ປະສົງ. ອາແມນ.