ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 81


ພາກ​ທີ 81

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ໄຮຣຳ, ລັດ​ໂອ​ໄຮ​ໂອ, ວັນທີ 15 ເດືອນ​ມີນາ, 1832. ເຟຣ໌​ເດຣິກ ຈີ ວິວລຽມສ໌ ຖືກ​ເອີ້ນ​ໃຫ້​ເປັນ​ມະຫາ​ປະ​ໂລ​ຫິດ ແລະ ທີ່​ປຶກ​ສາ​ໃນຝ່າຍ​ປະທານ​ຂອງ​ຖານະ​ປະ​ໂລ​ຫິດ​ສູງ. ບັນ​ທຶກ​ປະຫວັດ​ສາດ​ນີ້​ສະແດງ​ໃຫ້​ເຫັນ​ວ່າ ເມື່ອ​ໄດ້​ຮັບ​ການ​ເປີດ​ເຜີຍ​ນີ້​ໃນ​ເດືອນ​ມີນາ 1832, ແຈ​ຊີ ກໍສ໌ ໄດ້​ຖືກ​ເອີ້ນ​ສືບ​ຕໍ່​ຕຳ​ແໜ່ງ​ເປັນ​ທີ່​ປຶກ​ສາ​ຂອງ​ໂຈເຊັບ ສະມິດ ໃນ​ຝ່າຍ​ປະທານ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ ລາວ​ບໍ່​ສາ​ມາດ​ປະ​ຕິ​ບັດ​ໜ້າ​ທີ່​ຢ່າງ​ສະໝ່ຳ​ສະເໝີ, ການ​ເອີ້ນ​ນັ້ນ​ຈຶ່ງ​ຖືກ​ໂອນ​ໃຫ້​ເຟຣ໌​ເດຣິກ ຈີ ວິວລຽມສ໌ ຮັບ​ວຽກ​ຕໍ່. ການ​ເປີດ​ເຜີຍ (ໃນ​ເດືອນ​ມີນາ 1832) ຄວນ​ຖື​ວ່າ​ເປັນ​ບາດ​ກ້າວ​ໜຶ່ງ​ໄປ​ສູ່​ການ​ຈັດ​ຕັ້ງ​ຂອງ​ຝ່າຍ​ປະທານ​ສູງ​ສຸດ ຢ່າງ​ເປັນ​ທາງ​ການ, ຊຶ່ງ​ເນັ້ນ​ເຖິງ​ການ​ເອີ້ນ​ສະ​ເພາະ​ສຳ​ລັບ​ຕຳ​ແໜ່ງ​ທີ່​ປຶກ​ສາ​ໃນ​ກຸ່ມ​ນັ້ນ ແລະ ອະ​ທິ​ບາຍ​ເຖິງ​ກຽດ​ສັກ​ສີ​ຂອງ​ວຽກ​ງານ​ມອບ​ໝາຍ. ບຣະ​ເດີ ກໍສ໌ ໄດ້​ຮັບ​ໃຊ້​ຊົ່ວ​ໄລ​ຍະ​ໜຶ່ງ, ແຕ່​ໄດ້​ຖືກ​ຕັດ​ອອກ​ຈາກ​ສາດ​ສະ​ໜາ​ຈັກ​ໃນ​ເດືອນ​ທັນວາ ປີ 1832. ບຣະເດີ ວິວລຽມສ໌ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ທີ່​ກ່າວ​ມາ​ນັ້ນ ໃນ​ວັນທີ 18 ເດືອນ​ມີນາ, 1833.

1–2, ຝ່າຍ​ປະທານ​ສູງ​ສຸດ​ເປັນ​ຜູ້​ຖື​ຂໍ​ກະແຈ​ຂອງ​ອາ​ນາ​ຈັກ​ສະເໝີ​ໄປ; 3–7, ຖ້າ​ຫາກ ເຟຣ໌ເດຣິກ ຈີ ວິວລຽມສ໌ ຊື່​ສັດ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ລາວ, ແລ້ວ​ລາວ​ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ.

1 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ ຜູ້​ຮັບ​ໃຊ້​ຂອງ​ເຮົາ ເຟຣ໌ເດຣິກ ຈີ ວິວລຽມສ໌: ຈົ່ງ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ຜູ້​ທີ່​ກ່າວ, ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ, ແລະ ຈົ່ງ​ເຊື່ອ​ຟັງ​ຕໍ່​ການ​ເອີ້ນ​ຊຶ່ງ​ເຈົ້າ​ຖືກ​ມອບ​ໝາຍ​ໃຫ້​ເຮັດ, ແມ່ນ​ແຕ່​ໃຫ້​ເປັນ ມະຫາ​ປະ​ໂລ​ຫິດ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ແລະ ເປັນ​ທີ່​ປຶກ​ສາ​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ;

2 ຜູ້​ຊຶ່ງ​ເຮົາ​ໄດ້​ມອບ ຂໍ​ກະແຈ​ຂອງ​ອາ​ນາ​ຈັກ​ໃຫ້, ຊຶ່ງ​ເປັນ​ຂອງ ຝ່າຍ​ປະທານ​ຂອງ​ຖານະ​ປະ​ໂລ​ຫິດ​ສູງ​ສະເໝີ​ໄປ:

3 ສະນັ້ນ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ຈະ​ຮັບ​ຮູ້​ລາວ ແລະ ຈະ​ອວຍ​ພອນ​ລາວ, ແລະ ເຈົ້າ​ນຳ​ອີກ, ຕາບ​ໃດ​ທີ່​ເຈົ້າ​ຍັງ​ຊື່​ສັດ​ໃນ​ການ​ປຶກ​ສາ, ໃນ​ຕຳ​ແໜ່ງ​ຊຶ່ງ​ເຮົາ​ໄດ້​ກຳ​ນົດ​ໃຫ້​ແກ່​ເຈົ້າ, ໃນ​ການ​ອະ​ທິ​ຖານ​ສະເໝີ​ໄປ, ໂດຍ​ອອກ​ສຽງ ແລະ ໃນ​ໃຈ​ຂອງ​ເຈົ້າ, ໃນ​ສາ​ທາ​ລະ​ນະ ແລະ ໃນ​ບ່ອນ​ເປັນ​ສ່ວນ​ຕົວ, ທັງ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຈົ້າ​ນຳ​ອີກ ໃນ​ການ​ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ໃນ​ແຜ່ນ​ດິນ​ຂອງ​ຄົນ​ເປັນ, ແລະ ໃນ​ບັນ​ດາ​ພີ່​ນ້ອງ​ຂອງ​ເຈົ້າ.

4 ແລະ ໃນ​ການ​ເຮັດ​ສິ່ງ​ເຫລົ່າ​ນີ້ ເຈົ້າ​ຈະ​ເຮັດ​ຄວາມ​ດີ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ແກ່​ເພື່ອນ​ມະນຸດ​ຂອງ​ເຈົ້າ, ແລະ ຈະ​ສົ່ງ​ເສີມ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ ຜູ້​ຊຶ່ງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ.

5 ດັ່ງ​ນັ້ນ, ຈົ່ງ​ຊື່​ສັດ; ຈົ່ງ​ຍຶດ​ໝັ້ນ​ໃນ​ຕຳ​ແໜ່ງ​ຊຶ່ງ​ເຮົາ​ໄດ້​ກຳ​ນົດ​ໃຫ້​ເຈົ້າ; ຈົ່ງ ຊ່ວຍ​ເຫລືອ​ຄົນ​ທີ່​ອ່ອນ​ແອ, ຍົກ​ມື​ທີ່​ເມື່ອຍ​ລ້າ, ແລະ ໃຫ້​ກຳ​ລັງ ຫົວ​ເຂົ່າ​ທີ່​ອ່ອນ​ເພຍ.

6 ແລະ ຖ້າ​ຫາກ​ເຈົ້າ​ຊື່​ສັດ​ຈົນ​ເຖິງ​ທີ່​ສຸດ, ແລ້ວ​ເຈົ້າ​ຈະ​ໄດ້​ຮັບ​ມົງ​ກຸດ​ແຫ່ງ ຄວາມ​ເປັນ​ອະ​ມະ​ຕະ, ແລະ ຊີ​ວິດ​ນິ​ລັນ​ດອນ​ໃນ ຜາ​ສາດ ຊຶ່ງ​ເຮົາ​ໄດ້​ຕຽມ​ໄວ້​ໃນ​ບ້ານ​ຂອງ​ພຣະ​ບິດາ​ຂອງ​ເຮົາ.

7 ຈົ່ງ​ເບິ່ງ, ແລະ ເບິ່ງ​ແມ, ນີ້​ຄື​ຖ້ອຍ​ຄຳ​ຂອງ​ອາ​ລະ​ຟາ ແລະ ໂອ​ເມ​ຄາ, ແມ່ນ​ແຕ່​ພຣະ​ເຢຊູ​ຄຣິດ. ອາແມນ.