ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 49


ພາກ​ທີ 49

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ແກ່​ຊິດນີ ຣິກ​ດອນ, ພາລີ ພີ ພະແຣັດ, ແລະ ລີ​ມັນ ຄອບ​ລີ, ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 7 ເດືອນ​ພຶດສະພາ, 1831. ລີ​ມັນ ຄອບ​ລີ ໄດ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ ແຕ່​ຍັງ​ເຊື່ອ​ຄຳ​ສອນ​ບາງ​ຢ່າງ​ຂອງ​ນິ​ກາຍ​ເຊ​ເກີ​ຢູ່ (Shakers—United Society of Believers in Christ’s Second Appearing) ແປ​ວ່າ ສະມາ​ຄົມ​ເຊ​ເກີ​ຂອງ​ຜູ້​ເຊື່ອ​ໃນ​ການ​ມາ​ປະກົດ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຄຣິດ, ຊຶ່ງ​ລາວ​ເຄີຍ​ເປັນ​ສະມາ​ຊິກ​ໃນ​ສະມາ​ຄົມ​ນີ້. ຄວາມ​ເຊື່ອ​ບາງ​ຢ່າງ​ຂອງ​ນິ​ກາຍ​ເຊ​ເກີ ຄື​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ​ຄັ້ງ​ທີ​ສອງ​ໄດ້​ເກີດ​ຂຶ້ນ​ແລ້ວ ແລະ ວ່າ​ພຣະ​ອົງ​ໄດ້​ມາ​ປະກົດ​ໃນ​ຮູບ​ຮ່າງ​ຂອງ​ສະ​ຕີ, ຄື ແອນ ລີ. ເຂົາ​ເຈົ້າ​ບໍ່​ເຊື່ອ​ວ່າ ການ​ບັບຕິ​ສະມາ​ໂດຍ​ນ້ຳ​ເປັນ​ສິ່ງ​ຈຳ​ເປັນ. ເຂົາ​ເຈົ້າ​ປະ​ຕິ​ເສດ​ການ​ແຕ່ງ​ງານ ແລະ ເຊື່ອ​ໃນ​ການ​ຢູ່​ເປັນ​ໂສດ. ຊາວ​ເຊ​ເກີ ບາງ​ຄົນ ຍັງ​ຖືກ​ສັ່ງ​ຫ້າມ​ບໍ່​ໃຫ້​ກິນ​ຊີ້ນ​ນຳ​ອີກ. ໃນ​ບົດ​ຄຳ​ນຳ​ຕໍ່​ການ​ເປີດ​ເຜີຍ​ນີ້, ປະຫວັດ​ຂອງ​ໂຈເຊັບ ສະມິດ ກ່າວ​ວ່າ, “ເພື່ອ​ຈະ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເຖິງ​ຖອງ​ກ່ຽວ​ກັບ​ເລື່ອງ​ນີ້, ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ໄດ້​ຮັບ​ດັ່ງ​ຕໍ່​ໄປ​ນີ້.” ການ​ເປີດ​ເຜີຍ​ພິ​ສູດ​ໃຫ້​ເຫັນ​ວ່າ​ຄຳ​ສອນ​ບາງ​ຢ່າງ​ຂອງ​ກຸ່ມ​ເຊ​ເກີ​ບໍ່​ຖືກ​ຕ້ອງ. ບັນ​ດາ​ອ້າຍ​ນ້ອງ​ທີ່​ກ່າວ​ມາ​ຂ້າງ​ເທິງ​ໄດ້​ເອົາ​ການ​ເປີດ​ເຜີຍ​ໄປ​ສະ​ເໜີ​ຕໍ່​ຊຸມ​ຊົນ​ເຊ​ເກີ (ໃກ້​ເມືອງ​ຄລີບ​ແລນ, ລັດ​ໂອ​ໄຮ​ໂອ) ແລະ ອ່ານ​ມັນ​ໃຫ້​ທຸກ​ຄົນ​ໃນ​ພວກ​ເຂົາ​ຟັງ, ແຕ່​ຖືກ​ປະ​ຕິ​ເສດ.

1–7, ວັນ ແລະ ຊົ່ວ​ໂມງ​ແຫ່ງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ​ຈະ​ບໍ່​ມີ​ໃຜ​ຮູ້​ຈົນ​ກວ່າ​ພຣະ​ອົງ​ສະ​ເດັດ​ມາ; 8–14, ມະນຸດ​ຕ້ອງ​ກັບ​ໃຈ, ເຊື່ອ​ພຣະ​ກິດ​ຕິ​ຄຸນ, ແລະ ເຊື່ອ​ຟັງ​ຕໍ່​ພິ​ທີ​ການ​ເພື່ອ​ຈະ​ໄດ້​ຮັບ​ຄວາມ​ລອດ; 15–16, ການ​ແຕ່ງ​ງານ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ພຣະ​ເຈົ້າ; 17–21, ການ​ກິນ​ຊີ້ນ​ໄດ້​ຮັບ​ການ​ອະ​ນຸ​ຍາດ; 22–28, ຊີໂອນ​ຈະ​ຮຸ່ງ​ເຮືອງ ແລະ ຊາວ​ເລມັນ​ຈະ​ບານ​ສະ​ພັ່ງ​ເໝືອນ​ດັ່ງ​ດອກ​ກຸ​ຫລາບ​ກ່ອນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ.

1 ຈົ່ງ​ເຊື່ອ​ຟັງ​ຖ້ອຍ​ຄຳ​ຂອງ​ເຮົາ, ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດນີ, ແລະ ພາລີ, ແລະ ລີ​ມັນ; ເພາະ​ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເຮົາ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ພວກ​ເຈົ້າ ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ໄປ ແລະ ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນຂອງ​ເຮົາ ຊຶ່ງ​ພວກ​ເຈົ້າ​ໄດ້​ຮັບ, ແມ່ນ​ແຕ່​ດັ່ງ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ມັນ, ໃຫ້​ແກ່​ນິ​ກາຍ​ເຊ​ເກີ.

2 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ພວກ​ເຂົາ​ປາດ​ຖະ​ໜາ​ຢາກ​ຮູ້​ຄວາມ​ຈິງ​ບາງ​ຢ່າງ, ແຕ່​ບໍ່​ແມ່ນ​ທັງ​ໝົດ, ເພາະ​ພວກ​ເຂົາ​ບໍ່ ຖືກ​ຕ້ອງ​ຢູ່​ຕໍ່​ໜ້າ​ເຮົາ ແລະ ຈຳ​ເປັນ​ຕ້ອງ​ກັບ​ໃຈ.

3 ດັ່ງ​ນັ້ນ, ເຮົາ​ຈຶ່ງ​ສົ່ງ​ພວກ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດນີ ແລະ ພາລີ, ໃຫ້​ໄປ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ແກ່​ພວກ​ເຂົາ.

4 ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ລີ​ມັນ ຈະ​ຖືກ​ແຕ່ງ​ຕັ້ງ​ສູ່​ວຽກ​ງານ​ນີ້, ເພື່ອ​ວ່າ​ລາວ​ຈະ​ໄດ້​ຊີ້​ແຈງ​ກັບ​ພວກ​ເຂົາ, ບໍ່​ແມ່ນ​ຕາມ​ສິ່ງ​ທີ່​ລາວ​ໄດ້​ຮັບ​ຈາກ​ພວກ​ເຂົາ, ແຕ່​ຕາມ​ສິ່ງ​ທີ່​ລາວ​ຈະ​ໄດ້​ຮັບ​ການ ສິດ​ສອນ​ຈາກ​ພວກ​ເຈົ້າ ຜູ້​ຮັບ​ໃຊ້​ຂອງ​ເຮົາ; ແລະ ໂດຍ​ການ​ເຮັດ​ເຊັ່ນ​ນັ້ນ ເຮົາ​ຈະ​ໄດ້​ອວຍ​ພອນ​ລາວ, ຖ້າ​ບໍ່​ດັ່ງ​ນັ້ນ ລາວ​ຈະ​ບໍ່​ຈະ​ເລີນ​ກ້າວ​ໜ້າ.

5 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້; ເພາະ​ເຮົາ​ຄື​ພຣະ​ເຈົ້າ, ແລະ ໄດ້ ສົ່ງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳເນີດ​ຂອງ​ເຮົາ​ມາ​ຍັງ​ໂລກ​ເພື່ອ ການ​ໄຖ່​ໂລກ, ແລະ ໄດ້​ອອກ​ຄຳ​ສັ່ງ​ວ່າ ຄົນ​ທີ່​ຮັບ​ເອົາ​ພຣະ​ອົງ​ຈະ​ລອດ, ແລະ ຄົນ​ທີ່​ບໍ່​ຮັບ​ເອົາ​ພຣະ​ອົງ​ຈະ ອັບ​ປະ​ໂຫຍດ

6 ແລະ ພວກ​ເຂົາ​ໄດ້​ເຮັດ​ກັບ ບຸດ​ມະນຸດ ແມ່ນ​ແຕ່​ດັ່ງ​ທີ່​ພວກ​ເຂົາ​ປາດ​ຖະ​ໜາ; ແລະ ພຣະ​ອົງ​ໄດ້​ຮັບ​ອຳນາດ​ຂອງ​ພຣະ​ອົງ​ຢູ່​ທາງ ເບື້ອງ​ຂວາ​ພຣະ​ຫັດ​ແຫ່ງ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ, ແລະ ບັດ​ນີ້​ໄດ້​ປົກ​ຄອງ​ຢູ່​ໃນ​ຟ້າ​ສະຫວັນ, ແລະ ຈະ​ປົກ​ຄອງ​ຈົນ​ກວ່າ​ພຣະ​ອົງ​ລົງ​ມາ​ເທິງ​ແຜ່ນ​ດິນ​ໂລກ ແລະ ເຮັດ​ໃຫ້​ສັດ​ຕູ​ທັງ​ໝົດ​ຢູ່ ໃຕ້​ພຣະ​ບາດ​ຂອງ​ພຣະ​ອົງ, ຊຶ່ງ​ເວລາ​ໃກ້​ຈະ​ມາ​ເຖິງ​ແລ້ວ—

7 ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ກ່າວ​ມັນ​ໄວ້​ດັ່ງ​ນີ້; ແຕ່​ຊົ່ວ​ໂມງ ແລະ ວັນ​ນັ້ນ​ບໍ່​ມີ​ຄົນ​ໃດ​ຮູ້, ທັງ​ເຫລົ່າ​ທູດ​ໃນ​ສະຫວັນ​ກໍ​ບໍ່​ຮູ້, ແລະ ພວກ​ເຂົາ​ຈະ​ບໍ່​ຮູ້​ຈົນ​ກວ່າ​ພຣະ​ອົງ​ສະ​ເດັດ​ມາ.

8 ດັ່ງ​ນັ້ນ, ເຮົາ​ປະສົງ​ໃຫ້​ມະນຸດ​ທັງ​ປວງ​ກັບ​ໃຈ, ເພາະ​ທຸກ​ຄົນ​ຢູ່​ພາຍ​ໃຕ້ ບາບ, ຍົກ​ເວັ້ນ​ແຕ່​ຄົນ​ເຫລົ່າ​ນັ້ນ​ທີ່​ເຮົາ​ສະ​ຫງວນ​ໄວ້​ໃຫ້​ແກ່​ເຮົາ​ເອງ, ຄົນ ບໍ​ລິ​ສຸດ​ທີ່​ພວກ​ເຈົ້າ​ບໍ່​ຮູ້​ຈັກ.

9 ດັ່ງ​ນັ້ນ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເຮົາ​ໄດ້​ສົ່ງ ພັນທະ​ສັນ​ຍາ​ອັນ​ເປັນ​ນິດ​ຂອງ​ເຮົາ​ມາ​ໃຫ້​ພວກ​ເຈົ້າ, ແມ່ນ​ຕັ້ງ​ແຕ່​ຕົ້ນ

10 ແລະ ວ່າ​ສິ່ງ​ໃດ​ທີ່​ເຮົາ​ໄດ້​ສັນ​ຍາ ເຮົາ​ຈະ​ເຮັດ​ສິ່ງ​ນັ້ນ​ໃຫ້​ສຳ​ເລັດ​ຜົນ, ແລະ ປະ​ຊາ​ຊາດ​ຂອງ​ແຜ່ນ​ດິນ​ໂລກ​ຈະ ກົ້ມ​ຂາບ​ມັນ; ແລະ, ຖ້າ​ຫາກ​ເຂົາ​ບໍ່​ໄດ້​ກົ້ມ​ຂາບ​ລົງ​ດ້ວຍ​ຕົວ​ເຂົາ​ເອງ, ເຂົາ​ຈະ​ຕົກ​ຕ່ຳ, ເພາະ​ສິ່ງ​ຊຶ່ງ​ບັດ​ນີ້​ສູງ​ສົ່ງ​ດ້ວຍ​ຕົວ​ມັນ​ເອງ ຈະ​ຖືກ ຫລົດ​ອຳນາດ​ລົງ​ຕ່ຳ.

11 ດັ່ງ​ນັ້ນ, ເຮົາ​ຈຶ່ງ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ພວກ​ເຈົ້າ​ວ່າ ຈົ່ງ ໄປ​ໃນ​ບັນ​ດາ​ຜູ້​ຄົນ​ເຫລົ່າ​ນີ້, ແລະ ກ່າວ​ກັບ​ພວກ​ເຂົາ, ເໝືອນ​ດັ່ງ​ອັກຄະ​ສາວົກ​ໃນ​ສະ​ໄໝ​ບູຮານ​ຂອງ​ເຮົາ, ຜູ້​ຊື່​ວ່າ​ເປໂຕ ດັ່ງ​ນີ້:

12 ຈົ່ງ​ເຊື່ອ​ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ເຢຊູ, ຜູ້​ເຄີຍ​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ແລະ ຈະ​ສະ​ເດັດ​ມາ, ຜູ້​ເປັນ​ຕົ້ນ ແລະ ທີ່​ສຸດ;

13 ຈົ່ງ ກັບ​ໃຈ ແລະ ຮັບ​ບັບຕິ​ສະມາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ຕາມ​ພຣະ​ບັນ​ຍັດ​ທີ່​ສັກ​ສິດ, ເພື່ອ​ການ​ປົດ​ບາບ;

14 ແລະ ຜູ້​ໃດ​ທີ່​ເຮັດ​ສິ່ງ​ນີ້​ຈະ​ໄດ້​ຮັບ ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ໂດຍ​ການ​ວາງ ມື​ຂອງ​ພວກ​ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ.

15 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຜູ້​ໃດ​ກໍ​ຕາມ​ທີ່ ຫ້າມ ການ​ແຕ່ງ​ງານ​ບໍ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ພຣະ​ເຈົ້າ, ເພາະ​ການ​ແຕ່ງ​ງານ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ພຣະ​ເຈົ້າ​ເພື່ອ​ມະນຸດ.

16 ດັ່ງ​ນັ້ນ, ມັນ​ຈຶ່ງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ທີ່​ເຂົາ​ຄວນ​ມີ ເມຍ​ຄົນ​ໜຶ່ງ, ແລະ ເຂົາ​ທັງ​ສອງ​ຈະ​ຕ້ອງ​ເປັນ ເນື້ອ​ດຽວ​ກັນ, ແລະ ທັງ​ໝົດ​ນີ້​ເພື່ອ​ວ່າ ແຜ່ນ​ດິນ​ໂລກ​ຈະ​ສາ​ມາດ​ຕອບ​ສະ​ໜອງ​ຈຸດ​ປະສົງ​ຂອງ​ການ​ສ້າງ​ຂອງ​ມັນ;

17 ແລະ ເພື່ອ​ວ່າ​ມັນ​ຈະ​ເຕັມ​ໄປ​ດ້ວຍ​ມະນຸດ, ຕາມ ການ​ສ້າງ​ຂອງ​ເຂົາ ກ່ອນ​ໂລກ​ຖືກ​ສ້າງ​ຂຶ້ນ.

18 ແລະ ຜູ້​ໃດ​ກໍ​ຕາມ​ທີ່ ສັ່ງ​ຫ້າມ​ໃຫ້​ລະ​ເວັ້ນ​ຈາກ ຊີ້ນ, ວ່າ​ມະນຸດ​ບໍ່​ຄວນ​ກິນ​ຊີ້ນ​ນັ້ນ​ຄື​ກັນ, ບໍ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ພຣະ​ເຈົ້າ;

19 ເພາະ, ຈົ່ງ​ເບິ່ງ, ສັດ​ຢູ່​ໃນ​ທົ່ງ ແລະ ຝູງ​ນົກ​ຢູ່​ໃນ​ອາ​ກາດ, ແລະ ສິ່ງ​ຊຶ່ງ​ມາ​ຈາກ​ແຜ່ນ​ດິນ, ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໄວ້​ເພື່ອ​ໃຫ້​ມະນຸດ​ໃຊ້​ເປັນ​ອາຫານ ແລະ ເປັນ​ເຄື່ອງ​ນຸ່ງ​ຫົ່ມ, ແລະ ເພື່ອ​ວ່າ​ເຂົາ​ຈະ​ມີ​ຄວາມ​ອຸ​ດົມ​ສົມ​ບູນ.

20 ແຕ່ບໍ່​ໄດ້​ໃຫ້​ໄວ້​ວ່າ ຄົນໆ​ໜຶ່ງ​ຈະ ຄອບ​ຄອງ​ຫລາຍ​ກວ່າ​ອີກ​ຄົນ​ໜຶ່ງ, ດັ່ງ​ນັ້ນ ໂລກ​ຈະ​ຢູ່​ໃນ​ບາບ.

21 ແລະ ວິບັດ​ຈົ່ງ​ມີ​ແກ່​ຄົນ​ທີ່ ຫລັ່ງ​ເລືອດ ຫລື ເສຍ​ເນື້ອ​ໜັງ​ໄປ​ລ້າໆ ແລະ ບໍ່​ມີ​ຄວາມ​ຈຳ​ເປັນ.

22 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ບຸດ​ມະນຸດ​ບໍ່​ໄດ້ ສະ​ເດັດ​ມາ​ໃນ​ຮູບ​ຮ່າງ​ຂອງ​ສະ​ຕີ, ທັງ​ບໍ່​ແມ່ນ​ໃນ​ຮູບ​ຮ່າງ​ຂອງ​ຜູ້​ຊາຍ​ທີ່​ສັນ​ຈອນ​ໄປ​ເທິງ​ແຜ່ນ​ດິນ​ໂລກ.

23 ດັ່ງ​ນັ້ນ, ຈົ່ງ​ຢ່າ​ຖືກ ຫລອກ, ແຕ່​ໃຫ້​ດຳ​ເນີນ​ຕໍ່​ໄປ​ໃນ​ຄວາມ​ແນ່ວ​ແນ່, ໂດຍ​ການ ລໍ​ຄອຍ​ໃຫ້​ຟ້າ​ສະຫວັນ​ສັ່ນ​ສະ​ເທືອນ, ແລະ ແຜ່ນ​ດິນ​ໂລກ​ສັ່ນ ແລະ ເນີ້ງ​ໄປ​ເບື້ອງ​ນັ້ນ ແລະ ເບື້ອງ​ນີ້​ເໝືອນ​ດັ່ງ​ຄົນເມົາ​ເຫລົ້າ, ແລະ ໃຫ້ ຮ່ອມ​ພູ​ຖືກ​ຍົກ​ຂຶ້ນ​ສູງ, ແລະ ໃຫ້ ພູ​ຜາ​ຖືກ​ຫຍຸບ​ລົງ​ຕ່ຳ, ແລະ ໃຫ້​ບ່ອນ​ເປັນ​ຂຸມ​ຄຸ​ຄະ​ກາຍ​ເປັນ​ບ່ອນ​ຮາບ​ພຽງ—ແລະ ທັງ​ໝົດ​ນີ້ ເມື່ອ​ທູດ​ຈະເປົ່າ ແກ​ຂອງ​ເຂົາ.

24 ແຕ່​ກ່ອນ​ວັນ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມາ​ເຖິງ, ຢາໂຄບ​ຈະ ຈະ​ເລີນ​ຮຸ່ງ​ເຮືອງ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ ຊາວ​ເລມັນ​ຈະ ບານ​ສະ​ພັ່ງ​ເໝືອນ​ດັ່ງ​ດອກ​ກຸ​ຫລາບ.

25 ຊີໂອນ​ຈະ ຈະ​ເລີນ​ຮຸ່ງ​ເຮືອງ​ຢູ່​ເທິງ ເນີນ​ພູ ແລະ ປິ​ຕິ​ຍິນ​ດີ​ຢູ່​ເທິງ​ພູ​ເຂົາ, ແລະ ຈະ​ຖືກ​ຮວບ​ຮວມ​ເຂົ້າ​ກັນ​ໃນ​ບ່ອນ​ທີ່​ເຮົາ​ໄດ້​ກຳ​ນົດ​ໄວ້.

26 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຈົ່ງ​ອອກ​ໄປ​ດັ່ງ​ທີ່​ເຮົາ​ໄດ້​ບັນ​ຊາ​ພວກ​ເຈົ້າ; ຈົ່ງ​ກັບ​ໃຈ​ຈາກ​ບາບ​ທັງ​ໝົດ​ຂອງ​ພວກ​ເຈົ້າ; ຈົ່ງ ໝັ່ນ​ຂໍ ແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຮັບ; ຈົ່ງ​ໝັ່ນ​ເຄາະ ແລ້ວ​ຈະ​ມີ​ຜູ້​ໄຂ​ປະຕູ​ໃຫ້.

27 ຈົ່ງ​ເບິ່ງ, ເຮົາ​ຈະ​ນຳ​ໜ້າ​ພວກ​ເຈົ້າ ແລະ ຈະ​ຮັກ​ສາ ທາງ​ຫລັງ​ຂອງ​ພວກ​ເຈົ້າ; ແລະ ເຮົາ​ຈະ​ຢູ່ ທ່າມ​ກາງ​ພວກ​ເຈົ້າ, ແລະ ພວກ​ເຈົ້າ​ຈະ​ບໍ່ ສັບ​ສົນ.

28 ຈົ່ງ​ເບິ່ງ, ເຮົາ​ຄື​ພຣະ​ເຢຊູ​ຄຣິດ, ແລະ ເຮົາ​ມາ ຢ່າງ​ໄວ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.