ການເປີດເຜີຍທີ່ມອບໃຫ້ແກ່ໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງນາວູ, ລັດອິລິນອຍ, ວັນທີ 19 ເດືອນມັງກອນ, 1841. ເພາະວ່າມີການຂົ່ມເຫັງ ແລະ ການເຮັດຜິດກົດໝາຍເພີ່ມທະວີຫລາຍຂຶ້ນຕ້ານເຂົາເຈົ້າໂດຍເຈົ້າໜ້າທີ່ລັດຖະບານ, ໄພ່ພົນຂອງພຣະເຈົ້າຈຶ່ງໄດ້ຖືກບັງຄັບໃຫ້ໜີຈາກລັດມີເຊີຣີ. ຄຳສັ່ງໃຫ້ກຳຈັດທີ່ອະນຸມັດໂດຍ ລຽວເບີນ ດັບເບິນຢູ ບອກສ໌, ເຈົ້າລັດມີເຊີຣີ, ລົງວັນທີ 27 ເດືອນຕຸລາ, 1838, ເຮັດໃຫ້ເຂົາເຈົ້າບໍ່ມີທາງເລືອກ. ໃນປີ 1841, ເມື່ອການເປີດເຜີຍນີ້ໄດ້ຖືກມອບໃຫ້, ເມືອງນາວູ, ຊຶ່ງຕັ້ງຢູ່ໃນສະຖານທີ່ຊຶ່ງແຕ່ກ່ອນຄືໝູ່ບ້ານຄອມເມີສ, ລັດອິລິນອຍ, ໄດ້ຖືກສ້າງຂຶ້ນໂດຍໄພ່ພົນຂອງພຣະເຈົ້າ, ແລະ ຢູ່ທີ່ນີ້ສູນກາງໃຫຍ່ຂອງສາດສະໜາຈັກໄດ້ຖືກສະຖາປະນາຂຶ້ນ.