ພຣະ​ຄຳ​ພີ
ຄຳ​ນຳ


ຄຳ​ນຳ

ຄຳ​ສອນ ແລະ ພັນທະ​ສັນ​ຍາ​ເປັນ​ການ​ຮວບ​ຮວມ​ຂອງ​ການ​ເປີດ​ເຜີຍ​ອັນ​ສູງ​ສົ່ງ ແລະ ການ​ປະ​ກາດ​ທີ່​ດົນ​ໃຈ ຊຶ່ງ​ມອບ​ໃຫ້​ເພື່ອ​ການ​ສ້າງ​ຕັ້ງ ແລະ ເປັນ​ຂໍ້​ບັງ​ຄັບ​ຂອງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ໃນ​ຍຸກ​ສຸດ​ທ້າຍ. ເຖິງ​ແມ່ນ​ສ່ວນ​ໃຫຍ່​ຂອງ​ພາກ​ຕ່າງໆ​ຈະ​ເຈາະ​ຈົງ​ໃສ່​ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ແຕ່​ຂ່າວ​ສານ, ຄຳ​ເຕືອນ, ແລະ ຄຳ​ແນະນຳ ແມ່ນ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ມະນຸດ​ຊາດ​ທັງ​ປວງ ແລະ ບັນ​ຈຸ​ການ​ເຊື້ອ​ເຊີນ​ທຸກ​ຜູ້​ຄົນ​ຢູ່​ທຸກ​ແຫ່ງ​ຫົນ​ໃຫ້​ຟັງ​ສຸ​ລະ​ສຽງ​ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ກ່າວ​ຕໍ່​ພວກ​ເຂົາ​ສຳ​ລັບ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ຝ່າຍ​ໂລກ​ຂອງ​ພວກ​ເຂົາ ແລະ ຄວາມ​ລອດ​ອັນ​ເປັນ​ນິດ​ຂອງ​ພວກ​ເຂົາ.

ການ​ເປີດ​ເຜີຍ​ສ່ວນ​ໃຫຍ່​ຢູ່​ໃນ​ການ​ຮວບ​ຮວມ​ນີ້ ແມ່ນ​ໄດ້​ຮັບ​ຜ່ານ​ທາງ​ໂຈເຊັບ ສະມິດ ຜູ້ລູກ ສາດ​ສະ​ດາ ແລະ ປະທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຄົນ​ທຳ​ອິດ. ການ​ເປີດ​ເຜີຍ ສ່ວນ​ອື່ນໆ​ໄດ້​ຖືກ​ພິມ​ອອກ​ມາ​ຜ່ານ​ທາງ​ຜູ້​ສືບ​ຕຳ​ແໜ່ງ​ຂອງ​ເພິ່ນ​ຢູ່​ໃນ​ຝ່າຍ​ປະທານ (ເບິ່ງ ຄພ 135, 136, ແລະ 138, ແລະ ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 1 ແລະ 2).

ພຣະ​ຄຳ​ພີ​ຄຳ​ສອນ ແລະ ພັນທະ​ສັນ​ຍາ ເປັນ​ເຫລັ້ມ​ໜຶ່ງ​ໃນ​ໜັງ​ສື​ມາດ​ຕະ​ຖານ​ຂອງ​ສາດ​ສະ​ໜາ​ຈັກ ຊຶ່ງ​ຮວມ​ຢູ່​ກັບ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ທີ່​ສັກ​ສິດ, ພຣະ​ຄຳ​ພີ​ມໍມອນ, ແລະ ພຣະ​ຄຳ​ພີ​ໄຂ່​ມຸກ​ອັນ​ລ້ຳ​ຄ່າ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຳ​ສອນ ແລະ ພັນທະ​ສັນ​ຍາ ເປັນ​ໜັງ​ສື​ພິ​ເສດ ເພາະ​ມັນ​ບໍ່​ແມ່ນ​ການ​ແປ​ຂອງ​ບັນ​ທຶກ​ບູຮານ, ແຕ່​ມີ​ທີ່​ມາ​ຈາກ​ສະ​ໄໝ​ປະ​ຈຸ​ບັນ ແລະ ຖືກ​ມອບ​ໃຫ້​ໂດຍ​ພຣະ​ເຈົ້າ ຜ່ານ​ທາງ​ສາດ​ສະ​ດາ​ທີ່​ຖືກ​ເລືອກ​ໄວ້​ຂອງ​ພຣະ​ອົງ ສຳ​ລັບ​ການ​ຟື້ນ​ຟູ​ວຽກ​ງານ​ທີ່​ສັກ​ສິດ ແລະ ການ​ສ້າງ​ຕັ້ງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ຢູ່​ເທິງ​ແຜ່ນ​ດິນ​ໂລກ​ໃນ​ວັນ​ເວລາ​ນີ້. ໃນ​ການ​ເປີດ​ເຜີຍ, ເຮົາ​ໄດ້​ຍິນ​ສຸ​ລະ​ສຽງ​ອັນ​ອ່ອນ​ໂຍນ​ແຕ່​ໜັກ​ແໜ້ນ​ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ກ່າວ​ອີກ​ເທື່ອ​ໜຶ່ງ​ໃນ​ຍຸກ​ສະ​ໄໝ​ຂອງ​ຄວາມ​ສົມ​ບູນ​ແຫ່ງ​ເວລາ; ແລະ ວຽກ​ງານ​ທີ່​ໄດ້​ເລີ່ມ​ຕົ້ນ​ໃນ​ນັ້ນ ເປັນ​ການ​ຕຽມ​ຕໍ່​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ອົງ, ໃນ​ການ​ບັນ​ລຸ​ຄວາມ​ສຳ​ເລັດ ແລະ ເພື່ອ​ໃຫ້​ສອດ​ຄ່ອງ​ຕາມ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ທີ່​ສັກ​ສິດ​ທັງ​ຫລາຍ ນັບ​ແຕ່​ການ​ເລີ່ມ​ຕົ້ນ​ຂອງ​ໂລກ.

ໂຈເຊັບ ສະມິດ ຜູ້ລູກ ເກີດ​ໃນ​ວັນທີ 23 ເດືອນ​ທັນວາ, 1805, ໃນ​ເມືອງ​ຊາ​ໂຣນ, ເຂດ​ວິນ​ເຊີ, ລັດ​ເວີ​ໝ້ອນ. ຄາວ​ຍັງ​ນ້ອຍ, ເພິ່ນ​ໄດ້​ຍ້າຍ​ໄປ​ຢູ່​ເມືອງ​ໜຶ່ງ ຊຶ່ງ​ປະ​ຈຸ​ບັນ​ນີ້​ເອີ້ນ​ວ່າ ແມນເຈດ​ສະເຕີ ນຳ​ຄອບ​ຄົວ​ຂອງ​ເພິ່ນ, ໃນ​ພາກ​ຕາ​ເວັນ​ຕົກ ຂອງ​ລັດ​ນິວຢອກ. ໃນ​ຂະນະ​ທີ່​ເພິ່ນ​ອາ​ໄສ​ຢູ່​ທີ່​ນັ້ນ ໃນ​ລະ​ດູ​ໃບ​ໄມ້​ປົ່ງ​ຂອງ​ປີ 1820, ຕອນ​ເພິ່ນ​ມີ​ອາ​ຍຸ​ໄດ້​ສິບ​ສີ່​ປີ, ເພິ່ນ​ໄດ້​ເຫັນ​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ, ໃນ​ປະ​ສົບ​ການ​ນັ້ນ ພຣະ​ເຈົ້າ, ພຣະ​ບິດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ, ແລະ ພຣະ​ບຸດ​ຂອງ​ພຣະ​ອົງ ພຣະ​ເຢຊູ​ຄຣິດ ໄດ້​ມາ​ຢ້ຽມ​ຢາມ​ເພິ່ນ. ໃນ​ພາບ​ນັ້ນ ເພິ່ນ​ຖືກ​ບອກ​ວ່າ ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢຊູ​ຄຣິດ ທີ່​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ໃນ​ສະ​ໄໝ​ພຣະ​ຄຳ​ພີ​ໃໝ່, ແລະ ຊຶ່ງ​ໄດ້​ປະ​ຕິ​ບັດ​ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ ບໍ່​ມີ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ອີກ​ແລ້ວ. ການ​ສະແດງ​ໃຫ້​ປະຈັກ ອັນ​ສູງ​ສົ່ງ​ຢ່າງ​ອື່ນໆ​ໄດ້​ເກີດ​ຂຶ້ນ​ຫລັງ​ຈາກ​ນັ້ນ ຊຶ່ງ​ເພິ່ນ​ໄດ້​ຮັບ​ການ​ສິດ​ສອນ​ໂດຍ​ເຫລົ່າ​ທູດ; ມັນ​ຖືກ​ສະແດງ​ແກ່​ເພິ່ນ​ວ່າ ພຣະ​ເຈົ້າ​ມີ​ວຽກ​ງານ​ພິ​ເສດ​ໃຫ້​ເພິ່ນ​ເຮັດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ແລະ ວ່າ ຜ່ານ​ເພິ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ຈະ​ຖືກ​ຟື້ນ​ຟູ​ສູ່​ແຜ່ນ​ດິນ​ໂລກ.

ເມື່ອ​ເວລາ​ຜ່ານ​ໄປ, ໂຈເຊັບ ສະມິດ ໄດ້​ແປ ແລະ ພິມ​ພຣະ​ຄຳ​ພີ​ມໍມອນ​ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະຫວັນ. ໃນ​ເວລາ​ດຽວ​ກັນ​ເພິ່ນ​ກັບ​ອໍ​ລີ​ເວີ ຄາວ​ເດີຣີ ໄດ້​ຖືກ​ແຕ່ງ​ຕັ້ງ​ສູ່​ຖານະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ​ໂດຍ​ໂຢຮັນ​ບັບຕິ​ສະໂຕ ໃນ​ເດືອນ​ພຶດສະພາ 1829 (ເບິ່ງ ຄພ 13), ແລະ ບໍ່​ດົນ​ຈາກ​ນັ້ນ ພວກ​ເພິ່ນ​ກໍ​ໄດ້ ຖືກ​ແຕ່ງ​ຕັ້ງ​ສູ່​ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ໂດຍ​ເປໂຕ, ຢາ​ໂກ​ໂບ, ແລະ ໂຢຮັນ ອັກຄະ​ສາວົກ​ໃນ​ສະ​ໄໝ​ບູຮານ (ເບິ່ງ ຄພ 27:12). ການ​ແຕ່ງ​ຕັ້ງ​ອື່ນໆ​ໄດ້​ເກີດ​ຂຶ້ນ​ຫລັງ​ຈາກ​ນັ້ນ ຊຶ່ງ​ໃນ​ນັ້ນ​ຂໍ​ກະແຈ​ແຫ່ງ​ຖານະ​ປະ​ໂລ​ຫິດ​ໄດ້​ຖືກ​ມອບ​ໃຫ້​ໂດຍ​ໂມເຊ, ເອລີ​ຢາ, ອີລາຍ, ແລະ ສາດ​ສະ​ດາ​ໃນ​ສະ​ໄໝ​ບູຮານ​ຫລາຍ​ທ່ານ (ເບິ່ງ ຄພ 110; 128:18, 21). ການ​ແຕ່ງ​ຕັ້ງ​ດັ່ງ​ກ່າວ, ຕາມ​ຈິງ​ແລ້ວ, ເປັນ​ການ​ຟື້ນ​ຟູ​ສິດ​ອຳນາດ​ອັນ​ສູງ​ສົ່ງ​ໃຫ້​ແກ່​ມະນຸດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ. ໃນ​ວັນທີ 6 ເດືອນ​ເມສາ, 1830, ພາຍ​ໃຕ້​ການ​ນຳ​ພາ​ຈາກ​ສະຫວັນ, ສາດ​ສະ​ດາ​ໂຈເຊັບ ສະມິດ ໄດ້​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂຶ້ນ, ແລະ ດັ່ງ​ນັ້ນ​ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢຊູ​ຄຣິດ​ຈຶ່ງ​ດຳ​ເນີນ​ອີກ​ເທື່ອ​ໜຶ່ງ​ເປັນ​ສະຖາ​ບັນ​ໃນ​ທ່າມ​ກາງ​ມະນຸດ, ດ້ວຍ​ສິດ​ອຳນາດ​ເພື່ອ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ ແລະ ປະ​ຕິ​ບັດ​ພິ​ທີ​ການ​ແຫ່ງ​ຄວາມ​ລອດ. (ເບິ່ງ ຄພ 20 ແລະ ໄຂ່​ມຸກ​ອັນ​ລ້ຳ​ຄ່າ, ໂຈເຊັບ ສະມິດ—ປະຫວັດ 1.)

ການ​ເປີດ​ເຜີຍ​ທີ່​ສັກ​ສິດ​ເຫລົ່າ​ນີ້​ໄດ້​ຮັບ​ເປັນ​ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ, ໃນ​ເວລາ​ທີ່​ຈຳ​ເປັນ, ແລະ ອອກ​ມາ​ຈາກ​ສະຖານະ​ການ​ຂອງ​ຊີ​ວິດ​ຈິງ​ທີ່​ກ່ຽວ​ພັນ​ກັບ​ຜູ້​ຄົນ​ແທ້ໆ. ສາດ​ສະ​ດາ ແລະ ເພື່ອນ​ຮ່ວມ​ງານ​ຂອງ​ເພິ່ນ​ໄດ້​ສະແຫວງ​ຫາ​ການ​ນຳ​ພາ​ອັນ​ສູງ​ສົ່ງ, ແລະ ການ​ເປີດ​ເຜີຍ​ເຫລົ່າ​ນີ້​ເປັນ​ພະຍານ​ວ່າ ພວກ​ເພິ່ນ​ໄດ້​ຮັບ​ມັນ. ໃນ​ການ​ເປີດ​ເຜີຍ, ເຮົາ​ເຫັນ​ການ​ຟື້ນ​ຟູ ແລະ ການ​ເປີດ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ​ໃຫ້​ເຫັນ ແລະ ການ​ນຳ​ເຂົ້າ​ສູ່​ຍຸກ​ສະ​ໄໝ​ຂອງ​ຄວາມ​ສົມ​ບູນ​ແຫ່ງ​ເວລາ. ໃນ​ການ​ເປີດ​ເຜີຍ​ນີ້ ກໍ​ໄດ້​ສະແດງ​ໃຫ້​ເຫັນ ເຖິງ​ການ​ເຄື່ອນ​ຍ້າຍ​ໄປ​ທາງ​ທິດ​ຕາ​ເວັນ​ຕົກ​ນຳ​ອີກ​ຂອງ​ສາດ​ສະ​ໜາ​ຈັກ​ຈາກ​ລັດ​ນິວຢອກ ແລະ ລັດ​ເພັນໂຊ​ເວເນຍ ຫາ​ລັດ​ໂອ​ໄຮ​ໂອ, ຫາ​ລັດ​ມີ​ເຊີຣີ, ຫາ​ລັດ​ອິ​ລິ​ນອຍ, ແລະ ໃນ​ທີ່​ສຸດ​ທ້າຍ ຫາ​ອ່າວ​ອັນ​ກວ້າງ​ໃຫຍ່​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ອາ​ເມ​ຣິ​ກາ ແລະ ຄວາມ​ທຸກ​ຍາກ​ລຳ​ບາກ​ຢ່າງ​ໜັກ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ສ້າງ​ຊີໂອນ​ຂຶ້ນ​ເທິງ​ແຜ່ນ​ດິນ​ໂລກ​ໃນ​ສະ​ໄໝ​ປະ​ຈຸ​ບັນ.

ພາກ​ຕົ້ນ​ຫລາຍໆ​ພາກ​ກ່ຽວ​ຂ້ອງ​ກັບ​ເລື່ອງ​ລາວ​ການ​ແປ ແລະ ການ​ພິມ​ພຣະ​ຄຳ​ພີ​ມໍມອນ (ເບິ່ງ ພາກ 3, 5, 10, 17, ແລະ 19). ພາກ​ຕໍ່​ຈາກ​ນັ້ນ​ບາງ​ພາກ ສະ​ທ້ອນ​ເຖິງ​ວຽກ​ງານ​ຂອງ​ສາດ​ສະ​ດາ​ໂຈເຊັບ ສະມິດ ໃນ​ການ​ເຮັດ​ວຽກ​ງານ​ການ​ແປ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ສຳ​ລັບ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ, ຊຶ່ງ​ໃນ​ລະຫວ່າງ​ນັ້ນ​ໄດ້​ຮັບ​ພາກ​ທີ່​ມີ​ຄຳ​ສອນ​ອັນ​ສຳ​ຄັນ​ຫລາຍໆ​ພາກ (ເບິ່ງ, ຍົກ​ຕົວ​ຢ່າງ, ພາກ 37, 45, 73, 76, 77, 86, 91, ແລະ 132, ແຕ່​ລະ​ພາກ​ມີ​ຄວາມ​ສຳ​ພັນ​ໂດຍ​ກົງ​ກັບ​ການ​ແປ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ).

ໃນ​ການ​ເປີດ​ເຜີຍ, ຄຳ​ສອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ໄດ້​ຖືກ​ສະ​ເໜີ​ພ້ອມ​ດ້ວຍ​ຄຳ​ອະ​ທິ​ບາຍ​ກ່ຽວ​ກັບ​ເລື່ອງ​ລາວ​ອັນ​ເປັນ​ພື້ນ​ຖານ​ເຊັ່ນ​ທຳ​ມະ​ຊາດ​ຂອງ​ຝ່າຍ​ພຣະ​ເຈົ້າ, ຕົ້ນ​ກຳເນີດ​ຂອງ​ມະນຸດ, ຄວາມ​ຈິງ​ແທ້​ຂອງ​ຊາຕານ, ຈຸດ​ປະສົງ​ຂອງ​ຄວາມ​ເປັນ​ມະຕະ, ຄວາມ​ຈຳ​ເປັນ​ໃນ​ການ​ເຊື່ອ​ຟັງ, ຄວາມ​ຈຳ​ເປັນ​ໃນ​ການ​ກັບ​ໃຈ, ການ​ທຳ​ງານ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ, ພິ​ທີ​ການ ແລະ ການ​ປະ​ຕິ​ບັດ​ທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ລອດ, ຊາ​ຕາ​ກຳ​ຂອງ​ແຜ່ນ​ດິນ​ໂລກ, ສະພາບ​ອະ​ນາ​ຄົດ​ຂອງ​ມະນຸດ​ຫລັງ​ຈາກ​ການ​ຟື້ນ​ຄືນ​ຊີ​ວິດ ແລະ ການ​ພິ​ພາກ​ສາ, ຄວາມ​ເປັນ​ນິ​ລັນ​ດອນ​ຂອງ​ຄວາມ​ສຳ​ພັນ​ຂອງ​ການ​ແຕ່ງ​ງານ, ແລະ ທຳ​ມະ​ຊາດ​ນິ​ລັນ​ດອນ​ຂອງ​ຄອບ​ຄົວ. ເຊັ່ນ​ດຽວ​ກັນ, ການ​ຄ່ອຍໆ​ເຜີຍ​ໂຄງ​ສ້າງ​ການ​ບໍ​ລິ​ຫານ​ງານ​ຂອງ​ສາດ​ສະ​ໜາ​ຈັກ​ຈາກ​ການ​ເອີ້ນ​ອະ​ທິ​ການ, ຝ່າຍ​ປະທານ​ສູງ​ສຸດ, ສະພາ​ອັກຄະ​ສາວົກ​ສິບ​ສອງ, ແລະ ສາວົກ​ເຈັດ​ສິບ ແລະ ການ​ຈັດ​ຕັ້ງ​ຕຳ​ແໜ່ງ​ໜ້າ​ທີ່​ຄວບ​ຄຸມ ແລະ ກຸ່ມ​ອື່ນໆ. ທ້າຍ​ສຸດ ປະຈັກ​ພະຍານ​ທີ່​ໃຫ້​ໄວ້​ເຖິງ​ພຣະ​ເຢຊູ​ຄຣິດ—ຄວາມ​ສັກ​ສິດ​ຂອງ​ພຣະ​ອົງ, ຄວາມ​ເດ​ຊາ​ນຸ​ພາບ​ຂອງ​ພຣະ​ອົງ, ຄວາມ​ດີ​ພ້ອມ​ທຸກ​ຢ່າງ​ຂອງ​ພຣະ​ອົງ, ຄວາມ​ຮັກ​ຂອງ​ພຣະ​ອົງ, ແລະ ອຳນາດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ອົງ—​ເຮັດ​ໃຫ້​ໜັງ​ສື​ເຫລັ້ມ​ນີ້​ລ້ຳ​ຄ່າ​ສຳ​ລັບ​ຄອບ​ຄົວ​ມະນຸດ ແລະ “ມີ​ຄ່າ​ຫລາຍ​ກວ່າ​ຄວາມ​ຮັ່ງ​ມີ​ຂອງ​ທັງ​ແຜ່ນ​ດິນ​ໂລກ” (ເບິ່ງ ຫົວຂໍ້ ຂອງ ຄພ 70).

ຕົ້ນ​ເດີມ ການ​ເປີດ​ເຜີຍ​ໄດ້​ຖືກ​ບັນ​ທຶກ​ໄວ້​ໂດຍ ຜູ້​ຂຽນ​ຂອງ​ໂຈເຊັບ ສະມິດ, ແລະ ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ໄດ້​ເອົາ​ໜັງ​ສື​ດັ່ງ​ກ່າວ ທີ່​ຂຽນ​ດ້ວຍ​ມື​ໄປ​ໃຫ້​ກັນ​ອ່ານ ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ. ເພື່ອ​ສ້າງ​ບັນ​ທຶກ​ຖາ​ວອນ, ຜູ້​ຂຽນ​ຈຶ່ງ​ໄດ້​ຈັດ​ພິມ​ການ​ເປີດ​ເຜີຍ​ເຫລົ່າ​ນີ້​ເປັນ​ປຶ້ມ​ບັນ​ທຶກ​ຕົ້ນ​ສະບັບ, ຊຶ່ງ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ ໄດ້​ໃຊ້​ໃນ​ການ​ຕຽມ​ການ​ເປີດ​ເຜີຍ​ສຳ​ລັບ​ການ​ພິມ. ໂຈເຊັບ ແລະ ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃນ​ສະ​ໄໝ​ເລີ່ມ​ຕົ້ນ ໄດ້​ນັບ​ຖື​ການ​ເປີດ​ເຜີຍ​ໃນ​ແບບ​ດຽວ​ກັນ​ກັບ​ເຂົາ​ເຈົ້າ​ນັບ​ຖື​ສາດ​ສະ​ໜາ​ຈັກ​ວ່າ: ດຳ​ລົງ​ຢູ່, ປ່ຽນ​ແປງ​ເລື້ອຍ​ໄປ, ແລະ ຂຶ້ນ​ຢູ່​ກັບ​ການ​ຫລໍ່​ຫລອມ ດ້ວຍ​ການ​ເປີດ​ເຜີຍ​ເພີ່ມ​ເຕີມ. ເຂົາ​ເຈົ້າ​ຍັງ​ຮັບ​ຮູ້​ວ່າ ອາດ​ມີ​ຂໍ້​ຄວາມ​ທີ່​ຜິດ​ໂດຍ​ບໍ່​ເຈດ​ຕະ​ນາ ໃນ​ຂັ້ນ​ຕອນ​ຂອງ​ການ​ເຮັດ​ສຳ​ເນົາ ແລະ ຕຽມ​ສຳ​ລັບ​ການ​ຈັດ​ພິມ. ດັ່ງ​ນັ້ນ, ໃນ​ກອງ​ປະ​ຊຸມ​ໃຫຍ່ ປີ 1831 ສາດ​ສະ​ໜາ​ຈັກ ຈຶ່ງ​ໄດ້​ຂໍ​ໃຫ້ ໂຈເຊັບ ສະມິດ “ດັດ​ແປງ​ຂໍ້​ຄວາມ​ທີ່​ຜິດ ຫລື ຄວາມ​ຜິດ​ເຫລົ່າ​ນັ້ນ ຊຶ່ງ​ເພິ່ນ​ອາດ​ພົບ​ເຫັນ​ໂດຍ​ຜ່ານ​ທາງ​ພຣະ​ວິນ​ຍານ​ສັກ​ສິດ.”

ຫລັງ​ຈາກ​ການ​ເປີດ​ເຜີຍ​ໄດ້​ຖືກ​ທົບ​ທວນ ແລະ ດັດ​ແປງ​ແລ້ວ, ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ໃນ​ລັດ​ມີ​ເຊີຣີ ຈຶ່ງ​ໄດ້​ເລີ່ມ​ຕົ້ນ​ພິມ​ປຶ້ມ​ທີ່​ຊື່​ວ່າ A Book of Commandments for the Government of the Church of Christ, (ແປ​ວ່າ ໜັງ​ສື​ພຣະ​ບັນ​ຍັດ​ສຳ​ລັບ​ການ​ປົກ​ຄອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ) ຊຶ່ງ​ບັນ​ຈຸ​ການ​ເປີດ​ເຜີຍ​ຊ່ວງ​ທຳ​ອິດ​ຂອງ​ສາດ​ສະ​ດາ. ຄວາມ​ພະ​ຍາ​ຍາມ​ເທື່ອ​ທຳ​ອິດ ທີ່​ຈະ​ພິມ​ການ​ເປີດ​ເຜີຍ​ເຫລົ່າ​ນີ້ ໄດ້​ສິ້ນ​ສຸດ​ລົງ, ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ກຸ່ມ​ອັນ​ຕະ​ພານ​ໄດ້​ທຳ​ລາຍ​ໂຮງ​ພິມ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃນ​ເຂດ​ແຈ໊ກສັນ ໃນ​ວັນທີ 20 ເດືອນ​ກໍລະກົດ, 1833.

ຫລັງ​ຈາກ​ໄດ້​ຍິນ​ເລື່ອງ​ໂຮງ​ພິມ​ໃນ​ລັດ​ມີ​ເຊີ​ຣີ​ຖືກ​ທຳ​ລາຍ, ໂຈເຊັບ ສະມິດ ແລະ ຜູ້​ນຳ​ຄົນ​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ ຈຶ່ງ​ໄດ້​ຕຽມ​ຈັດ​ພິມ​ການ​ເປີດ​ເຜີຍ ຢູ່​ໃນ​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ. ໃນ​ການ​ດັດ​ແປງ​ຂໍ້​ຄວາມ​ທີ່​ຜີດ​ຄືນ​ໃໝ່, ໃນ​ການ​ອະ​ທິ​ບາຍ​ຂໍ້​ຄວາມ​ໃຫ້​ແຈ່ມ​ແຈ້ງ​ກວ່າ​ເກົ່າ, ແລະ ໃນ​ການ​ຮັບ​ຮູ້​ຄວາມ​ກ້າວ​ໜ້າ ໃນ​ສາດ​ສະ​ໜາ​ຈັກ ເລື່ອງ​ຄຳ​ສອນ ແລະ ການ​ຈັດ​ຕັ້ງ, ໂຈເຊັບ ສະມິດ ຈຶ່ງ​ໄດ້​ເປັນ​ຜູ້​ຄວບ​ຄຸມ​ການ​ແກ້​ໄຂ​ການ​ເປີດ​ເຜີຍ​ບາງ​ຕອນ ເພື່ອ​ຕຽມ​ມັນ​ສຳ​ລັບ​ການ​ພິມ ໃນ​ປີ 1835 ເປັນ​ປຶ້ມ​ຊື່​ວ່າ Doctrine and Covenants of the Church of the Latter Day Saints (ຄຳ​ສອນ ແລະ ພັນທະ​ສັນ​ຍາ ຂອງ ສາດ​ສະ​ໜາ​ຈັກ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ). ໂຈເຊັບ ສະມິດ ໄດ້​ອະ​ນຸ​ມັດ​ໃຫ້​ຈັດ​ພິມ ຄຳ​ສອນ ແລະ ພັນທະ​ສັນ​ຍາ ອີກ​ຊຸດ​ສະບັບ, ຊຶ່ງ​ໄດ້​ຖືກ​ຈັດ​ພິມ ຫລັງ​ຈາກ​ສາດ​ສະ​ດາ​ໄດ້​ຖືກ​ຂ້າ ບໍ່​ພຽງ​ເທົ່າ​ໃດ​ເດືອນ ໃນ​ປີ 1844.

ໄພ່​ພົນ​ຍຸກ​ສຸດ​ທ້າຍ​ລຸ້ນ​ທຳ​ອິດ ໄດ້​ນັບ​ຖື ແລະ ຖື​ວ່າ​ການ​ເປີດ​ເຜີຍ ເປັນ​ຂ່າວ​ສານ​ຈາກ​ພຣະ​ເຈົ້າ. ໃນ​ໂອ​ກາດ​ໜຶ່ງ ໃນ​ທ້າຍ​ປີ 1831, ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ​ຫລາຍ​ຄົນ ໄດ້​ສະແດງ​ປະຈັກ​ພະຍານ​ຢ່າງ​ໜັກ​ແໜ້ນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປັນ​ພະຍານ​ແກ່​ຈິດ​ວິນ​ຍານ​ຂອງ​ເຂົາ​ເຈົ້າ ເຖິງ​ຄວາມ​ຈິງ​ຂອງ​ການ​ເປີດ​ເຜີຍ​ດັ່ງ​ກ່າວ. ປະຈັກ​ພະຍານ​ນັ້ນ ໄດ້​ຖືກ​ພິມ​ຢູ່​ໃນ ຄຳ​ສອນ ແລະ ພັນທະ​ສັນ​ຍາ ຊຸດ​ສະບັບ 1835 ເປັນ​ປະຈັກ​ພະຍານ​ທີ່​ຂຽນ​ໂດຍ ອັກຄະ​ສາວົກ​ສິບ​ສອງ ທີ່​ວ່າ:

ປະຈັກ​ພະຍານ​ຂອງ
ອັກຄະ​ສາວົກ​ສິບ​ສອງ​ທີ່​ມີ​ຕໍ່​ຄວາມ​ຈິງ​ຂອງ
ໜັງ​ສື​ຄຳ​ສອນ ແລະ ພັນທະ​ສັນ​ຍາ

ປະຈັກ​ພະຍານ​ຂອງ​ພະຍານ​ທີ່​ມີ​ຕໍ່​ໜັງ​ສື​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຊຶ່ງ​ພຣະ​ບັນ​ຍັດ​ເຫລົ່າ​ນີ້​ພຣະ​ອົງ​ໄດ້​ມອບ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຜ່ານ​ໂຈເຊັບ ສະມິດ, ຜູ້ລູກ, ຜູ້​ໄດ້​ຖືກ​ແຕ່ງ​ຕັ້ງ​ໂດຍ​ສຽງ​ຂອງ​ສາດ​ສະ​ໜາ​ຈັກ​ເພື່ອ​ຈຸດ​ປະສົງ​ນີ້:

ສະນັ້ນ ພວກ​ເຮົາ​ຈຶ່ງ​ຮູ້​ສຶກ​ເຕັມ​ໃຈ​ທີ່​ຈະ​ສະແດງ​ປະຈັກ​ພະຍານ​ຕໍ່​ທົ່ວ​ໂລກ​ຂອງ​ມະນຸດ​ຊາດ, ຕໍ່​ມະນຸດ​ສະ​ໂລກ​ທັງ​ໝົດ​ຂອງ​ຜືນ​ແຜ່ນ​ດິນ​ໂລກ, ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປັນ​ພະຍານ​ແກ່​ຈິດ​ວິນ​ຍານ​ຂອງ​ພວກ​ເຮົາ, ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຊຶ່ງ​ສາຍ​ສ່ອງ​ມາ​ຍັງ​ພວກ​ເຮົາ, ວ່າ​ພຣະ​ບັນ​ຍັດ​ເຫລົ່າ​ນີ້​ໄດ້​ຖືກ​ມອບ​ໃຫ້​ໂດຍ​ການ​ດົນ​ໃຈ​ຈາກ​ພຣະ​ເຈົ້າ, ແລະ ເປັນ​ປະ​ໂຫຍດ​ສຳ​ລັບ​ມະນຸດ​ທັງ​ປວງ ແລະ ເປັນ​ຄວາມ​ຈິງ​ແທ້ໆ.

ພວກ​ເຮົາ​ຂໍ​ມອບ​ປະຈັກ​ພະຍານ​ນີ້​ຕໍ່​ໂລກ, ໂດຍ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຜູ້​ຊ່ວຍ​ຂອງ​ພວກ​ເຮົາ; ແລະ ໂດຍ​ຜ່ານ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິດາ, ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢຊູ​ຄຣິດ, ທີ່​ພວກ​ເຮົາ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ມີ​ສິດ​ທິ​ພິ​ເສດ​ນີ້​ໃນ​ການ​ສະແດງ​ປະຈັກ​ພະຍານ​ຕໍ່​ໂລກ, ຊຶ່ງ​ໃນ​ການ​ນີ້​ພວກ​ເຮົາ​ປິ​ຕິ​ຍິນ​ດີ​ຢ່າງ​ຫລວງ​ຫລາຍ, ໂດຍ​ອະ​ທິ​ຖານ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ສະເໝີ​ເພື່ອ​ລູກ​ຫລານ​ມະນຸດ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໂດຍ​ການ​ນີ້.

ລາຍ​ຊື່​ຂອງ​ອັກຄະ​ສາວົກ​ສິບ​ສອງ​ມີ​ດັ່ງ​ນີ້:

  • ທອມ​ມັສ ບີ ມາສ໌

  • ເດວິດ ດັບ​ເບິນ​ຢູ ແພດເຕັນ

  • ບຣິກຳ ຢັງ

  • ຮີເບີ ຊີ ຄິມ​ໂບ

  • ອໍສັນ ຮາຍດ໌

  • ວິວລຽມ ອີ ມັກລີລິນ

  • ພາລີ ພີ ພະແຣັດ

  • ລຸກ ແອັສ ຈອນ​ສັນ

  • ວິວລຽມ ສະມິດ

  • ອໍສັນ ພະແຣັດ

  • ຈອນ ແອັຟ ບອຍຕັນ

  • ໄລມັນ ອີ ຈອນສັນ

ໃນ​ການ​ພິມ ຄຳ​ສອນ ແລະ ພັນທະ​ສັນ​ຍາ ຄັ້ງ​ຕໍ່ໆ​ໄປ, ການ​ເປີດ​ເຜີຍ ຫລື ເລື່ອງ​ລາວ​ອື່ນໆ​ທີ່​ບັນ​ທຶກ​ໄວ້​ໄດ້​ຖືກ​ຕື່ມ​ໃສ່​ນຳ, ດັ່ງ​ທີ່​ໄດ້​ຮັບ ແລະ ຖືກ​ຮັບ​ຮູ້​ຈາກ​ການ​ຊຸມ​ນຸມ ຫລື ກອງ​ປະ​ຊຸມ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ. ຊຸດ​ສະບັບ 1876, ຊຶ່ງ​ຕຽມ​ໂດຍ ແອວເດີ ອໍສັນ ພະແຣັດ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ ບຣິ​ກຳ ຢັງ, ໄດ້​ຖືກ​ຮຽບ​ຮຽງ​ການ​ເປີດ​ເຜີຍ ຕາມ​ວັນ​ເດືອນ​ປີ ຂອງ​ເຫດ​ການ​ທີ່​ເກີດ​ຂຶ້ນ ແລະ ໄດ້​ຕື່ມ​ເຕີມ​ຫົວ​ຂໍ້​ໃໝ່​ໃສ່​ນຳ ພ້ອມ​ດ້ວຍ​ຄຳ​ນຳ​ກ່ຽວ​ກັບ​ປະຫວັດ​ສາດ.

ໂດຍ​ເລີ່ມ​ຕົ້ນ​ຈາກ​ສະບັບ​ທີ່​ພິມ​ໃນ​ປີ 1835, ບົດ​ຮຽນ​ເຈັດ​ບົດ​ກ່ຽວ​ກັບ​ວິ​ຊາ​ການ​ສາດ​ສະ​ໜາ​ກໍ​ໄດ້​ຖືກ​ຮວມ​ໃສ່​ນຳ; ຊື່​ວ່າ Lectures on Faith (ຄຳ​ບັນ​ຍາຍ​ເລື່ອງ​ສັດທາ). ສິ່ງ​ເຫລົ່າ​ນີ້​ໄດ້​ຖືກ​ຈັດ​ຕຽມ​ໄວ້​ເພື່ອ​ໃຊ້​ຢູ່​ໃນ​ໂຮງ​ຮຽນ​ຂອງ​ສາດ​ສະ​ດາ​ໃນ​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ຈາກ​ປີ 1834 ເຖິງ​ປີ 1835. ເຖິງ​ແມ່ນ​ວ່າ​ຈະ​ມີ​ປະ​ໂຫຍດ​ໃນ​ຄຳ​ສອນ ແລະ ຄຳ​ແນະນຳ, ຄຳ​ບັນ​ຍາຍ​ເຫລົ່າ​ນີ້​ໄດ້​ຖືກ​ຕັດ​ອອກ​ຈາກ​ຄຳ​ສອນ ແລະ ພັນທະ​ສັນ​ຍາ​ນັບ​ຕັ້ງ​ແຕ່​ສະບັບ​ພິມ​ໃນ​ປີ 1921 ເພາະ​ວ່າ​ມັນ​ບໍ່​ໄດ້​ຖືກ​ມອບ​ໃຫ້ ຫລື ສະ​ເໜີ​ເປັນ​ການ​ເປີດ​ເຜີຍ​ຕໍ່​ທັງ​ສາດ​ສະ​ໜາ​ຈັກ.

ໃນ​ຄຳ​ສອນ ແລະ ພັນທະ​ສັນ​ຍາ ສະບັບ​ເປັນ​ພາ​ສາ​ອັງ​ກິດ ຊຸດ​ສະບັບ 1981, ມີ​ເອກະ​ສານ​ສາມ​ສະບັບ ທີ່​ໄດ້​ຖືກ​ຕື່ມ​ໃສ່ ເປັນ​ເທື່ອ​ທຳ​ອິດ. ນັ້ນ​ຄື ພາກ​ທີ, 137 ແລະ 138, ຊຶ່ງ​ບອກ​ເຖິງ​ເລື່ອງ​ລາວ​ກ່ຽວ​ກັບ​ຄວາມ​ລອດ​ຂອງ​ຄົນ​ຕາຍ, ແລະ ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 2, ຊຶ່ງ​ປະ​ກາດ​ວ່າ ສະມາ​ຊິກ​ຜູ້​ຊາຍ​ທຸກ​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ມີ​ຄ່າ​ຄວນ ສາ​ມາດ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ ສູ່​ຖານະ​ປະ​ໂລ​ຫິດ ໂດຍ​ບໍ່​ແຍກ​ແຍະ​ເຊື້ອ​ຊາດ ແລະ ຜິວ​ພັນ.

ຂໍ້​ຄວາມ​ທີ່​ຜິດ​ຜ່ານ​ມາ ກໍ​ໄດ້​ຖືກ​ດັດ​ແປງ ຢູ່​ໃນ ຄຳ​ສອນ ແລະ ພັນທະ​ສັນ​ຍາ ຊຸດ​ໃໝ່​ແຕ່​ລະ​ຊຸດ ແລະ ຂໍ້​ມູນ​ໃໝ່​ກໍ​ໄດ້​ຖືກ​ຕື່ມ​ໃສ່, ໂດຍ​ສະ​ເພາະ ຢູ່​ໃນ​ຫົວ​ຂໍ້​ພາກ​ປະຫວັດ​ສາດ. ຊຸດ​ລ່າ​ສຸດ​ໃນ​ປະ​ຈຸ​ບັນ ມີ​ທັງ​ວັນທີ ແລະ ຊື່​ຂອງ​ສະຖານ​ທີ່ ແລະ ຂໍ້​ຄວາມ​ທີ່​ຜິດ ກໍ​ໄດ້​ຖືກ​ດັດ​ແປງ. ການ​ປ່ຽນ​ແປງ​ເຫລົ່າ​ນີ້​ໄດ້​ກະ​ທຳ​ຂຶ້ນ​ເພື່ອ​ເຮັດ​ໃຫ້​ເນື້ອ​ຫາ​ສອດ​ຄ່ອງ​ກັບ​ຂໍ້​ມູນ​ຂອງ​ປະຫວັດ​ສາດ ທີ່​ຖືກ​ຕ້ອງ​ຫລາຍ​ທີ່​ສຸດ. ຈຸດ​ເດັ່ນ​ອື່ນໆ​ຂອງ​ສະບັບ​ລ່າ​ສຸດ​ນີ້ ແມ່ນ​ຮ່ວມ​ດ້ວຍ​ແຜນ​ທີ່ ທີ່​ປັບ​ປຸງ​ໃໝ່ ຊຶ່ງ​ສະແດງ​ໃຫ້​ເຫັນ​ສະຖານ​ທີ່​ສຳ​ຄັນ​ຕ່າງໆ ບ່ອນ​ທີ່​ໄດ້​ຮັບ​ການ​ເປີດ​ເຜີຍ, ພ້ອມ​ທັງ ຮູບ​ພາບ​ໃໝ່ ຂອງ​ສະຖານ​ທີ່​ປະຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ, ຂໍ້​ອ້າງ​ອີງ​ໃສ່​ກັບ​ພຣະ​ຄຳ​ພີ, ຫົວ​ພາກ, ແລະ ບົດ​ສະ​ຫລຸບ​ເນື້ອ​ຫາ​ຂອງ​ເລື່ອງ, ທຸກ​ຢ່າງ​ໄດ້​ຖືກ​ຈັດ​ໄວ້​ເພື່ອ​ຊ່ວຍ​ເຫລືອ​ຜູ້​ອ່ານ​ໃຫ້​ເຂົ້າ​ໃຈ ແລະ ປິ​ຕິ​ຍິນ​ດີ​ໃນ​ຂ່າວ​ສານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕາມ​ທີ່​ໄດ້​ໃຫ້​ໄວ້​ໃນ​ຄຳ​ສອນ ແລະ ພັນທະ​ສັນ​ຍາ. ຂໍ້​ມູນ​ສຳ​ລັບ​ຫົວ​ພາກ ໄດ້​ຖືກ​ຄັດ​ລອກ​ເອົາ​ມາ​ຈາກ ຕົ້ນ​ສະບັບ​ຂອງ​ປະຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ ແລະ ຈາກ History of the Church (ປະຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ) ທີ່​ຈັດ​ພິມ​ແລ້ວ (ຮ່ວມ​ກັນ ຢູ່​ໃນ​ຫົວ​ພາກ ແມ່ນ​ກ່າວ​ເຖິງ​ປະຫວັດ​ຂອງ​ໂຈເຊັບ ສະມິດ) ແລະ ໃນ Joseph Smith Papers (ເອ​ກະ​ສານ​ຂອງ​ໂຈເຊັບ ສະມິດ).