ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 15


ພາກ​ທີ 15

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ​ແກ່​ຈອນ ວິດເມີ, ທີ່​ເມືອງ​ເຟແອດ, ລັດ​ນິວຢອກ, ເດືອນ​ມິຖຸນາ 1829 (ເບິ່ງ ຫົວ​ຂໍ້​ຂອງ ພາກ​ທີ 14). ຂ່າວ​ສານ​ແມ່ນ​ສ່ວນ​ຕົວ ແລະ ໜ້າ​ປະ​ທັບ​ໃຈ​ຫລາຍ ຊຶ່ງ​ໃນ​ນັ້ນພຣະ​ຜູ້​ເປັນ​ເຈົ້າ​ບອກ​ເຖິງ​ສິ່ງ​ທີ່​ຈອນ ວິດເມີ ແລະ ພຣະ​ອົງ​ເອງ​ຮູ້​ເທົ່າ​ນັ້ນ. ຕໍ່​ມາ​ຈອນ ວິດເມີ ໄດ້​ກາຍ​ເປັນ​ພະຍານ​ຄົນ​ໜຶ່ງ​ໃນ​ພະຍານ​ແປດ​ຄົນ​ເຖິງ​ພຣະ​ຄຳ​ພີ​ມໍມອນ.

1–2, ພຣະ​ພາຫາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ຢູ່​ທົ່ວ​ແຜ່ນ​ດິນ​ໂລກ; 3–6, ການ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ ແລະ ການ​ຊ່ວຍ​ກູ້​ຈິດ​ວິນ​ຍານ​ແມ່ນ​ສິ່ງ​ທີ່​ມີ​ຄຸນ​ຄ່າ​ທີ່​ສຸດ.

1 ຈົ່ງ​ເຊື່ອ​ຟັງ, ຜູ້​ຮັບ​ໃຊ້​ຂອງ​ເຮົາ ຈອນ, ແລະ ຟັງ​ພຣະ​ຄຳ​ຂອງ​ພຣະ​ເຢຊູ​ຄຣິດ, ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ ແລະ ພຣະ​ຜູ້​ໄຖ່​ຂອງ​ເຈົ້າ.

2 ເພາະ​ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ​ຢ່າງ​ໜັກ​ແໜ້ນ ແລະ ດ້ວຍ ອຳນາດ, ເພາະ​ແຂນ​ຂອງ​ເຮົາ​ມີ​ຢູ່​ທົ່ວ​ແຜ່ນ​ດິນ​ໂລກ.

3 ແລະ ເຮົາ​ຈະ​ບອກ​ເຈົ້າ​ເຖິງ​ສິ່ງ​ທີ່​ບໍ່​ມີ​ຄົນ​ໃດ​ຮູ້ ນອກ​ຈາກ​ເຮົາ ແລະ ເຈົ້າ​ເທົ່າ​ນັ້ນ—

4 ເພາະ​ຫລາຍ​ເທື່ອ ເຈົ້າ​ປາດ​ຖະ​ໜາ​ຢາກ​ຮູ້​ຈາກ​ເຮົາ ເຖິງ​ສິ່ງ​ທີ່​ມີ​ຄຸນ​ຄ່າ​ທີ່​ສຸດ​ສຳ​ລັບ​ເຈົ້າ.

5 ຈົ່ງ​ເບິ່ງ, ເຈົ້າ​ເປັນ​ສຸກ​ແລ້ວ​ເພາະ​ສິ່ງ​ນີ້, ແລະ ເພາະ​ການ​ກ່າວ​ຄຳ​ຂອງ​ເຮົາ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ເຈົ້າ ຕາມ​ບັນ​ຍັດ​ຂອງ​ເຮົາ.

6 ແລະ ບັດ​ນີ້, ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ສິ່ງ​ທີ່​ມີ​ຄຸນ​ຄ່າ​ທີ່​ສຸດ​ສຳ​ລັບ​ເຈົ້າ​ແມ່ນ ການ​ປະ​ກາດ​ການ​ກັບ​ໃຈ​ແກ່​ຜູ້​ຄົນ​ພວກ​ນີ້, ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ນຳ​ຈິດ​ວິນ​ຍານ​ມາ​ຫາ​ເຮົາ, ເພື່ອ​ເຈົ້າ​ຈະ​ໄດ້ ພັກ​ຜ່ອນ​ນຳ​ເຂົາ​ໃນ ອາ​ນາ​ຈັກ​ຂອງ ພຣະ​ບິດາ​ຂອງ​ເຮົາ. ອາແມນ.