ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 57


ພາກ​ທີ 57

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ໃນ​ຊີໂອນ, ເຂດ​ແຈ໊ກສັນ, ລັດ​ມີ​ເຊີຣີ, ວັນທີ 20 ເດືອນ​ກໍລະກົດ, 1831. ເພື່ອ​ເຮັດ​ໃຫ້​ເປັນ​ໄປ​ຕາມ​ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ໃຫ້​ເດີນ​ທາງ​ໄປ​ຫາ​ລັດ​ມີ​ເຊີຣີ ບ່ອນ​ທີ່​ພຣະ​ອົງ​ຈະ​ເປີດ​ເຜີຍ “​ແຜ່ນ​ດິນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຈົ້າ” (ພາກ​ທີ 52), ພວກ​ແອວເດີ​ຈຶ່ງ​ໄດ້​ເດີນ​ທາງ​ຈາກ​ລັດ​ໂອ​ໄຮ​ໂອ ໄປ​ຫາ​ຊາຍ​ແດນ​ພາກ​ຕາ​ເວັນ​ຕົກ​ຂອງ​ລັດ​ມີ​ເຊີຣີ. ໂຈເຊັບ ສະມິດ ໄດ້ ໄຕ່​ຕອງ​ກ່ຽວ​ກັບ​ສະພາບ​ການ​ຂອງ​ຊາວ​ເລມັນ ແລະ ສົງ​ໄສ​ວ່າ: “ເມື່ອ​ໃດ​ນໍ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຈະ​ບານ​ສະ​ພັ່ງ​ເໝືອນ​ດັ່ງ​ດອກ​ກຸ​ຫລາບ? ເມື່ອ​ໃດ​ນໍ​ຊີໂອນ​ຈຶ່ງ​ຈະ​ຖືກ​ສ້າງ​ຂຶ້ນ​ໃນ​ລັດ​ສະ​ໝີ​ພາບ​ຂອງ​ມັນ, ແລະ ບ່ອນ​ໃດ​ນໍ​ພຣະ​ວິຫານ​ຂອງ​ພຣະ​ອົງ​ຈະ​ຕັ້ງ​ຢູ່ ຊຶ່ງ​ປະ​ຊາ​ຊາດ​ທັງ​ປວງ​ຈະ​ມາ​ຫາ​ໃນ​ຍຸກ​ສຸດ​ທ້າຍ?” ໃນ​ເວລາ​ຕໍ່​ມາ​ເພິ່ນ​ໄດ້​ຮັບ​ການ​ເປີດ​ເຜີຍ​ນີ້.

1–3, ເມືອງ​ອິນ​ດີ​ເພັນ​ເດັນສ໌, ລັດ​ມີ​ເຊີຣີ, ເປັນ​ສະຖານ​ທີ່​ສຳ​ລັບ​ເມືອງ​ຊີໂອນ ແລະ ພຣະ​ວິຫານ; 4–7, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຕ້ອງ​ຊື້​ທີ່​ດິນ ແລະ ຮັບ​ມູນ​ມໍ​ລະ​ດົກ​ໃນ​ເຂດ​ນັ້ນ; 8–16, ຊິດນີ ກຽວເບີດ ຕ້ອງ​ຈັດ​ຕັ້ງ​ຮ້ານ​ຄ້າ, ວິວລຽມ ດັບ​ເບິນ​ຢູ ແຟ້ວສ໌ ຕ້ອງ​ເປັນ​ຜູ້​ພິມ, ແລະ ອໍ​ລີ​ເວີ ຄາວ​ເດີຣີ ຕ້ອງ​ແກ້​ໄຂ​ຕົ້ນ​ສະບັບ​ເພື່ອ​ພິມ.

1 ຈົ່ງ​ເຊື່ອ​ຟັງ, ໂອ້ ພວກ​ເຈົ້າ​ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ກ່າວ, ຜູ້​ໄດ້​ມາ​ຮ່ວມ​ຊຸມ​ນຸມ​ນຳ​ກັນ, ຕາມ​ບັນ​ຍັດ​ຂອງ​ເຮົາ, ໃນ​ແຜ່ນ​ດິນ​ນີ້, ຊຶ່ງ​ເປັນ​ແຜ່ນ​ດິນ ມີ​ເຊີຣີ, ຊຶ່ງ​ເປັນ ແຜ່ນ​ດິນ​ທີ່​ເຮົາ​ໄດ້​ກຳ​ນົດ ແລະ ອຸທິດ​ໄວ້​ສຳ​ລັບ ການ​ເຕົ້າ​ໂຮມ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ.

2 ດັ່ງ​ນັ້ນ, ນີ້​ຄື​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ, ແລະ ສະຖານ​ທີ່​ສຳ​ລັບ​ເມືອງ ຊີໂອນ.

3 ແລະ ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ຖ້າ​ຫາກ​ພວກ​ເຈົ້າ​ຈະ​ໄດ້​ຮັບ​ປັນ​ຍາ ນີ້​ຄື​ປັນ​ຍາ. ຈົ່ງ​ເບິ່ງ, ບ່ອນ​ຊຶ່ງ​ຕອນ​ນີ້​ເອີ້ນ​ວ່າ​ເມືອງ​ອິນດີ​ເພັນເດັນສ໌ ຄື​ສະຖານ​ທີ່​ສູນ​ກາງ; ແລະ ບ່ອນ​ສຳ​ລັບ ພຣະ​ວິຫານ​ທີ່​ຈະ​ຕັ້ງ​ຢູ່ ແມ່ນ​ຢູ່​ທາງ​ຕາ​ເວັນ​ຕົກ, ຊຶ່ງ​ເປັນ​ດິນ​ຕອນ​ທີ່​ບໍ່​ຢູ່​ໄກ​ຈາກ​ຕຶກ​ສານ.

4 ດັ່ງ​ນັ້ນ, ມັນ​ເປັນ​ຄວາມ​ສະຫລຽວ​ສະຫລາດ​ທີ່​ຈະ​ໃຫ້​ໄພ່​ພົນ​ຂອງ​ພຣະ​ເຈົ້າ ຊື້​ທີ່​ດິນ, ແລະ ທີ່​ດິນ​ທຸກ​ຕອນ​ຢູ່​ທາງ​ຕາ​ເວັນ​ຕົກ​ນຳ​ອີກ, ແມ່ນ​ແຕ່​ຈົນ​ເຖິງ​ເສັ້ນ​ແບ່ງ​ເຂດ​ລະຫວ່າງ ຊາວ​ຢິວ ແລະ ຄົນ​ຕ່າງ​ຊາດ;

5 ແລະ ທີ່​ດິນ​ທຸກ​ຕອນ​ທີ່​ຢູ່​ໃກ້​ທົ່ງ​ຫຍ້າ​ນຳ​ອີກ, ຕາບ​ໃດ​ທີ່​ສາ​ນຸ​ສິດ​ຂອງ​ເຮົາ​ສາ​ມາດ ຊື້​ທີ່​ດິນ​ເຫລົ່າ​ນັ້ນ. ຈົ່ງ​ເບິ່ງ, ນີ້​ຄື​ປັນ​ຍາ, ເພື່ອ​ພວກ​ເຂົາ​ຈະ ໄດ້​ຮັບ​ມັນ​ເປັນ​ມູນ​ມໍ​ລະ​ດົກ​ອັນ​ເປັນ​ນິດ.

6 ແລະ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດນີ ກຽວເບີດ ຢູ່​ໃນ​ຕຳ​ແໜ່ງ​ຊຶ່ງ​ເຮົາ​ໄດ້​ກຳ​ນົດ​ໃຫ້​ລາວ, ເພື່ອ​ຮັບ​ເງິນ, ເພື່ອ ເປັນ​ຕົວ​ແທນ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ, ເພື່ອ​ຊື້​ທີ່​ດິນ​ໃນ​ພາກ​ພື້ນ​ຕ່າງໆ​ທີ່​ອ້ອມ​ຮອບ​ນັ້ນ, ຕາບ​ໃດ​ທີ່​ສາ​ມາດ​ເຮັດ​ໄດ້​ໃນ​ຄວາມ​ຊອບ​ທຳ, ແລະ ຕາມ​ທີ່​ປັນ​ຍາ​ຈະ​ຊັກ​ນຳ.

7 ແລະ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເອດເວີດ ພາດທຣິດ ຢູ່​ໃນ​ຕຳ​ແໜ່ງ​ຊຶ່ງ​ເຮົາ​ໄດ້​ກຳ​ນົດ​ໃຫ້​ລາວ, ແລະ ແບ່ງ​ປັນ ມູນ​ມໍ​ລະ​ດົກ​ໃຫ້​ແກ່​ໄພ່​ພົນ​ຂອງ​ພຣະ​ເຈົ້າ, ແມ່ນ​ແຕ່​ຕາມ​ທີ່​ເຮົາ​ໄດ້​ບັນ​ຊາ; ແລະ ຄົນ​ເຫລົ່າ​ນັ້ນ​ຜູ້​ຊຶ່ງ​ລາວ​ໄດ້​ກຳ​ນົດ​ໃຫ້​ຊ່ວຍ​ເຫລືອ​ລາວ​ນຳ​ອີກ.

8 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດນີ ກຽວເບີດ ຕັ້ງ​ຖິ່ນ​ຖານ​ຢູ່​ບ່ອນ​ນີ້, ແລະ ຕັ້ງ​ຮ້ານ​ຄ້າ, ເພື່ອ​ວ່າ​ລາວ​ຈະ​ໄດ້​ຂາຍ​ສິນ​ຄ້າ​ໂດຍ​ບໍ່​ມີ​ການ​ສໍ້​ໂກງ, ເພື່ອ​ວ່າ​ລາວ ຈະ​ໄດ້​ເງິນ​ໄປ​ຊື້​ທີ່​ດິນ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ, ແລະ ເພື່ອ​ວ່າ​ລາວ​ຈະ​ໄດ້​ສິ່ງ​ໃດ​ກໍ​ຕາມ​ທີ່​ສາ​ນຸ​ສິດ​ອາດ​ຕ້ອງ​ການ​ເພື່ອ​ຊ່ວຍ​ເຫລືອ​ພວກ​ເຂົາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ບ່ອນ​ທີ່​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ.

9 ແລະ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດນີ ກຽວເບີດ ຂໍ​ເອົາ​ໃບ​ອະ​ນຸ​ຍາດ​ນຳ​ອີກ—ຈົ່ງ​ເບິ່ງ ນີ້​ຄື​ປັນ​ຍາ, ແລະ ຜູ້​ໃດ​ກໍ​ຕາມ​ທີ່​ອ່ານ ກໍ​ໃຫ້​ເຂົາ​ເຂົ້າ​ໃຈ—ເພື່ອ​ລາວ​ຈະ​ສົ່ງ​ສິນ​ຄ້າ​ໃຫ້​ຜູ້​ຄົນ​ນຳ​ອີກ, ແມ່ນ​ແຕ່​ໂດຍ​ຜູ້​ທີ່​ລາວ​ປະສົງ ຊຶ່ງ​ເປັນ​ພະ​ນັກ​ງານ​ທີ່​ຈ້າງ​ໃຫ້​ມາ​ຊ່ວຍ​ເຫລືອ​ລາວ;

10 ແລະ ຈັດ​ຫາ​ໃຫ້​ໄພ່​ພົນ​ຂອງ​ເຮົາ​ດັ່ງ​ນັ້ນ, ເພື່ອ​ວ່າ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ຈະ​ຖືກ​ສັ່ງ​ສອນ​ໃຫ້​ແກ່​ຄົນ​ເຫລົ່າ​ນັ້ນ​ທີ່​ນັ່ງ​ຢູ່​ໃນ ຄວາມ​ມືດ ແລະ ໃນ​ພາກ​ພື້ນ ແລະ ເງົາ​ແຫ່ງ​ຄວາມ​ຕາຍ.

11 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ວິວລຽມ ດັບ​ເບິນ​ຢູ ແຟ້ວສ໌ ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ບ່ອນ​ນີ້, ແລະ ຕັ້ງ​ໃຫ້​ເປັນ ຜູ້​ພິມ​ໃຫ້​ສາດ​ສະ​ໜາ​ຈັກ.

12 ແລະ ເບິ່ງ​ແມ, ຖ້າ​ຫາກ​ໂລກ​ຮັບ​ເອົາ​ການ​ຂຽນ​ຂອງ​ລາວ—ຈົ່ງ​ເບິ່ງ ນີ້​ຄື​ປັນ​ຍາ—ໃຫ້​ລາວ​ໄດ້​ສິ່ງ​ໃດ​ກໍ​ຕາມ​ທີ່​ລາວ​ສາ​ມາດ​ໄດ້​ມາ​ໃນ​ຄວາມ​ຊອບ​ທຳ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ.

13 ແລະ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ອໍ​ລີ​ເວີ ຄາວ​ເດີຣີ ຊ່ວຍ​ເຫລືອ​ລາວ, ແມ່ນ​ແຕ່​ຕາມ​ທີ່​ເຮົາ​ໄດ້​ບັນ​ຊາ, ໃນ​ບ່ອນ​ໃດ​ກໍ​ຕາມ​ທີ່​ເຮົາ​ຈະ​ກຳ​ນົດ​ໃຫ້​ລາວ, ທີ່​ຈະ​ອັດ​ສຳ​ເນົາ, ແລະ ທີ່​ຈະ​ແກ້​ໄຂ, ແລະ ເລືອກ, ເພື່ອ​ວ່າ​ທຸກ​ສິ່ງ​ຈະ​ຖືກ​ຕ້ອງ​ຢູ່​ຕໍ່​ໜ້າ​ເຮົາ, ຕາມ​ທີ່​ພຣະ​ວິນ​ຍານ​ຈະ​ພິ​ສູດ​ຜ່ານ​ລາວ.

14 ແລະ ດັ່ງ​ນັ້ນ ໃຫ້​ຄົນ​ເຫລົ່າ​ນັ້ນ​ທີ່​ເຮົາ​ກ່າວ​ເຖິງ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ແຜ່ນ​ດິນ​ຊີໂອນ, ໃຫ້​ໄວ​ເທົ່າ​ທີ່​ຈະ​ສາ​ມາດ​ເຮັດ​ໄດ້, ນຳ​ຄອບ​ຄົວ​ຂອງ​ພວກ​ເຂົາ, ເພື່ອ​ເຮັດ​ສິ່ງ​ເຫລົ່າ​ນັ້ນ​ແມ່ນ​ແຕ່​ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ກ່າວ​ໄວ້.

15 ແລະ ບັດ​ນີ້ ກ່ຽວ​ກັບ​ການ​ເຕົ້າ​ໂຮມ—ໃຫ້​ອະ​ທິ​ການ ແລະ ຕົວ​ແທນ​ຕຽມ​ພ້ອມ​ສຳ​ລັບ​ຄອບ​ຄົວ​ເຫລົ່າ​ນັ້ນ ຊຶ່ງ​ຖືກ​ບັນ​ຊາ​ໃຫ້​ມາ​ຫາ​ແຜ່ນ​ດິນ​ນີ້, ໃຫ້​ໄວ​ເທົ່າ​ທີ່​ຈະ​ສາ​ມາດ​ເຮັດ​ໄດ້, ແລະ ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ບ່ອນ​ທີ່​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ.

16 ແລະ ສຳ​ລັບ​ຜູ້​ທີ່​ເຫລືອ​ຢູ່​ທັງ​ແອວເດີ ແລະ ສະມາ​ຊິກ ຈະ​ໄດ້​ຮັບ​ຄຳ​ແນະນຳ​ເພີ່ມ​ເຕີມ​ໃນ​ພາຍ​ລັງ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.