ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 108


ພາກ​ທີ 108

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 26 ເດືອນ​ທັນວາ, 1835. ພາກ​ນີ້​ໄດ້​ຮັບ​ຕາມ​ຄຳ​ຂໍ​ຮ້ອງ​ຂອງ​ໄລ​ມັນ ເຊີ​ແມນ, ຜູ້​ຫາ​ກໍ​ໄດ້​ຖືກ​ແຕ່ງ​ຕັ້ງ​ເປັນ​ສາວົກ​ເຈັດ​ສິບ ແລະ ໄດ້​ມາ​ຫາ​ສາດ​ສະ​ດາ​ພ້ອມ​ກັບ​ຄຳ​ຂໍ​ຮ້ອງ​ການ​ເປີດ​ເຜີຍ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ໜ້າ​ທີ່​ຂອງ​ລາວ.

1–3, ໄລ​ມັນ ເຊີ​ແມນ ໄດ້​ຖືກອະໄພ​ບາບ​ໃຫ້; 4–5, ລາວ​ຈະ​ຖືກ​ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ພວກ​ແອວເດີ​ທີ່​ເປັນ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ; 6–8, ລາວ​ຖືກ​ເອີ້ນ​ໃຫ້​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ພວກ​ອ້າຍ​ນ້ອງ​ຂອງ​ລາວ.

1 ຕາມ​ຄວາມ​ຈິງ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ກັບ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄລ​ມັນ: ບາບ​ຂອງ​ເຈົ້າ​ໄດ້​ຖືກອະໄພ​ໃຫ້​ແລ້ວ, ເພາະ​ເຈົ້າ​ໄດ້​ເຊື່ອ​ຟັງ​ສຽງ​ຂອງ​ເຮົາ​ໃນ​ການ​ຂຶ້ນ​ມາ​ທີ່​ນີ້ ເພື່ອ​ຮັບ​ຄຳ​ແນະນຳ​ຈາກ​ລາວ ຜູ້​ທີ່​ເຮົາ​ໄດ້​ແຕ່ງ​ຕັ້ງ​ໄວ້.

2 ສະນັ້ນ, ໃຫ້​ຈິດ​ວິນ​ຍານ​ຂອງ​ເຈົ້າ ສະຫງົບ​ກ່ຽວ​ກັບ​ສະພາບ​ການ​ທາງ​ວິນ​ຍານ​ຂອງ​ເຈົ້າ, ແລະ ຢ່າ​ຂັດ​ຂືນ​ສຽງ​ຂອງ​ເຮົາ​ອີກ​ເລີຍ.

3 ແລະ ຈົ່ງ​ລຸກ​ຂຶ້ນ ແລະ ລະ​ມັດ​ລະ​ວັງ​ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ​ໃນ​ການ​ຍຶດ​ຖື​ຄຳ​ປະ​ຕິ​ຍານ​ຂອງ​ເຈົ້າ, ຊຶ່ງ​ເຈົ້າ​ໄດ້​ເຮັດ​ໄວ້ ແລະ ເຮັດ​ຢູ່, ແລະ ເຈົ້າ​ຈະ​ໄດ້​ຮັບ​ພອນ ດ້ວຍ​ພອນ​ອັນ​ຍິ່ງ​ໃຫຍ່.

4 ຈົ່ງ​ລໍ​ຖ້າ​ຢ່າງ​ອົດ​ທົນ​ຈົນ​ກວ່າ​ຈະ​ເອີ້ນ ການ​ຊຸມ​ນຸມ​ທີ່​ສັກ​ສິດ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ເມື່ອ​ນັ້ນ​ເຈົ້າ​ຈະ​ໄດ້​ຖືກ​ຈື່​ຈຳ​ພ້ອມ​ກັບ​ແອວເດີ​ກຸ່ມ​ທຳ​ອິດ​ຂອງ​ເຮົາ, ແລະ ຮັບ​ສິດ​ໂດຍ​ຜ່ານ​ການ​ແຕ່ງ​ຕັ້ງ​ພ້ອມ​ກັບ​ແອວເດີ​ທີ່​ເຫລືອ​ຢູ່​ຂອງ​ເຮົາ ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້.

5 ຈົ່ງ​ເບິ່ງ, ສິ່ງ​ນີ້​ຄື ຄຳ​ສັນ​ຍາ​ຂອງ​ພຣະ​ບິດາ​ແກ່​ເຈົ້າ ຖ້າ​ເຈົ້າ​ຊື່​ສັດ​ຕໍ່​ໄປ.

6 ແລະ ມັນ​ຈະ​ບັງ​ເກີດ​ຂຶ້ນ​ກັບ​ເຈົ້າ​ໃນ​ວັນ​ນັ້ນ​ທີ່​ເຈົ້າ​ຈະ​ມີ​ສິດ​ທີ່​ຈະ ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ໃນ​ບ່ອນ​ໃດ​ກໍ​ຕາມ​ທີ່​ເຮົາ​ຈະ​ສົ່ງ​ເຈົ້າ​ໄປ, ນັບ​ແຕ່​ເວລາ​ນັ້ນ​ເປັນ​ຕົ້ນ​ໄປ.

7 ສະນັ້ນ, ຈົ່ງ​ເພີ່ມ ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ອ້າຍ​ນ້ອງ​ຂອງ​ເຈົ້າ​ໃນ​ການ​ສົນ​ທະ​ນາ​ທຸກ​ຢ່າງ​ຂອງ​ເຈົ້າ, ໃນ​ຄຳ​ອະ​ທິ​ຖານ​ທັງ​ໝົດ​ຂອງ​ເຈົ້າ, ໃນ​ຄຳ​ແນະນຳ​ທັງ​ປວງ​ຂອງ​ເຈົ້າ, ແລະ ໃນ​ການ​ກະ​ທຳ​ທັງ​ໝົດ​ຂອງ​ເຈົ້າ.

8 ແລະ ຈົ່ງ​ເບິ່ງ, ແລະ ເບິ່ງ​ແມ, ເຮົາ​ຢູ່​ກັບ​ເຈົ້າ ເພື່ອ​ອວຍ​ພອນ​ເຈົ້າ ແລະ ປົດ​ປ່ອຍ​ເຈົ້າ​ຕະຫລອດ​ການ. ອາແມນ.