ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 131


ພາກ​ທີ 131

ຄຳ​ແນະນຳ​ໂດຍ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ມອບ​ໃຫ້​ທີ່​ເມືອງ​ຣາ​ມັສ, ລັດ​ອິ​ລິ​ນອຍ, ວັນທີ 16 ແລະ 17 ເດືອນ​ພຶດສະພາ, 1843.

1–4, ການ​ແຕ່ງ​ງານ​ຊັ້ນ​ສູງ​ເປັນ​ສິ່ງ​ຈຳ​ເປັນ​ຕໍ່​ຄວາມ​ສູງ​ສົ່ງ​ໃນ​ສະຫວັນ​ຊັ້ນ​ສູງ​ສຸດ; 5–6, ມີ​ການ​ອະ​ທິ​ບາຍ​ເລື່ອງ​ມະນຸດ​ໄດ້​ຖືກ​ຜະ​ນຶກ​ໄວ້​ສູ່​ຊີ​ວິດ​ນິ​ລັນ​ດອນ; 7–8, ວິນ​ຍານ​ທັງ​ປວງ​ເປັນ​ສານ.

1 ໃນ​ລັດ​ສະ​ໝີ​ພາບ​ຂອງ ຊັ້ນ​ສູງ ມີ​ສະຫວັນ ຫລື ລະ​ດັບ​ສາມ​ຊັ້ນ;

2 ແລະ ກ່ອນ​ຈະ​ໄດ້​ບັນ​ລຸ​ເຖິງ ຊັ້ນ​ສູງ​ສຸດ​ໄດ້, ມະນຸດ​ຕ້ອງ​ເຂົ້າ​ສູ່​ລະບຽບ​ນີ້​ຂອງ​ຖານະ​ປະ​ໂລ​ຫິດ [ໝາຍ​ເຖິງ ພັນທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ​ຂອງ​ການ​ແຕ່ງ​ງານ];

3 ແລະ ຖ້າ​ຫາກ​ເຂົາ​ບໍ່​ເຮັດ, ເຂົາ​ຈະ​ບັນ​ລຸ​ເຖິງ​ມັນ​ບໍ່​ໄດ້.

4 ເຂົາ​ຈະ​ເຂົ້າ​ໄປ​ໃນ​ຊັ້ນ​ອື່ນ, ແຕ່​ນັ້ນ​ຄື​ທີ່​ສຸດ​ຂອງ​ອາ​ນາ​ຈັກ​ຂອງ​ເຂົາ; ເຂົາ​ບໍ່​ສາ​ມາດ​ມີ ເພີ່ມ​ເຕີມ.

5 (ວັນທີ 17 ເດືອນ​ພຶດສະພາ, 1843.) ຄຳ​ຂອງ ການ​ທຳ​ນາຍ​ທີ່​ແນ່​ນອນ​ແທ້ໆ​ໝາຍ​ເຖິງ​ການ​ທີ່​ມະນຸດ​ຮູ້​ວ່າ​ເຂົາ​ຖືກ ຜະ​ນຶກ​ໄວ້​ສູ່ ຊີ​ວິດ​ນິ​ລັນ​ດອນ, ໂດຍ​ການ​ເປີດ​ເຜີຍ ແລະ ວິນ​ຍານ​ແຫ່ງ​ການ​ທຳ​ນາຍ, ຜ່ານ​ອຳນາດ​ຂອງ​ຖານະ​ປະ​ໂລ​ຫິດ​ສັກ​ສິດ.

6 ເປັນ​ໄປ​ບໍ່​ໄດ້​ທີ່​ມະນຸດ​ຈະ ລອດ​ໃນ ຄວາມ​ໂງ່​ຈ້າ.

7 ບໍ່​ມີ​ສິ່ງ​ໃດ​ທີ່​ຖືກ​ເອີ້ນ​ວ່າ​ສານ​ທີ່​ບໍ່​ມີຕົນ​ມີ​ຕົວ. ວິນ​ຍານ​ທັງ​ປວງ​ເປັນ​ສານ, ແຕ່​ມັນ​ລະ​ອຽດ ຫລື ບໍ​ລິ​ສຸດ​ຫລາຍ​ກວ່າ, ແລະ ສາ​ມາດ​ຫລິງ​ເຫັນ​ໄດ້​ດ້ວຍ​ຕາ​ທີ່ ບໍ​ລິ​ສຸດ​ຫລາຍ​ກວ່າ​ເທົ່າ​ນັ້ນ;

8 ພວກ​ເຮົາ​ບໍ່​ສາ​ມາດ​ຫລຽວ​ເຫັນ​ມັນ; ແຕ່​ເມື່ອ​ຮ່າງ​ກາຍ​ຂອງ​ພວກ​ເຮົາ​ບໍ​ລິ​ສຸດ​ແລ້ວ, ພວກ​ເຮົາ​ຈະ​ເຫັນ​ໄດ້​ວ່າ ມັນ​ເປັນ​ສານ​ທັງ​ໝົດ.