ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 138


ພາກ​ທີ 138

ພາບ​ນິມິດ​ມອບ​ໃຫ້​ແກ່​ປະທານ ໂຈເຊັບ ແອັຟ ສະມິດ ໃນ​ເມືອງ​ເຊົາ​ເລັກ, ລັດ​ຢູ​ທາ, ວັນທີ 3 ເດືອນ​ຕຸລາ, 1918. ໃນ​ການ​ກ່າວ​ເປີດ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເຄິ່ງ​ປີ ຄັ້ງ​ທີ 89 ຂອງ​ສາດ​ສະ​ໜາ​ຈັກ, ວັນທີ 4 ເດືອນ​ຕຸລາ 1918, ປະທານ​ສະມິດ​ໄດ້​ປະ​ກາດ​ວ່າ ເພິ່ນ​ໄດ້​ຮັບ​ການ​ສື່​ສານ​ຫລາຍ​ຢ່າງ​ຈາກ​ສະຫວັນ​ໃນ​ລະຫວ່າງ​ເດືອນ​ທີ່​ຜ່ານ​ມາ. ຢ່າງ​ໜຶ່ງ​ໃນ​ການ​ສື່​ສານ​ນັ້ນ​ທີ່​ປະທານ​ສະມິດ​ໄດ້​ຮັບ​ໃນ​ວັນ​ກ່ອນ​ແມ່ນ​ກ່ຽວ​ກັບພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມາ​ຢ້ຽມ​ຢາມ​ວິນ​ຍານ​ຂອງ​ຄົນ​ຕາຍ​ໃນ​ຂະນະ​ທີ່​ພຣະ​ສົບ​ຂອງ​ພຣະ​ອົງ​ຢູ່​ໃນ​ອຸບ​ມຸງ. ມັນ​ໄດ້​ຖືກ​ຂຽນ​ໄວ້​ທັນ​ທີ​ຫລັງ​ຈາກ​ປິດ​ກອງ​ປະ​ຊຸມ​ໃຫຍ່. ໃນ​ວັນທີ 31 ເດືອນ​ຕຸລາ, 1918, ມັນ​ໄດ້​ຖືກ​ມອບ​ໃຫ້​ທີ່​ປຶກ​ສາ​ຂອງ​ຝ່າຍ​ປະທານ​ສູງ​ສຸດ, ສະພາ​ອັກຄະ​ສາວົກ​ສິບ​ສອງ, ແລະ ປິ​ຕຸ, ແລະ ມັນ​ໄດ້​ຖືກ​ຮັບ​ຮູ້​ຢ່າງ​ເປັນ​ເອ​ກະ​ສັນ​ຈາກ​ພວກ​ເພິ່ນ.

1–10, ປະທານ​ໂຈເຊັບ ແອັຟ ສະມິດ ໄຕ່​ຕອງ​ເຖິງ​ການ​ຂຽນ​ຂອງ​ເປໂຕ ແລະ ການ​ໄປ​ຢ້ຽມ​ຢາມ​ໂລກ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; 11–24, ປະທານ​ສະມິດ​ເຫັນ​ຄົນ​ຕາຍ​ທີ່​ຊອບ​ທຳ​ເຕົ້າ​ໂຮມ​ຢູ່​ໃນ​ທີ່​ສຸ​ຂະ​ເສີມ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຄິດ​ໃນ​ທ່າມ​ກາງ​ພວກ​ເຂົາ; 25–37, ເພິ່ນ​ເຫັນ​ການ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ໄດ້​ຖືກ​ຈັດ​ຕັ້ງ​ໃນ​ທ່າມ​ກາງ​ວິນ​ຍານ; 38–52, ເພິ່ນ​ເຫັນ​ອາດາມ, ເອວາ, ແລະ ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ຫລາຍ​ຄົນ​ໃນ​ໂລກ​ວິນ​ຍານ​ພິ​ຈາ​ລະ​ນາ​ວ່າ​ວິນ​ຍານ​ຂອງ​ພວກ​ເພິ່ນ​ກ່ອນ​ການ​ຟື້ນ​ຄືນ​ຊີ​ວິດ​ເປັນ​ສະພາບ​ຂອງ​ການ​ຖືກ​ຈ່ອງ​ຈຳ; 53–60, ຄົນ​ຕາຍ​ທີ່​ຊອບ​ທຳ​ໃນ​ຍຸກ​ນີ້​ຈະ​ທຳ​ງານ​ຂອງ​ພວກ​ເຂົາ​ຕໍ່​ໄປ​ຢູ່​ໃນ​ໂລກ​ວິນ​ຍານ.

1 ວັນທີ​ສາມ​ຂອງ​ເດືອນ​ຕຸລາ, ໃນ​ປີ​ພັນ​ເກົ້າ​ຮ້ອຍ​ສິບ​ແປດ, ຂ້າພະ​ເຈົ້າ​ໄດ້​ນັ່ງ ໄຕ່​ຕອງ​ຂໍ້​ພຣະ​ຄຳ​ພີ​ຢູ່​ໃນ​ຫ້ອງ​ຂອງ​ຂ້າ​ພະ​ເຈົ້າ;

2 ແລະ ໄດ້​ຄຳ​ນຶງ​ເຖິງ​ການ​ເສຍ​ສະລະ ຊົດ​ໃຊ້​ອັນ​ຍິ່ງ​ໃຫຍ່​ທີ່​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ໄດ້​ເຮັດ, ເພື່ອ ການ​ໄຖ່​ໂລກ;

3 ແລະ ຄວາມ​ຮັກ​ອັນ​ຍິ່ງ​ໃຫຍ່ ແລະ ປະ​ເສີດ​ທີ່​ພຣະ​ບິດາ ແລະ ພຣະ​ບຸດ​ໄດ້​ສະແດງ​ໃຫ້​ປະຈັກ​ໃນ​ການ​ສະ​ເດັດ​ມາ​ສູ່​ໂລກ​ຂອງ ພຣະ​ຜູ້​ໄຖ່;

4 ເພື່ອ​ວ່າ​ໂດຍ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ແລະ ໂດຍ ການ​ເຊື່ອ​ຟັງ​ຕໍ່​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ, ມະນຸດ​ຊາດ​ຈະ​ລອດ.

5 ໃນ​ຂະນະ​ທີ່ຂ້າພະ​ເຈົ້າ​ໄຕ່​ຕອງ​ຢູ່​ນັ້ນ, ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຫວນ​ຄິດ​ເຖິງ​ການ​ຂຽນ​ຂອງ​ອັກຄະ​ສາວົກ​ເປໂຕ, ເຖິງ ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃນ​ສະ​ໄໝ​ບູຮານ​ທີ່​ໄດ້​ກະ​ຈັດ​ກະ​ຈາຍ​ໄປ​ທົ່ວ ປົນ​ໂຕ, ຄາລາເຕຍ, ກາ​ເປ​ໂດ​ເກຍ, ແລະ ພາກ​ອື່ນໆ​ຂອງ​ເອ​ເຊຍ, ບ່ອນ​ທີ່​ພຣະ​ກິດ​ຕິ​ຄຸນ​ໄດ້​ຖືກ​ສັ່ງ​ສອນ​ຫລັງ​ຈາກ​ການ​ຄຶງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

6 ຂ້າ​ພະ​ເຈົ້າ​ໄດ້​ເປີດ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ແລະ ໄດ້​ອ່ານ​ບົດ​ທີ​ສາມ ແລະ ທີ​ສີ່​ໃນ​ສານ​ສະບັບ​ທຳ​ອິດ​ຂອງ​ເປໂຕ, ແລະ ໃນ​ຂະນະ​ທີ່​ຂ້າ​ພະ​ເຈົ້າ​ອ່ານ, ຂ້າ​ພະ​ເຈົ້າ​ປະ​ທັບ​ໃຈ​ຫລາຍ, ຫລາຍ​ກວ່າ​ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ເປັນ​ມາ​ກ່ອນ, ກັບ​ຂໍ້​ຄວາມ​ດັ່ງ​ຕໍ່​ໄປ​ນີ້:

7 “ດ້ວຍ​ວ່າ​ຄັ້ງ​ໜຶ່ງ​ພຣະ​ຄຣິດ​ກໍ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ແທນ​ບາບ​ເໝືອນ​ກັນ, ຜູ້​ທ່ຽງ​ທຳ​ແທນ​ຜູ້​ບໍ່​ທ່ຽງ​ທຳ, ເພື່ອ​ຈະ​ໄດ້​ນຳ​ເຮົາ​ທັງ​ຫລາຍ​ໄປ​ຫາ​ພຣະ​ເຈົ້າ, ໂດຍ​ທີ່​ໄດ້​ຖືກ​ປະ​ຫານ​ໃນ​ເນື້ອ​ໜັງ, ແຕ່​ພຣະ​ວິນ​ຍານ​ໄດ້​ຖືກ​ບັນ​ດານ​ໃຫ້​ມີ​ຊີ​ວິດ​ຊີ​ວາ​ຄືນ:

8 “ໂດຍ​ທາງ​ນັ້ນ​ພຣະ​ອົງ​ຈຶ່ງ​ໄດ້​ສະ​ເດັດ​ໄປ​ປະ​ກາດ​ແກ່​ບັນ​ດາ​ວິນ​ຍານ​ທີ່​ຢູ່​ໃນ ຄຸກ;

9 “ຊຶ່ງ​ເມື່ອ​ກ່ອນ​ນັ້ນ​ບໍ່​ໄດ້​ຍອມ​ເຊື່ອ​ຟັງ, ຄື​ເມື່ອ​ຕອນ​ພຣະ​ເຈົ້າ​ໄດ້​ສະແດງ​ຄວາມ​ອົດ​ກັ້ນ​ໃນ​ສະ​ໄໝ​ຂອງ​ໂນອາ, ຂະນະ​ທີ່​ກຳ​ລັງ​ຕຽມ​ນາ​ວາ, ຊຶ່ງ​ໃນ​ນັ້ນ​ໜ້ອຍ​ຄົນ, ນັ້ນ​ຄື, ແປດ​ຄົນ​ທີ່​ໄດ້​ລອດ​ຊີ​ວິດ​ຈາກ​ນ້ຳ​ຖ້ວມ​ນັ້ນ.” (1 ເປໂຕ 3:18–20.)

10 “ດ້ວຍ​ເຫດ​ນີ້​ແຫລະ ຂ່າວ​ປະ​ເສີດ​ຈຶ່ງ​ໄດ້​ປະ​ກາດ​ແກ່​ພວກ​ຄົນ​ທີ່​ຕາຍ​ໄປ​ແລ້ວ​ເໝືອນ​ກັນ, ເພື່ອ​ເຂົາ​ຈະ​ໄດ້​ຖືກ​ພິ​ພາກ​ສາ​ຕາມ​ມະນຸດ​ໃນ​ເນື້ອ​ໜັງ, ແຕ່​ດຳ​ເນີນ​ຊີ​ວິດ​ຕາມ​ພຣະ​ເຈົ້າ​ໃນ​ວິນ​ຍານ.” (1 ເປໂຕ 4:6.)

11 ໃນ​ຂະນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ໄຕ່​ຕອງ​ເຖິງ​ເລື່ອງ​ເຫລົ່າ​ນີ້​ຊຶ່ງ​ມີ ຂຽນ​ໄວ້, ດວງ​ຕາ​ແຫ່ງ​ຄວາມ​ເຂົ້າ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເປີດ​ອອກ, ແລະ ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ ສະ​ຖິດ​ຢູ່​ເທິງ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ໝູ່ ຄົນ​ຕາຍ, ທັງ​ຜູ້​ນ້ອຍ ແລະ ຜູ້​ໃຫຍ່.

12 ແລະ ມີ​ໝູ່​ວິນ​ຍານ​ຂອງ ຄົນ​ທີ່​ທ່ຽງ​ທຳ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ເປັນ​ກຸ່ມ​ໃຫຍ່​ໃນ​ບ່ອນ​ໜຶ່ງ, ຜູ້​ໄດ້ ຊື່​ສັດ​ໃນ​ປະຈັກ​ພະຍານ​ເຖິງ​ພຣະ​ເຢຊູ ໃນ​ຕອນ​ທີ່​ເຂົາ​ເຈົ້າ​ມີ​ຊີ​ວິດ​ຢູ່​ໃນ​ຄວາມ​ເປັນ​ມະຕະ;

13 ແລະ ຜູ້​ໄດ້ ເສຍ​ສະລະ​ໃນ​ລັກ​ສະ​ນະ​ດຽວ​ກັນ​ກັບ​ການ​ເສຍ​ສະລະ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ແລະ ໄດ້ ທົນ​ຮັບ​ຄວາມ​ທຸກ​ຍາກ​ລຳ​ບາກ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ເຂົາ​ເຈົ້າ.

14 ວິນ​ຍານ​ທັງ​ປວງ​ເຫລົ່າ​ນີ້​ໄດ້​ຈາກ​ຊີ​ວິດ​ມະຕະ​ໄປ​ແລ້ວ, ໝັ້ນ​ຄົງ​ໃນ ຄວາມ​ຫວັງ​ແຫ່ງ ການ​ຟື້ນ​ຄືນ​ຊີ​ວິດ​ອັນ​ຮຸ່ງ​ເຫລື້ອມ, ຜ່ານ ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ອົງ​ເປັນ ພຣະ​ບິດາ ແລະ ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳເນີດ​ຂອງ​ພຣະ​ອົງ, ພຣະ​ເຢຊູ​ຄຣິດ.

15 ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ເຂົາ​ເຈົ້າ​ເຕັມ​ໄປ​ດ້ວຍ ຄວາມ​ຊື່ນ​ຊົມ ແລະ ຄວາມ​ຊື່ນ​ຊົມ​ຍິນ​ດີ, ແລະ ປິ​ຕິ​ຍິນ​ດີ​ຢູ່​ນຳ​ກັນ ເພາະ​ວ່າ​ວັນ​ແຫ່ງ​ການ​ປົດ​ປ່ອຍ​ຂອງ​ເຂົາ​ເຈົ້າ​ມາ​ເຖິງ​ແລ້ວ.

16 ເຂົາ​ເຈົ້າ​ໄດ້​ມາ​ຊຸມ​ນຸມ​ກັນ​ຄອຍ​ຖ້າ​ໃຫ້​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ສະ​ເດັດ​ມາ ໂລກ​ວິນ​ຍານ, ເພື່ອ​ປະ​ກາດ​ການ​ໄຖ່​ຂອງ​ເຂົາ​ເຈົ້າ​ຈາກ ສາຍ​ຫັດ​ແຫ່ງ​ຄວາມ​ຕາຍ.

17 ຝຸ່ນ​ດິນ​ທີ່​ຫລັບ​ໄຫລ​ຂອງ​ເຂົາ​ເຈົ້າ​ຈະ​ຖືກ ນຳ​ກັບ​ຄືນ​ສູ່​ໂຄງ​ຮ່າງ​ອັນ​ສົມບູນ​ຂອງ​ມັນ, ກະ​ດູກ​ສູ່​ກະ​ດູກ​ຂອງ​ມັນ, ແລະ ເອັນ​ກັບ​ເນື້ອ​ໜັງ​ຢູ່​ເທິງ​ນັ້ນ, ວິນ​ຍານ ແລະ ຮ່າງ​ກາຍ​ຈະ​ຮ່ວມ​ເຂົ້າ​ກັນ​ເປັນ​ໜຶ່ງ​ບໍ່​ມີ​ວັນ​ແຍກ​ອອກ​ຈາກ​ກັນ​ອີກ​ຕໍ່​ໄປ, ເພື່ອ​ວ່າ​ມັນ​ຈະ​ໄດ້​ຮັບ​ຄວາມ​ສົມ​ບູນ​ແຫ່ງ ຄວາມ​ຊື່ນ​ຊົມ.

18 ໃນ​ຂະນະ​ທີ່​ຝູງ​ຊົນ​ພວມ​ຄອຍ​ຖ້າ ແລະ ເວົ້າ​ລົມ​ກັນ​ຢູ່, ປິ​ຕິ​ຍິນ​ດີ​ໃນ​ຊົ່ວ​ໂມງ​ແຫ່ງ​ການ​ປົດ​ປ່ອຍ​ຂອງ​ເຂົາ​ເຈົ້າ​ຈາກ​ໂສ້​ແຫ່ງ​ຄວາມ​ຕາຍ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ໄດ້​ມາ​ປະກົດ, ໂດຍ​ປະ​ກາດ ເສ​ລີ​ພາບ​ແກ່​ຊະ​ເລີຍ​ຜູ້​ຊື່​ສັດ​ຕະຫລອດ​ມາ;

19 ແລະ ຢູ່​ທີ່​ນັ້ນ​ພຣະ​ອົງ​ໄດ້ ສັ່ງ​ສອນ ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ​ໃຫ້​ແກ່​ເຂົາ​ເຈົ້າ, ຄຳ​ສອນ​ກ່ຽວ​ກັບ​ການ​ຟື້ນ​ຄືນ​ຊີ​ວິດ ແລະ ການ​ໄຖ່​ມະນຸດ​ຊາດ​ຈາກ ການ​ຕົກ, ແລະ ຈາກ​ບາບ​ຂອງ​ແຕ່​ລະ​ຄົນ​ໂດຍ​ມີ​ເງື່ອນ​ໄຂ​ຂອງ ການ​ກັບ​ໃຈ.

20 ແຕ່​ກັບ ຄົນ​ຊົ່ວ ພຣະ​ອົງ​ບໍ່​ໄດ້​ໄປ​ຫາ, ແລະ ໃນ​ບັນ​ດາ​ຄົນ​ອະທຳ ແລະ ຄົນ​ທີ່​ບໍ່​ກັບ​ໃຈ​ຜູ້​ເຮັດ​ໃຫ້​ຕົນ​ເອງ ເສື່ອມ​ຄວາມ​ສັກ​ສິດ​ໃນ​ຕອນ​ທີ່​ຢູ່​ໃນ​ເນື້ອ​ໜັງ, ພຣະ​ອົງ​ບໍ່​ເອີ່ຍ​ຄຳ.

21 ທັງ​ຄົນ​ກະ​ບົດ​ຜູ້​ປະ​ຕິ​ເສດ​ປະຈັກ​ພະຍານ ແລະ ຄຳ​ເຕືອນ​ຂອງ​ສາດ​ສະ​ດາ​ໃນ​ສະ​ໄໝ​ບູຮານ​ກໍ​ບໍ່​ໄດ້​ເຫັນ​ທີ່​ປະ​ທັບ​ຂອງ​ພຣະ​ອົງ, ຫລື ໄດ້​ຫລຽວ​ເບິ່ງ​ພຣະ​ພັກ​ຂອງ​ພຣະ​ອົງ.

22 ບ່ອນ​ໃດ​ທີ່​ຄົນ​ເຫລົ່າ​ນີ້​ອາ​ໄສ​ຢູ່, ຄວາມ​ມືດ​ກໍ​ຄວບ​ງຳ, ແຕ່​ໃນ​ບັນ​ດາ​ຄົນ​ຊອບ​ທຳ​ມີ​ແຕ່ ສັນ​ຕິ​ສຸກ;

23 ແລະ ໄພ່​ພົນ​ຂອງ​ພຣະ​ເຈົ້າ​ປິ​ຕິ​ຍິນ​ດີ​ໃນ ການ​ໄຖ່​ຂອງ​ເຂົາ​ເຈົ້າ, ແລະ ໄດ້ ຄຸ​ເຂົ່າ​ລົງ ແລະ ຮັບ​ຮູ້​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ວ່າ​ເປັນ​ພຣະ​ຜູ້​ໄຖ່ ແລະ ພຣະ​ຜູ້​ປົດ​ປ່ອຍ​ຂອງ​ເຂົາ​ເຈົ້າ​ຈາກ​ຄວາມ​ຕາຍ ແລະ ໂສ້​ແຫ່ງ​ນະລົກ.

24 ໃບ​ໜ້າ​ຂອງ​ເຂົາ​ເຈົ້າ​ຮຸ່ງ​ເຫລື້ອມ, ແລະ ແສງ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ເທິງ​ເຂົາ​ເຈົ້າ, ແລະ ເຂົາ​ເຈົ້າ ຮ້ອງ​ເພງ​ສັນ​ລະ​ເສີນ​ແດ່​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ.

25 ຂ້າ​ພະ​ເຈົ້າ​ປະ​ຫລາດ​ໃຈ, ເພາະ​ວ່າ​ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ໃຊ້​ເວລາ​ປະ​ມານ​ສາມ​ປີ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ໃນ​ບັນ​ດາ​ຊາວ​ຢິວ ແລະ ຄົນ​ທີ່​ເປັນ​ເຊື້ອ​ສາຍ​ອິດສະ​ຣາເອນ, ໂດຍ​ໄດ້​ພະ​ຍາ​ຍາມ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ​ໃຫ້​ແກ່​ພວກ​ເຂົາ ແລະ ເອີ້ນ​ພວກ​ເຂົາ​ໃຫ້​ມາ​ສູ່​ການ​ກັບ​ໃຈ;

26 ແລະ ເຖິງ​ຢ່າງ​ໃດ​ກໍ​ຕາມ, ທັງໆ​ທີ່​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ ແລະ ສິ່ງ​ມະຫັດ​ສະຈັນ, ແລະ ການ​ປະ​ກາດ​ເຖິງ​ຄວາມ​ຈິງ, ໃນ ອຳນາດ ແລະ ສິດ​ອຳນາດ​ອັນ​ຍິ່ງ​ໃຫຍ່, ແຕ່​ກໍ​ຍັງ​ມີ​ໜ້ອຍ​ຄົນ​ທີ່​ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ, ແລະ ປິ​ຕິ​ຍິນ​ດີ​ໃນ​ການ​ປະ​ທັບ​ຢູ່​ຂອງ​ພຣະ​ອົງ, ແລະ ຮັບ​ເອົາ​ຄວາມ​ລອດ​ຈາກ​ພຣະ​ຫັດ​ຂອງ​ພຣະ​ອົງ.

27 ແຕ່​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ໃນ​ບັນ​ດາ​ຜູ້​ຄົນ​ທີ່​ໄດ້​ຕາຍ​ໄປ​ນັ້ນ​ຖືກ​ຈຳ​ກັດ​ເວລາ ສັ້ນໆ ຊຶ່ງ​ເປັນ​ໄປ​ໃນ​ລະຫວ່າງ​ການ​ຄຶງ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ;

28 ແລະ ຂ້າ​ພະ​ເຈົ້າ​ໄດ້​ປະ​ຫລາດ​ໃຈ​ໃນ​ຖ້ອຍ​ຄຳ​ຂອງ​ເປໂຕ—ຊຶ່ງ​ໃນ​ນັ້ນ ເພິ່ນ​ໄດ້​ກ່າວ​ວ່າ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ໄດ້​ສັ່ງ​ສອນ​ເຫລົ່າ​ວິນ​ຍານ​ຢູ່​ໃນ​ຄຸກ, ຜູ້​ທີ່​ຄັ້ງ​ໜຶ່ງ​ບໍ່​ໄດ້​ເຊື່ອ​ຟັງ, ຕອນ​ທີ່​ຄວາມ​ອົດ​ກັ້ນ​ຂອງ​ພຣະ​ເຈົ້າ​ໄດ້​ລໍ​ຖ້າ​ໃນ​ວັນ​ເວລາ​ຂອງ​ໂນອາ—​ແລະ ເປັນ​ໄປ​ໄດ້​ແນວ​ໃດ​ສຳ​ລັບ​ພຣະ​ອົງ​ທີ່​ຈະ​ສັ່ງ​ສອນ​ວິນ​ຍານ​ເຫລົ່າ​ນັ້ນ ແລະ ເຮັດ​ວຽກ​ງານ​ທີ່​ຈຳ​ເປັນ​ໃນ​ບັນ​ດາ​ພວກ​ເຂົາ​ໃນ​ເວລາ​ອັນ​ສັ້ນໆ​ນັ້ນ.

29 ແລະ ໃນ​ຂະນະ​ທີ່​ຂ້າ​ພະ​ເຈົ້າ​ປະ​ຫລາດ​ໃຈ​ຢູ່​ນັ້ນ, ພຣະ​ອົງ​ໄດ້​ເປີດ​ຕາ​ຂອງ​ຂ້າ​ພະ​ເຈົ້າ, ແລະ ໄດ້​ໃຫ້ ຊີ​ວິດ​ຊີ​ວາ​ແກ່​ຄວາມ​ເຂົ້າ​ໃຈ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ໄປ​ໂດຍ​ພຣະ​ອົງ​ເອງ​ໃນ​ບັນ​ດາ​ຄົນ​ຊົ່ວ ແລະ ຄົນ​ບໍ່​ເຊື່ອ​ຟັງ ຜູ້​ໄດ້​ປະ​ຕິ​ເສດ​ຄວາມ​ຈິງ, ເພື່ອ​ສິດ​ສອນ​ພວກ​ເຂົາ;

30 ແຕ່​ຈົ່ງ​ເບິ່ງ, ຈາກ​ບັນ​ດາ​ຄົນ​ຊອບ​ທຳ, ພຣະ​ອົງ​ໄດ້​ຈັດ​ຕັ້ງ​ກຳ​ລັງ​ຄົນ​ຂອງ​ພຣະ​ອົງ ແລະ ໄດ້​ກຳ​ນົດ​ຜູ້​ສົ່ງ​ຂ່າວ, ຫຸ້ມ​ຫໍ່​ດ້ວຍ ອຳນາດ ແລະ ສິດ​ອຳນາດ, ແລະ ໄດ້​ມອບ​ໝາຍ​ເຂົາ​ເຈົ້າ​ໃຫ້​ອອກ​ໄປ ແລະ ນຳ​ຄວາມ​ສະ​ຫວ່າງ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ໄປ​ໃຫ້​ຄົນ​ເຫລົ່າ​ນັ້ນ​ທີ່​ຢູ່​ໃນ ຄວາມ​ມືດ, ແມ່ນ​ແຕ່​ວິນ​ຍານ ທັງ​ປວງ​ຂອງ​ມະນຸດ; ແລະ ພຣະ​ກິດ​ຕິ​ຄຸນ​ໄດ້​ຖືກ​ສັ່ງ​ສອນ​ໃຫ້​ແກ່​ຄົນ​ຕາຍ​ດັ່ງ​ນັ້ນ.

31 ແລະ ຜູ້​ສົ່ງ​ຂ່າວ​ທີ່​ເລືອກ​ແລ້ວ​ເຫລົ່າ​ນັ້ນ​ໄດ້​ອອກ​ໄປ ປະ​ກາດ​ວັນ​ອັນ ຊົງ​ໂປດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ປະ​ກາດ ເສ​ລີ​ພາບ​ແກ່​ຊະ​ເລີຍ​ຜູ້​ຖືກ​ມັດ​ໄວ້, ແມ່ນ​ແຕ່​ໃຫ້​ແກ່​ຜູ້​ຄົນ​ທັງ​ປວງ​ທີ່​ຈະ​ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ເຂົາ ແລະ ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ.

32 ພຣະ​ກິດ​ຕິ​ຄຸນ​ໄດ້​ຖືກ​ສັ່ງ​ສອນ​ດັ່ງ​ນັ້ນ ໃຫ້ແກ່​ຜູ້​ທີ່​ໄດ້ ຕາຍ​ໃນ​ບາບ​ຂອງ​ພວກ​ເຂົາ, ປາດ​ສະ​ຈາກ ຄວາມ​ຮູ້​ເລື່ອງ​ຄວາມ​ຈິງ, ຫລື ໃນ​ການ​ລ່ວງ​ລະເມີດ, ໂດຍ​ໄດ້​ປະ​ຕິ​ເສດ​ສາດ​ສະ​ດາ.

33 ຄົນ​ເຫລົ່າ​ນັ້ນ​ໄດ້​ຖືກ​ສິດ​ສອນ​ເຖິງ ສັດທາ​ໃນ​ພຣະ​ເຈົ້າ, ການ​ກັບ​ໃຈ​ຈາກ​ບາບ, ການ​ບັບຕິ​ສະມາ​ແທນ​ເພື່ອ ການ​ປົດ​ບາບ, ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໂດຍ​ການ​ວາງ​ມື,

34 ແລະ ຫລັກ​ທຳ​ອື່ນໆ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ພວກ​ເຂົາ​ຈຳ​ເປັນ​ຕ້ອງ​ຮູ້ ເພື່ອ​ເຮັດ​ໃຫ້​ຕົນ​ເອງ​ມີ​ຄຸນ​ຄ່າ​ພໍ​ທີ່​ຈະ​ໄດ້​ຮັບ ການ​ພິ​ພາກ​ສາ​ຕາມ​ມະນຸດ​ໃນ​ເນື້ອ​ໜັງ, ແຕ່​ດຳ​ເນີນ​ຊີ​ວິດ​ຕາມ​ພຣະ​ເຈົ້າ​ໃນ​ວິນ​ຍານ.

35 ແລະ ດັ່ງ​ນັ້ນ​ຈຶ່ງ​ເປັນ​ທີ່​ຮູ້​ຈັກ​ໃນ​ບັນ​ດາ​ຄົນ​ຕາຍ, ທັງ​ຜູ້​ນ້ອຍ ແລະ ຜູ້​ໃຫຍ່, ຄົນ​ບໍ່​ຊອບ​ທຳ ແລະ ຄົນ​ຊື່​ສັດ, ວ່າ​ການ​ໄຖ່​ໄດ້​ເກີດ​ຂຶ້ນ​ແລ້ວ​ຜ່ານ ການ​ເສຍ​ສະລະ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ ໄມ້​ກາງ​ແຂນ.

36 ດັ່ງ​ນັ້ນ​ຈຶ່ງ​ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ ພຣະ​ຜູ້​ໄຖ່​ໄດ້​ໃຊ້​ເວລາ​ຂອງ​ພຣະ​ອົງ​ໃນ​ຂະນະ​ທີ່​ພຣະ​ອົງ​ຢູ່​ໃນ​ໂລກ​ວິນ​ຍານ, ໄດ້​ແນະນຳ ແລະ ຕຽມ​ວິນ​ຍານ​ທີ່​ຊື່​ສັດ​ຂອງ ບັນ​ດາ​ສາດ​ສະ​ດາ​ຜູ້​ໄດ້​ເປັນ​ພະຍານ​ເຖິງ​ພຣະ​ອົງ​ໃນ​ເນື້ອ​ໜັງ;

37 ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ໄດ້​ນຳ​ຂ່າວ​ສານ​ແຫ່ງ​ການ​ໄຖ່​ໄປ​ຍັງ​ຄົນ​ຕາຍ​ທັງ​ປວງ, ໄປ​ຍັງ​ຜູ້​ທີ່​ພຣະ​ອົງ​ໄປ​ຫາ​ເອງ​ບໍ່​ໄດ້, ເພາະ ການ​ກະ​ບົດ ແລະ ການ​ລ່ວງ​ລະເມີດ​ຂອງ​ພວກ​ເຂົາ, ເພື່ອ​ວ່າ​ຜ່ານ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ພວກ​ເຂົາ​ຈະ​ໄດ້​ຍິນ​ພຣະ​ຄຳ​ຂອງ​ພຣະ​ອົງ.

38 ໃນ​ບັນ​ດາ​ຜູ້​ຄົນ​ທີ່​ຍິ່ງ​ໃຫຍ່ ແລະ ມີ​ອຳນາດ​ຊຶ່ງ​ໄດ້​ມາ​ຮ່ວມ​ການ​ຊຸມ​ນຸມ​ອັນ​ໃຫຍ່​ໂຕ​ຂອງ​ຄົນ​ຊອບ​ທຳ​ມີ​ພໍ່ ອາດາມ, ຜູ້​ມີ​ຊີ​ວິດ​ຢູ່​ຕະຫລອດ​ໄປ ແລະ ເປັນ​ບິດາ​ຂອງ​ຄົນ​ທັງ​ປວງ,

39 ແລະ ແມ່ ເອວາ​ຜູ້​ປະ​ເສີດ​ຂອງ​ພວກ​ເຮົາ, ພ້ອມ​ດ້ວຍ​ທິດາ​ທີ່​ຊື່​ສັດ​ຂອງ​ນາງ​ຫລາຍ​ຄົນ​ຜູ້​ໄດ້​ມີ​ຊີ​ວິດ​ຢູ່​ໃນ​ທຸກ​ຍຸກ​ທຸກ​ສະ​ໄໝ ແລະ ໄດ້​ນະມັດ​ສະການ​ພຣະ​ເຈົ້າ​ອົງ​ທ່ຽງ​ແທ້ ແລະ ຊົງ​ພຣະ​ຊົນ​ຢູ່.

40 ອາ​ເບັນ, ຄົນ​ທຳ​ອິດ​ທີ່​ໄດ້ ຖືກ​ຂ້າ​ຍ້ອນ​ຄວາມ​ເຊື່ອ, ແລະ ນ້ອງ​ຊາຍ​ຂອງ​ລາວ ເຊດ, ໜຶ່ງ​ໃນ​ຜູ້​ຄົນ​ທີ່​ຍິ່ງ​ໃຫຍ່, ຜູ້ ມີ​ລັກ​ສະ​ນະ​ເໝືອນ​ອາດາມ ບິດາ​ຂອງ​ລາວ​ກໍ​ຢູ່​ທີ່​ນັ້ນ.

41 ໂນອາ, ຜູ້​ໄດ້​ເຕືອນ​ເລື່ອງ​ນ້ຳ​ຖ້ວມ; ເຊມ, ມະຫາ​ປະ​ໂລ​ຫິດ​ຜູ້​ຍິ່ງ​ໃຫຍ່; ອັບ​ຣາ​ຮາມ, ບິດາ​ຂອງ​ຄົນ​ຊື່​ສັດ; ອີ​ຊາກ, ຢາໂຄບ, ແລະ ໂມເຊ, ຜູ້​ໃຫ້​ກົດ​ທີ່​ຍິ່ງ​ໃຫຍ່​ຂອງ​ອິດ​ສະ​ຣາ​ເອນ;

42 ແລະ ເອຊາ​ຢາ, ຜູ້​ໄດ້​ປະ​ກາດ​ໂດຍ​ການ​ທຳ​ນາຍ​ວ່າ​ພຣະ​ຜູ້​ໄຖ່​ໄດ້​ຖືກ​ເຈີມ​ເພື່ອ​ປອບ​ໂຍນ​ຫົວ​ໃຈ​ທີ່​ຊອກ​ຊ້ຳ, ເພື່ອ​ປະ​ກາດ​ເສ​ລີ​ພາບ​ແກ່ ຊະ​ເລີຍ, ແລະ ເປີດ ຄຸກ​ໃຫ້​ແກ່​ຜູ້​ທີ່​ຖືກ​ມັດ​ໄວ້, ກໍ​ໄດ້​ຢູ່​ທີ່​ນັ້ນ​ຄື​ກັນ.

43 ຍິ່ງ​ໄປ​ກວ່າ​ນັ້ນ, ເອ​ເຊ​ກຽນ​ຜູ້​ໄດ້​ເຫັນ​ຮ່ອມ​ພູ ກະ​ດູກ​ແຫ້ງ​ອັນ​ກວ້າງ​ໃຫຍ່​ໃນ​ນິມິດ, ຊຶ່ງ​ຈະ​ຫໍ່​ຫຸ້ມ​ດ້ວຍ​ເນື້ອ​ໜັງ, ເພື່ອ​ອອກ​ມາ​ອີກ​ໃນ ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຄົນ​ຕາຍ, ເປັນ​ຈິດ​ວິນ​ຍານ​ທີ່​ມີ​ຊີ​ວິດ;

44 ດາ​ນີ​ເອນ, ຜູ້​ໄດ້​ເຫັນ​ລ່ວງ​ໜ້າ ແລະ ບອກ​ລ່ວງ​ໜ້າ​ເຖິງ​ການ​ສ້າງ​ຕັ້ງ ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຂຶ້ນ​ໃນ​ຍຸກ​ສຸດ​ທ້າຍ, ໂດຍ​ບໍ່​ມີ​ວັນ​ຖືກ​ທຳ​ລາຍ ຫລື ຖືກ​ມອບ​ໃຫ້​ແກ່​ຄົນ​ອື່ນ​ອີກ​ເລີຍ;

45 ອີລາຍ, ຜູ້​ໄດ້​ຢູ່​ກັບ​ໂມເຊ​ຢູ່​ເທິງ​ພູ​ແຫ່ງ ການ​ປ່ຽນ​ສະພາບ;

46 ແລະ ມາ​ລາ​ກີ, ສາດ​ສະ​ດາ​ຜູ້​ໄດ້​ເປັນ​ພະຍານ​ເຖິງ​ການ​ມາ​ຂອງ ເອລີ​ຢາ—ຜູ້​ທີ່​ໂມ​ໂຣ​ໄນ​ໄດ້​ກ່າວ​ເຖິງ​ຄື​ກັນ​ເມື່ອ​ເພິ່ນ​ໄດ້​ກ່າວ​ກັບ​ສາດ​ສະ​ດາ​ໂຈເຊັບ ສະມິດ, ໂດຍ​ປະ​ກາດ​ວ່າ ເພິ່ນ​ຈະ​ມາ​ກ່ອນ​ການ​ເລີ່ມ​ຕົ້ນ​ຂອງ ມື້​ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ຢ້ານ​ກົວ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ—ກໍ​ໄດ້​ຢູ່​ທີ່​ນັ້ນ​ຄື​ກັນ.

47 ສາດ​ສະ​ດາ​ເອລີ​ຢາ​ຕ້ອງ​ປູກ​ຄຳ​ສັນ​ຍາ​ທີ່​ໄດ້​ເຮັດ​ໄວ້​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ​ໄວ້​ໃນ ໃຈ​ຂອງ​ລູກ​ຫລານ,

48 ໂດຍ​ບອກ​ລ່ວງ​ໜ້າ​ເຖິງ ວຽກ​ງານ​ອັນຍິ່ງ​ໃຫຍ່​ທີ່​ຈະ​ຕ້ອງ​ເຮັດ ໃນ ພຣະ​ວິຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ ຍຸກ​ສະ​ໄໝ​ຂອງ​ຄວາມ​ສົມ​ບູນ​ແຫ່ງ​ເວລາ, ເພື່ອ​ການ​ໄຖ່​ຄົນ​ຕາຍ, ແລະ ການ​ຜະ​ນຶກ​ລູກໆ​ເຂົ້າ​ກັບ​ພໍ່​ແມ່​ຂອງ​ພວກ​ເຂົາ, ຖ້າ​ບໍ່​ດັ່ງ​ນັ້ນ ທັງ​ແຜ່ນ​ດິນ​ໂລກ​ຈະ​ຖືກ​ທຳ​ລາຍ​ໃຫ້​ໝົດ​ສິ້ນ​ໃນ​ຕອນ​ພຣະ​ອົງ​ສະ​ເດັດ​ມາ.

49 ຄົນ​ເຫລົ່າ​ນີ້​ທັງ​ປວງ ແລະ ຫລາຍໆ​ຄົນ​ຕື່ມ​ອີກ, ແມ່ນ​ແຕ່ ສາດ​ສະ​ດາ​ຜູ້​ໄດ້​ອາ​ໄສ​ໃນ​ບັນ​ດາ​ຊາວ​ນີໄຟ ແລະ ໄດ້​ເປັນ​ພະຍານ​ເຖິງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ໄດ້​ປະ​ປົນ​ຢູ່​ໃນ​ການ​ຊຸມ​ນຸມ​ອັນ​ໃຫຍ່​ໂຕ ແລະ ໄດ້​ຄອຍ​ຖ້າ​ການ​ປົດ​ປ່ອຍ​ຂອງ​ເຂົາ​ເຈົ້າ,

50 ເພາະ​ເນື່ອງ​ດ້ວຍ​ຄົນ​ຕາຍ​ໄດ້​ຄິດ​ວ່າ​ການ​ແຍກ​ຂອງ ວິນ​ຍານ ແລະ ຮ່າງ​ກາຍ​ຂອງ​ພວກ​ເຂົາ​ເປັນ​ເວລາ​ດົນ​ນານ ເປັນ ການ​ຈ່ອງ​ຈຳ.

51 ຄົນ​ເຫລົ່າ​ນີ້​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ, ແລະ ໄດ້​ມອບ ອຳນາດ​ໃຫ້​ເຂົາ​ເຈົ້າ​ອອກ​ມາ, ຫລັງ​ຈາກ​ການ​ຟື້ນ​ຄືນ​ພຣະ​ຊົນ​ຈາກ​ຄວາມ​ຕາຍ​ຂອງ​ພຣະ​ອົງ, ເພື່ອ​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ບິດາ​ຂອງ​ພຣະ​ອົງ, ຢູ່​ທີ່​ນັ້ນ​ເພື່ອ​ຮັບ​ການ​ສວມ​ມົງ​ກຸດ​ດ້ວຍ ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ,

52 ແລະ ນັບ​ຈາກ​ນັ້ນ​ເປັນ​ຕົ້ນ​ໄປ​ພວກ​ເຂົາ​ຈະ​ທຳ​ງານ​ຕໍ່​ໄປ​ດັ່ງ​ທີ່​ສັນ​ຍາ​ໄວ້​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເປັນ​ຜູ້​ຮັບ​ສ່ວນ​ໃນ ພອນ​ທັງ​ປວງ​ຊຶ່ງ​ຖືກ​ເກັບ​ໄວ້​ສຳ​ລັບ​ຄົນ​ທີ່​ຮັກ​ພຣະ​ອົງ.

53 ສາດ​ສະ​ດາ​ໂຈເຊັບ ສະມິດ, ແລະ ພໍ່​ຂອງ​ຂ້າ​ພະ​ເຈົ້າ, ໄຮຣຳ ສະມິດ, ບຣິກຳ ຢັງ, ຈອນ ເທເລີ, ວິວເຝີດ ວູດຣັບ, ແລະ ວິນ​ຍານ​ທີ່​ໂປດ​ປານ​ອື່ນໆ ຜູ້​ທີ່​ໄດ້​ຖືກ ຮັກ​ສາ​ໄວ້​ເພື່ອ​ໃຫ້​ອອກ​ມາ​ໃນ​ຄວາມ​ສົມ​ບູນ​ແຫ່ງ​ເວລາ ເພື່ອ​ມີ​ສ່ວນ​ໃນ ການ​ວາງ​ຮາກ​ຖານ​ຂອງ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ໃນ​ຍຸກ​ສຸດ​ທ້າຍ,

54 ລວມ​ທັງ​ການ​ສ້າງ​ພຣະ​ວິຫານ ແລະ ການ​ປະ​ຕິ​ບັດ​ພິ​ທີ​ການ​ໃນ​ນັ້ນ​ເພື່ອ​ການ​ໄຖ່ ຄົນ​ຕາຍ, ກໍ​ຢູ່​ໃນ​ໂລກ​ວິນ​ຍານ​ຄື​ກັນ.

55 ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ວ່າ ພວກ​ເພິ່ນ​ໄດ້​ຢູ່​ໃນ​ບັນ​ດາ ຜູ້​ທີ່​ສູງ​ສັກ ແລະ ຍິ່ງ​ໃຫຍ່ ຜູ້​ໄດ້ ຖືກ​ເລືອກ​ໄວ້​ແຕ່​ຕອນ​ຕົ້ນ​ໃຫ້​ເປັນ​ຜູ້​ປົກ​ຄອງ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ.

56 ແມ່ນ​ແຕ່​ກ່ອນ​ພວກ​ເພິ່ນ​ເກີດ, ພວກ​ເພິ່ນ​ພ້ອມ​ກັບ​ຄົນ​ອື່ນໆ​ຫລາຍ​ຄົນ, ໄດ້​ຮັບ​ບົດ​ຮຽນ​ທຳ​ອິດ​ຂອງ​ພວກ​ເພິ່ນ​ຢູ່​ໃນ​ໂລກ​ວິນ​ຍານ ແລະ ໄດ້ ຕຽມ​ພ້ອມ​ແລ້ວ​ທີ່​ຈະ​ອອກ​ມາ​ໃນ ເວລາ​ອັນ​ເໝາະ​ສົມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ເຮັດ​ວຽກ​ງານ​ໃນ ສວນ​ອະງຸ່ນ​ຂອງ​ພຣະ​ອົງ ເພື່ອ​ຄວາມ​ລອດ​ຂອງ​ຈິດ​ວິນ​ຍານ​ຂອງ​ມະນຸດ.

57 ຂ້າ​ພະ​ເຈົ້າ​ເຫັນ​ວ່າ ພວກ​ແອວເດີ​ທີ່​ຊື່​ສັດ​ຂອງ​ຍຸກ​ສະ​ໄໝ​ນີ້, ເມື່ອ​ເຂົາ​ເຈົ້າ​ອອກ​ໄປ​ຈາກ​ຊີ​ວິດ​ມະຕະ, ໄດ້​ສືບ​ຕໍ່ ວຽກ​ງານ​ຂອງ​ເຂົາ​ເຈົ້າ​ໃນ​ການ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ການ​ກັບ​ໃຈ ແລະ ການ​ໄຖ່, ຜ່ານ​ການ​ເສຍ​ສະລະ​ຂອງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳເນີດ​ຂອງ​ພຣະ​ເຈົ້າ, ໃນ​ບັນ​ດາ​ຄົນ​ທີ່​ຢູ່​ໃນ ຄວາມ​ມືດ ແລະ ພາຍ​ໃຕ້​ຄວາມ​ເປັນ​ທາດ​ຂອງ​ບາບ​ໃນ​ໂລກ​ວິນ​ຍານ​ອັນ​ກວ້າງ​ໃຫຍ່​ໄພ​ສານ​ຂອງ​ຄົນ​ຕາຍ.

58 ຄົນ​ຕາຍ​ຜູ້​ທີ່​ກັບ​ໃຈ​ຈະ ຖືກ​ໄຖ່, ໂດຍ​ການ​ເຊື່ອ​ຟັງ​ຕໍ່ ພິ​ທີ​ການ​ຂອງ​ບ້ານ​ຂອງ​ພຣະ​ເຈົ້າ,

59 ແລະ ຫລັງ​ຈາກ​ພວກ​ເຂົາ​ໄດ້​ຮັບ​ໂທດ​ຂອງ​ການ​ລ່ວງ​ລະເມີດ​ຂອງ​ພວກ​ເຂົາ​ແລ້ວ, ແລະ ໄດ້​ຖືກ ຊຳລະ​ໃຫ້​ສະອາດ​ແລ້ວ, ຈະ​ໄດ້​ຮັບ​ລາງ​ວັນ​ຕາມ ວຽກ​ງານ​ຂອງ​ພວກ​ເຂົາ, ເພາະ​ວ່າ​ພວກ​ເຂົາ​ເປັນ​ທາ​ຍາດ​ແຫ່ງ​ຄວາມ​ລອດ.

60 ພາບ​ນິມິດ​ກ່ຽວ​ກັບ​ການ​ໄຖ່​ຄົນ​ຕາຍ​ໄດ້​ເປີດ​ເຜີຍ​ແກ່​ຂ້າ​ພະ​ເຈົ້າ​ດັ່ງ​ນັ້ນ, ແລະ ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ເປັນ​ພະຍານ, ແລະ ຂ້າ​ພະ​ເຈົ້າ​ຮູ້​ວ່າ​ບັນ​ທຶກ​ນີ້​ເປັນ ຄວາມ​ຈິງ, ຜ່ານ​ພອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢຊູ​ຄຣິດ, ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.