ສິ່ງ​ຊ່ວຍ​ສຶກ​ສາ
ຄວາມ​ສະຫວ່າງ, ຄວາມ​ສະຫວ່າງ​ຂອງ​ພຣະ​ຄຣິດ


ຄວາມ​ສະຫວ່າງ, ຄວາມ​ສະຫວ່າງ​ຂອງ​ພຣະ​ຄຣິດ

ພະ​ລັງ​ແຫ່ງ​ສະຫວັນ, ອຳນາດ, ຫລື ອິດ​ທິ​ພົນ​ທີ່​ມາ​ຈາກ​ພຣະ​ເຈົ້າ​ຜ່ານ​ພຣະ​ຄຣິດ ແລະ ມອບ​ຊີ​ວິດ ແລະ ຄວາມ​ສະ​ຫວ່າງ​ໃຫ້​ແກ່​ທຸກ​ສິ່ງ. ມັນ​ແມ່ນ​ກົດ ຊຶ່ງ​ໂດຍ​ກົດ​ນັ້ນ​ທຸກ​ສິ່ງ​ໄດ້​ຖືກ​ປົກ​ຄອງ​ໃນ​ສະຫວັນ ແລະ ເທິງ​ແຜ່ນ​ດິນ​ໂລກ (ຄພ 88:6–13). ມັນ​ຍັງ​ຊ່ວຍ​ເຫລືອ​ຜູ້​ຄົນ​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ນຳ​ອີກ ແລະ ຊ່ວຍ​ເຫລືອ​ເຂົາ​ເຈົ້າ​ໃຫ້​ໄປ​ຫາ​ທາງ​ແຫ່ງ​ພຣະ​ກິດ​ຕິ​ຄຸນ ທີ່​ນຳ​ໄປ​ສູ່​ຄວາມ​ລອດ (ຢຮ 3:19–21; 12:46; ແອວ 26:15; 32:35; ຄພ 93:28–29, 31–32, 40, 42).

ບໍ່​ຄວນ​ເຂົ້າ​ໃຈ​ຜິດ​ເລື່ອງ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ​ກັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ຄວາມ​ສະຫວ່າງ​ຂອງ​ພຣະ​ຄຣິດ​ບໍ່​ແມ່ນ​ບຸກ​ຄົນ. ມັນ​ເປັນ​ອິດ​ທິ​ພົນ​ທີ່​ມາ​ຈາກ​ພຣະ​ເຈົ້າ ແລະ ຕຽມ​ບຸກ​ຄົນ​ໃຫ້​ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ມັນ​ເປັນ​ອິດ​ທິ​ພົນ​ສຳ​ລັບ​ຄວາມ​ດີ​ໃນ​ຊີ​ວິດ​ຂອງ​ຜູ້​ຄົນ​ທັງ​ປວງ (ຢຮ 1:9; ຄພ 84:46–47).

ການ​ສະແດງ​ໃຫ້​ປະຈັກ​ຢ່າງ​ໜຶ່ງ​ຂອງ​ຄວາມ​ສະຫວ່າງ​ຂອງ​ພຣະ​ຄຣິດ​ແມ່ນ​ຄວາມ​ສຳ​ນຶກ, ຊຶ່ງ​ຊ່ວຍ​ເຫລືອ​ບຸກ​ຄົນ​ໃຫ້​ເລືອກ​ລະຫວ່າງ​ຄວາມ​ຖືກ​ຕ້ອງ ແລະ ຄວາມ​ຜິດ (ມຣນ 7:16). ເມື່ອ​ຜູ້​ຄົນ​ຮຽນ​ຮູ້​ຫລາຍ​ຂຶ້ນ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ, ຄວາມ​ສຳ​ນຶກ​ຂອງ​ເຂົາ​ຈະ​ຮູ້​ສຶກ​ໄວ​ຫລາຍ​ຂຶ້ນ (ມຣນ 7:12–19). ຜູ້​ຄົນ​ທີ່​ເຊື່ອ​ຟັງ​ຕໍ່​ຄວາມ​ສະຫວ່າງ​ຂອງ​ພຣະ​ຄຣິດ ຈະ​ຖືກ​ພາ​ໄປ​ສູ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະເຢຊູ​ຄຣິດ (ຄພ 84:46–48).