ສິ່ງ​ຊ່ວຍ​ສຶກ​ສາ
ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ຫລື ອາ​ນາ​ຈັກ​ສະຫວັນ


ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ຫລື ອາ​ນາ​ຈັກ​ສະຫວັນ

ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ແມ່ນ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ (ຄພ 65). ຈຸດ​ປະສົງ​ຂອງ​ສາດ​ສະ​ໜາ​ຈັກ​ແມ່ນ​ເພື່ອ​ຕຽມ​ສະມາ​ຊິກ​ໃຫ້​ມີ​ຊີ​ວິດ​ຕະຫລອດ​ການ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ ຫລື ອາ​ນາ​ຈັກ​ສະຫວັນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບາງ​ເທື່ອ​ພຣະ​ຄຳ​ພີ​ເອີ້ນ​ສາດ​ສະ​ໜາ​ຈັກ ວ່າ​ເປັນ​ອາ​ນາ​ຈັກ​ສະຫວັນ, ໝາຍ​ຄວາມ​ວ່າ ສາດ​ສະ​ໜາ​ຈັກ​ເປັນ​ອາ​ນາ​ຈັກ​ສະຫວັນ​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເປັນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ແຕ່​ໃນ​ເວລາ​ນີ້ ມັນ​ຖືກ​ກຳ​ນົດ​ໃຫ້​ເປັນ​ອາ​ນາ​ຈັກ​ຝ່າຍ​ສາດ​ສະ​ໜາ​ເທົ່າ​ນັ້ນ. ໃນ​ໄລ​ຍະ​ພັນ​ປີ, ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຈະ​ເປັນ​ທັງ​ຝ່າຍ​ການ​ເມືອງ ແລະ ຝ່າຍ​ສາດ​ສະ​ໜາ.