ສິ່ງ​ຊ່ວຍ​ສຶກ​ສາ
ງູ​ທອງ


ງູ​ທອງ

ງູ​ທອງ​ເຫລືອງ​ທີ່​ໂມເຊ ໄດ້​ເຮັດ​ຂຶ້ນ ຕາມ​ພຣະ​ບັນຊາ​ຂອງພຣະ​ເຈົ້າ ເພື່ອ​ປິ່ນປົວ​ຊາວ​ອິດສະ​ຣາເອນ ຜູ້​ໄດ້​ຖືກ​ງູ​ຮ້າຍ​ຕອດ (ງູ​ທີ່​ມີ​ພິດ) ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ (ຈບຊ 21:8–9). ງູ​ທອງ​ເຫລືອງ​ດັ່ງ​ກ່າວ ໄດ້​ຖືກ​ມັດ​ຕິດ​ໄວ້​ເທິງ​ຮາວ​ໄມ້ ແລະ “ຍົກ​ມັນ​ໄວ້ ເພື່ອ​ວ່າຜູ້​ໃດ​ກໍ​ຕາມ ທີ່​ຫລຽວ​ເບິ່ງ​ມັນ ຈະ​ລອດ” (ແອວ 33:19–22). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປຽບ​ທຽບ​ການ​ຍົກ​ງູ​ຕົວ​ນັ້ນ​ຂຶ້ນ ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ໃສ່​ກັບ​ການ​ທີ່​ພຣະ​ອົງ​ເອງ​ໄດ້​ຖືກ​ຍົກ​ຂຶ້ນ​ຢູ່​ເທິງ​ໄມ້​ກາງ​ແຂນ (ໂຢຮັນ 3:14–15). ການ​ເປີດ​ເຜີຍ​ຍຸກ​ສຸດ​ທ້າຍ​ຢືນ​ຢັນ​ເລື່ອງ​ລາວ ກ່ຽວ​ກັບ​ງູ​ຮ້າຍ ແລະ ເຖິງ​ວິ​ທີ​ທີ່​ຜູ້​ຄົນ​ໄດ້​ຮັບ​ການ​ປິ່ນ​ປົວ (1 ນຟ 17:41; 2 ນຟ 25:20; ຮລມ 8:14–15).